• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ພື້ນຖານເສດຖະກິດຫວຽດນາມ” ຢູ່ Morocco

      ຢູ່ນະຄອນ Ouarzazate ຢູ່ ປະເທດ Morocco, ສະຖານທູດຫວຽດນາມ ປະຈຳ Morocco ໄດ້ສົມທົບກັບ ຫ້ອງການການຄ້າ, ອຸດສາຫະກຳ ແລະ ທ່ອງທ່ຽວ ເຂດ  Draa Tafilalet ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ພື້ນຖານເສດຖະກິດ ຫວຽດນາມ”. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
      ຢູ່ນະຄອນ Ouarzazate ຢູ່ ປະເທດ Morocco, ສະຖານທູດຫວຽດນາມ ປະຈຳ Morocco ໄດ້ສົມທົບກັບ ຫ້ອງການການຄ້າ, ອຸດສາຫະກຳ ແລະ ທ່ອງທ່ຽວ ເຂດ  Draa Tafilalet ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ພື້ນຖານເສດຖະກິດ ຫວຽດນາມ”. ກອງປະຊຸມໄດ້ດຶງດູດ ຜູ້ແທນເກືອບ 100 ຄົນ. ທ່ານ ເຈີນກວກຖູຍ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ Morocco ໄດ້ແນະນຳໂດຍສັງເຂບກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ Morocco ໃນໄລຍະຜ່ານມາ. ຕາມທ່ານ ເຈີນກວກຖູຍ ແລ້ວ, ວົງເງິນການຄ້າສອງຝ່າຍ ໄດ້ພັດທະນາຢ່າງວ່ອງໄວ ແລະ ເປັນປົກກະຕິໃນເກືອບທົດສະວັດຜ່ານມາ ແຕ່ຍັງບໍ່ທັນຕອບສະຫນອງໄດ້ຕາມຄວາມມຸ້ງມາດປາດຖະຫນາ ແລະ ຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍເທື່ອ. ດ້ວຍຄວາມໝາຍນັ້ນ, ທ່ານ ເອກອັກຄະລັດຖະທູດ ເຈີນກວກຖູຍ ຫວັງວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການລົງທຶນດ້ານການຄ້າລະຫວ່າງສອງປະເທດ. ທີ່ກອງປະຊຸມສຳມະນາ, ວິສາຫະກິດສອງຝ່າຍ ໄດ້ມີໂອກາດເພື່ອປຶກສາຫາລື, ແກ້ໄຂຂໍ້ຕິດຄັດກ່ຽວກັບຮູບການຮ່ວມມືລະຫວ່າງວິສາຫະກິດກັບວິສາຫະກິດ ແລະ ລະຫວ່າງວິສາຫະກິດກັບອຳນາດການປົກຄອງທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)
                                                                                            

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top