• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”

ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງ, ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ຈັດກອງປະຊຸມວິທະຍາສາດສາກົນ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”.


ກອງປະຊຸມສຳມະນາ “ຖະແຫຼງການຂອງພັກກອມມູນິດ-ຄຸນຄ່າທິດສະດີແລະພຶດຕິກຳຕົວຈິງໃນຍຸກປະຈຸບັນ”

(ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ວໍວັນເທືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ: “ຖະແຫຼງການຂອງພັກກອມມູນິດ” ໂດຍ Karl Marx ແລະ Friedrich Engels ຮຽບຮຽງ, ໄດ້ພິມຈຳໜ່າຍເປັນຄັ້ງທຳອິດຢູ່ອັງກິດ. ການສະເໜີຕົວຂອງ “ຖະແຫຼງການຂອງພັກກອມມູນິດ” ແມ່ນບາດລ້ຽວຕັດສິນສຳລັບການພັດທະນາຂອງຂະບວນການພັກກອມມູນິດ ແລະ ກຳມະກອນສາກົນ, ເປັນຂີດໝາຍຂອງການສ້າງຕັ້ງກ່ຽວກັບພື້ນຖານທິດສະດີຂອງລັດທິມາກ. ໄດ້ເຍື່ອງທາງດ້ວຍແນວຄິດຂອງ “ຖະແຫຼງການຂອງພັກກອມມູນິດ”, ຂອງລັດທິ ມາກ - ເລນິນ ແລະ ແນວຄິດໂຮ່ຈິມິນ, ພັກກອມມູນິດຫວຽດນາມ ໄດ້ຊີນຳນຳພາປະຊາຊົນຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ລະດົມໄດ້ທຸກແຫຼ່ງກຳລັງຂອງປະເທດຊາດ, ສົມທົບກັບກຳລັງແຮງຂອງຊາດ ພ້ອມກັບກຳລັງແຮງຂອງຍຸກສະໄໝ ເພື່ອຍາດໄດ້ບັນດາໄຊຊະນະອັນສະຫງ່າລາສີ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງໜັກແໜ້ນ.

        ນອກຈາກບັນດາບົດທາບທາມຄວາມເຫັນຂອງບັນດາຜູ້ແທນຫວຽດນາມ ແລ້ວ, ກອງປະຊຸມກໍ່ໄດ້ຮັບບັນດາບົດທາບທາມຄວາມເຫັນຂອງຜູ້ແທນລາວ ແລະ ສະຫະພັນລັດເຊຍ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top