• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາຫົວເລື່ອງສະເພາະລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ

ບັນດາຄະນະຜູ້ແທນສະພາແຫ່ງຊາດ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດານັກຊ່ຽວຊານໃນຂົງເຂດບໍລິຫານລັດຂອງ ຫວຽດນາມ ແລະ ລາວ ຈະສຸມໃສ່ແລກປ່ຽນບົດຮຽນພຶດຕິກຳຕົວຈິງ ແລະ ເຮັດແຈ້ງບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທີ່ກ່ຽວຂ້ອງເຖິງ 2 ຫົວຂໍ້ຂອງກອງປະຊຸມສຳມະນາ. 
ໂດຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ ແລະ ລາວ, ຕອນເຊົ້າວັນທີ 27 ກັນຍາ, ທີ່ນະຄອນຫລວງ ວຽງຈັນ (ລາວ), ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານຮ່ວມກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ນະໂຍບາຍກົດໝາຍກ່ຽວກັບການພັດທະນາສີມືແຮງງານ ແລະ ການແກ້ໄຂວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂໃບຮ້ອງທຸກກ່າວຟ້ອງລະຫວ່າງບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ”

 ກອງປະຊຸມສຳມະນາຫົວເລື່ອງສະເພາະລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ (ພາບ: quochoi.vn)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ກຳນົດນະໂຍບາຍກ່ຽວກັບວຽກເຮັດງານທຳແມ່ນໜຶ່ງໃນບັນດານະໂຍບາຍສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຕາມທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລ້ວ, ພ້ອມກັບວິວັດການພັດທະນາປະເທດຊາດ, ລັກສະນະປະຊາທິປະໄຕນັບມື້ນັບໄດ້ຮັບການເປີດກ້ວາງນັ້ນ ເລື່ອງປະຊາຊົນ ສົ່ງໃບຮ້ອງທຸກ, ກ່າວຟ້ອງເຖິງບັນດາອົງການແຫ່ງລັດ ກໍ່ນັບມື້ນັບມີຫລາຍ ແລະ ຮຽກຮ້ອງການແກ້ໄຂນັບມື້ນັບສູງ, ເປີດເຜີຍ, ກະຈ່າງແຈ້ງ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ກໍ່ສະແດງຄວາມເຊື່ອໝັ້ນວ່າ ໃນເວລາ 1 ວັນທີ່ດຳເນີນກອງປະຊຸມນັ້ນ ບັນດາຄະນະຜູ້ແທນສະພາແຫ່ງຊາດ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດານັກຊ່ຽວຊານໃນຂົງເຂດບໍລິຫານລັດຂອງ ຫວຽດນາມ ແລະ ລາວ ຈະສຸມໃສ່ແລກປ່ຽນບົດຮຽນພຶດຕິກຳຕົວຈິງ ແລະ ເຮັດແຈ້ງບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທີ່ກ່ຽວຂ້ອງເຖິງ 2 ຫົວຂໍ້ຂອງກອງປະຊຸມສຳມະນາ. 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top