• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາວິສາຫະກິດດີຈີຕອນແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ

ຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ການແກ່ງແຍ້ງ ໄດ້ສົມທົບກັບສະຫະສະມາຄົມອິນເຕີແນັດຫວຽດນາມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາວິສາຫະກິດດີຈີຕອນ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

 
ກອງປະຊຸມສຳມະນາວິສາຫະກິດດີຈີຕອນແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ

(ພາບ: baoxaydung.com.vn)

ດ້ວຍ 2 ເນື້ອໃນຕົ້ນຕໍ “ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຍຸກສະໄໝດີຈີຕອນ”, “ຫັນວິສາຫະກິດຫວຽດນາມ ເປັນດີຈີຕອນ ແລະ ປະເທດເລີ່ມດຳເນີນອາຊີບ”, ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງດ້ານຈຸດປະສົງຊ່ວຍໃຫ້ວິສາຫະກິດມີການສັງເກດລວມກ່ຽວກັບການພັດທະນາແບບຍືນຍົງທີ່ມາຈາກການປະດິດຄິດສ້າງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໄຈ້ແຍກ, ເຮັດແຈ້ງຫຼາຍເນື້ອໃນທີ່ມີຄວາມສົນໃຈຄື: ສະພາບຕົວຈິງໃນການນຳໃຊ້ດີຈີຕອນໃນວິສາຫະກິດຫວຽດນາມ; ບັນດາສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ໃນສະພາບການດຳເນີນທຸລະກິດມີການປ່ຽນແປງ, ແນະນຳການແກ່ງແຍ້ງທົ່ວໂລກ; ຫັນປ່ຽນຮູບແບບການດຳເນີນທຸລະກິດໃນຂະແໜງອຸດສາຫະກຳ 4.0…

 

(ແຫຼ່ງຄັດຈາກ VOV)

 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top