• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ບັນດາກາລະໂອກາດຮ່ວມມືໃນພາກພື້ນ

      ຕອນເຊົ້າວັນທີ 18 ມີນາ, ທີ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຈີນ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ບັນດາກາລະໂອກາດຮ່ວມມືໃນພາກພື້ນ”. 

ບັນດາທ່ານຜູ້ແທນເຂົ້າຮ່ວມ ກອງປະຊຸມສຳມະນາຖ່ານຮູບຮ່ວນກັນ
            ກອງປະຊຸມສຳມະນານອນໃນຂອບເຂດບັນດາການເຄື່ອນໄຫວຕອບສະໜອງສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC)  ດຳເນີນໃນທ້າຍເດືອນ ມີນາ ແຕ່ລະປີ.
        ທີ່ກອງປະຊຸມປຶກສາຫາລື, ບັນດານັກປາຖະກະຖາ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ສະເໜີ ແລະ ປຶກສາຫາລືກ່ຽວກັບບັນດາແງ່ມູມແຕກຕ່າງກັນຂອງ MLC ຄື: ການຮ່ວມມືເສດຖະກິດ, ແຫຼ່ງນ້ຳ, ກໍ່ສ້າງພື້ນຖານໂຄງລ່າງ, ພົວພັນແລກປ່ຽນປະຊາຊົນ. ບັນດານັກປາຖະກະຖາຖືວ່າ: ເລື່ອງສ້າງ ແລະ ຜັນຂະຫຍາຍ MLC ມີຄວາມສະດວກຫລາຍຢ່າງ ຍ້ອນພາກພື້ນແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ເຕົ້າໂຮມບັນດາກົນໄກຮ່ວມມືພັດທະນາ, ມີພື້ຶ້ນຖານກ່ຽວກັບຂໍ້ມູນຂ່າວສານ, ການຄົ້ນຄວ້າ, ການຮ່ວມມືໃນຫລາຍຂົງເຂດ. ເລື່ອງຍົກສູງປະສິດທິຜົນແຫ່ງການຮ່ວມມື MLC ໃນບັນດາຂົງເຂດດັ່ງກ່າວ ໄດ້ຮັບຄວາມຫວັງວ່າ ຈະເປີດບັນດາກາລະໂອກາດການຮ່ວມມື, ພັດທະນາເສດຖະກິດແບບຍືນຍົງຢູ່ພາກພື້ນໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top