ຂ່າວສານ
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມີຄວາມໝາຍປະຫວັດສາດ, ປະຕິບັດບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ.
ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 37 ວັນ, ເພື່ອພິຈາລະຈາ, ປຶກສາຫາລື ແລະ ຕົກລົງໜ້າວຽກເປັນຈຳນວນຫຼາຍທີ່ສຸດໃນບັນດາສະໄໝປະຊຸມຂອງສະພາແຫ່ງຊາດ ນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍບັນດາເນື້ອໃນສຳຄັນພິເສດໃນທຸກຂົງເຂດ: ສ້າງລັດຖະທຳມະນູນ - ກົດໝາຍ, ການຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໃຫ້ຮູ້ວ່າ:
“ກອງປະຊຸມເທື່ອທີ 9 ຈະພິຈາລະນາ, ຮັບຮອງເອົາມະຕິສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013, ນີ້ແມ່ນໜ້າທີ່ມີລັກສະນະຍຸດທະສາດ ນັບທັງທາງດ້ານການເມືອງ ແລະ ນິຕິກຳ, ເພື່ອຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກເປັນລະບອບລະບຽບການຢ່າງທັນການ, ພິເສດແມ່ນການສັບຊ້ອນກົງຈັກລັດຕາມທິດ “ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕິດແທດກັບສະພາບຕົວຈິງ”.
ກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ທີ່ກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:
“ສະພາແຫ່ງຊາດຈະສະຫງວນເວລາເພື່ອພິຈາລະຈາບັນດາບົດລາຍງານສຳຄັນຂອງລັດຖະບານ, ສູ້ຊົນບັນລຸລະດັບເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນຊຸມປີຈະມາເຖິງ. ສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາມະຕິກ່ຽວກັບການໂຮມຫົວໜ່ວຍປົກຄອງຂັ້ນແຂວງ; ຕົກລົງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ກອງປະຊຸມເທື່ອທີ 9 ນີ້ກໍ່ແມ່ນກອງປະຊຸມທີ່ມີຄວາມໝາຍປະຫວັດສາດ, ປະຕິບັດການບຸກທະລຸດ້ານລະບອບລະບຽບການ”.
ພາຍຫຼັງກ່າວປາໄສໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໂດຍຕາງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2024, ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2025.








