• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14: ສືບຕໍ່ວາລະຊັກຖາມ ແລະ ຕອບຄໍາຊັກຖາມ

ວັນທີ 5 ມິຖຸນາ, ເປັນມື້ທີ 2 ທີ່ດໍາເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.

 (ພາບປະກອບ: quochoi.vn)

ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່່ສ້າງ ຫວຽດນາມ ພ້ອມກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ລັດຖະມົນຕີກະຊວງຕ່າງໆ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ຕອບຄໍາຊັກຖາມ ກ່ຽວກັບບັນດາບັນຫາ ຄື ຄຸ້ມຄອງຕະຫຼາດອະສັງຫາລິມະຊັບ, ແກ້ໄຂບັນຫາຮ້ອນເຮັ່ງໃນການຄຸ້ມຄອງຄອນໂດ, ເຮືອນວິນລາທ່ອງທ່ຽວ... ເມື່ອຕອບຄໍາຊັກຖາມກ່ຽວກັບບັນດາບັນຫາ ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກມາໃນວາລະຊັກຖາມ ກ່ຽວກັບບັນດາມາດຕະການເພີ່ມທະວີວຽກງານວາງແຜນຜັງ ແລະ ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການກໍ່ສ້າງຕົວເມືອງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ແຈ້ງວ່າ:

        “ການວາງແຜນຜັງຕ້ອງຕິດພັນກັບການຍົກສູງຄຸນນະພາບຂອງການວາງແຜນ. ພ້ອມກັບການກວດກາຄືນ, ດັດປັບ, ເພີ່ມເຕີມ... ຕ້ອງຍົກເລີກບັນດາການວາງແຜນຜັງ ທີ່ບໍ່ເໝາະສົມ ເພື່ອດັດປັບໃຫ້ທັນການ. ຢາກເຮັດໄດ້ຄືແນວນັ້ນ ພວກເຮົາຕ້ອງມີກົນໄກ ເພື່ອຄັດເລືອກບັນດາຜູ້ໃຫ້ຄໍາປຶກສາກ່ຽວກັບການວາງແຜນຜັງທີ່ມີຄວາມສາມາດ ແລະ ມີປະສົບການ. ຈັດຕັ້ງການກວດກາຄືນ, ອັບເດັດບັນດາຂໍ້ມູນກ່ຽວກັບການວາງແຜນຜັງ ໃຫ້ເປັນປະຈໍາ, ເປີດເຜີຍການວາງແຜນຜັງ ແລະ ຮັບຟັງຄໍາເຫັນປະກອບຂອງປະຊາຊົນ”.

    ຕອນບ່າຍວັນທີ 05 ມິຖຸນາ, ສືບຕໍ່ວາລະຕອບຄຳຊັກຖາມທີ່ຫໍປະຊຸມ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫງວຽນວັນເຖ໋ ໄດ້ອະພິປາຍ, ເພື່ອຕອບບັນດາຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ວາ 50 ທ່ານ ກ່ຽວກັບການແກ້ໄຂບັນດາບັນຫາຕິດຂັດກ່ຽວກັບໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ, ເປັນຕົ້ນແມ່ນບັນດາກິດຈະການຄົມມະນາຄົມຈຸດສຸມທີ່ລົງທຶນເກີນຂອບເຂດ, ມີຄວາມຄືບໜ້າຊັກຊ້າ, ມີຄຸນນະພາບຕ່ຳ…ເມື່ອຕີລາຄາສູງການຕອບຄຳຊັກຖາມຂອງທ່ານລັດຖະມົນຕີ ຫງວຽນວັນເຖ໋, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຖືວ່າ: ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ສິ່ງຈຳກັດຂອງຂະແໜງຄົມມະນາຄົມນັ້ນ, ສະເໜີລັດຖະບານ, ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງຄົ້ນຄວ້າ, ຮັບເອົາຄຳເຫັນຈາກສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນ; ຜັນຂະຫຍາຍບັນດາມາດຕະການໃນສະເພາະໜ້າ ແລະ ຍາວນານຢ່າງມີປະສິດທິຜົນ ເຊິ່ງກ່ຽວຂ້ອງເຖິງໜ້າທີ່, ຂົງເຂດທີ່ໄດ້ຊັກຖາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top