• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ສືບຕໍ່ເຮັດວຽກ

      ເພື່ອໃຫ້ພື້ນຖານເສດຖະກິດ ຫວຽດນາມ ທຽບທັນກັບທ່າຟື້ນຟູເສດຖະກິດໂລກ, ບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຕ້ອງໄດ້ເພີ່ມທະວີແຫຼ່ງກຳລັງລົງທຶນຕື່ມອີກ.
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ສືບຕໍ່ເຮັດວຽກ
(ພາບ: TTXVN)
      ໜຶ່ງໃນບັນດາເນື້ອໃນກ່ຽວກັບເສດຖະກິດ-ສັງຄົມ ໄດ້ສຸມໃສ່ປຶກສາຫາລືໃນຕອນບ່າຍວັນທີ 08 ພະຈິກ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ນີ້ ແມ່ນບັນດາມາດຕະການແກ້ໄຂການຟື້ນຟູທ່າເຕີບໂຕເສດຖະກິດ. ທ່ານ ຮ່ວາງວັນເກື່ອງ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ, ເພື່ອໃຫ້ພື້ນຖານເສດຖະກິດ ຫວຽດນາມ ທຽບທັນກັບທ່າຟື້ນຟູເສດຖະກິດໂລກ, ບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຕ້ອງໄດ້ເພີ່ມທະວີແຫຼ່ງກຳລັງລົງທຶນຕື່ມອີກ.
        ໃນຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໄດ້ອະພິບາຍເຮັດແຈ້ງບາງບັນຫາທີ່ວາລະປຶກສາຫາລືເສດຖະກິດ-ສັງຄົມຂອງສະພາແຫ່ງຊາດ; ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ເຮັດແຈ້ງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ- 19, ປັບປຸງເຄືອຂ່າຍສາທາລະນະສຸກຂັ້ນຮາກຖານ, ການສັກວັກຊິນໃຫ້ແກ່ປະຊາຊົນຕື່ມອີກ.  
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top