• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄຂຂຶ້ນຢ່າງເປັນທາງການ

ຕອນເຊົ້າວັນທີ 12/2, ທີ່ຫໍປະຊຸມສະພາແຫ່ງຊາດ, ຮ່າໂນ້ຍ, ໄດ້ມີພິທີໄຂກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ຢ່າງເປັນທາງການ. ພິທີໄຂໄດ້ຖ່າຍທອດສົດທາງສະຖານີວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີໂທລະພາບ ຫວຽດນາມ.

ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຈັດກອງປະຊຸມລ່ວງໜ້າ, ຮັບຟັງເນື້ອໃນຕ່າງໆ: ທ່ານ ເລກວາງຕຸ່ງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ລາຍງານການຮັບຟັງ, ອະທິບາຍ, ປັບປຸງແກ້ໄຂຮ່າງກຳນົດການປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV; ຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາກຳນົດການປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV.

  ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ ກ່າວຄຳເປີດກອງປະຊຸມ. (ພາບ: ຢວ໊ານເຕິ໋ນ/VNA)  

ຕາມລາຍການ, ແຕ່ວັນທີ 12 – 19 ກຸມພາ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບ ເພື່ອປະຕິບັດການສັບຊ້ອນກົງຈັກຂອງສະພາແຫ່ງຊາດ, ລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV. ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະດຳເນີນເນື້ອໃນຈຳນວນໜຶ່ງກ່ຽວກັບວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ.

ໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງການສະເໜີ ແລະ ບົດລາຍງານການສຳຫຼວດຕີລາຄາກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງມະຕິຂອງສະພາແຫ່ງຊາດ ກຳນົດກ່ຽວກັບການແກ້ໄຂບາງບັນຫາກ່ຽວຂ້ອງເຖິງການສັບຊ້ອມກົງຈັກລັດ.

ກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. (ພາບ: ຟ້າມກຽນ/VNA)

ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ມະຕິ ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກບໍລິຫານຂອງລັດໃຫ້ມີປະສິດທິພາບ, ມີປະສິດທິຜົນ, ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດ, ຊຸກຍູ້ລັດຖະບານແຫ່ງການສ້າງສາ, ພັດທະນາ ຕອບສະໜອງຄວາມຮຽກຮ້ອງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

ກອງປະຊຸມສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ຄາດວ່າຈະອັດລົງໃນວັນທີ 19 ກຸມພາ 2025.

ປະຕິບັດໂດຍ: VNA/VNP

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top