ຂ່າວສານ
ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ
ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ ຮ່າໂນ້ຍ, ກົມການເມືອງໄດ້ຈັດກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ. ກອງປະຊຸມຈັດຂຶ້ນແບບເຊິ່ງໜ້າຢູ່ຫໍປະຊຸມ ຢຽນຮົ່ງ, ສຳນັກງານສະພາແຫ່ງຊາດ, ເຊື່ອມຕໍ່ກັບ 3.651 ຈຸດຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະສູນກາງ ແລະ ສຳນັກງານຂອງບັນດາແຂວງ, ນະຄອນ, ສຳນັກງານຕາແສງ, ເຂດພິເສດໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 557.000 ທ່ານ. ໂດຍເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ, ມີ: ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ບັນດາກຳມະການກົມການເມືອງ; ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ຫງວຽນຢຸຍງອັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະຊີ້ນຳການສະຫຼຸບ.
ທີ່ກອງປະຊຸມ, ທ່ານ ຫງວຽນຢຸຍງອັກ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຊີ້ນຳການສະຫຼຸບ, ໄດ້ສະເໜີບົດລາຍງານ (ໂດຍຫຍໍ້) ສະຫຼຸບ 1 ປີແຫ່ງການເຄື່ອນໄຫວຮູບແບບຈັດຕັ້ງສັງລວມຂອງລະບົບການເມືອງ, ຮູບແບບອຳນາດການປົກຄອງ 3 ຂັ້ນ; ຮັບຊົມຮູບເງົາສາລະຄະດີ; ຮັບຟັງບັນດາບົດປະກອບຄວາມເຫັນ. ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ຫງວຽນຢຸຍງອັກ ຕີລາຄາສູງການປະຕິວັດສັບຊ້ອນກົງຈັກຂອງລະບົບການເມືອງບັນລຸໄດ້ໝາກຜົນບຸກທະລຸ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກພະນັກງານ, ສະມາຊິກພັກ, ປະຊາຊົນ, ຫາງສຽງສາກົນຕີລາຄາສູງ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນລັກສະນະຖືຕ້ອງຂອງແຜນນະໂຍບາຍປ່ຽນແປງໃໝ່, ການສັບຊ້ອນກົງຈັກຂອງລະບົບການເມືອງ. ໜ້າທີ່ຕໍ່ໄປແມ່ນຫັນຈຸດສຸມໄປສູ່ການຍົກສູງຄຸນນະພາບການເຄື່ອນໄຫວ, ກຳລັງຮັບໃຊ້ ແລະ ກຳລັງສ້າງສັນພັດທະນາຂອງກົນຈັກໃໝ່.
“ສືບຕໍ່ສ້າງລະບອບລະບຽບການດ້ານກົດໝາຍ ແລະ ການຈັດຕັ້ງກົງຈັກຂອງລະບອບການເມືອງໃຫ້ສົມບູນແບບ. ເລື່ອງປັບປຸງກົດໝາຍຕ້ອງເລີ່ມມາຈາກຈຸດອຸດຕັນຕົວຈິງ. ສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກ ຕໍ່ກັບລະບົບການເມືອງ ແລະ ສັງຄົມ. ສ້າງຮູບແບບການຈັດຕັ້ງ ແລະ ກົງຈັກການເຄື່ອນໄຫວຂອງອຳນາດການປົກຄອງ 2 ຂັ້ນໃຫ້ສົມບູນແບບ. ຂັ້ນແຂວງຕ້ອງສຸມໃສ່ບົດບາດຍຸດທະສາດ, ການວາງແຜນຜັງ, ການຈັດທຳບໍລິຫານ… ຂັ້ນຕາແສງຕ້ອງໄດ້ຈັດຕັ້ງຄືແນວໜ້າຂອງການຄຸ້ມຄອງບໍລິຫານພາກລັດ: ຮັບເອົາ, ແກ້ໄຂ ແລະ ມີຄຳຕອບຕໍ່ຄວາມຕ້ອງການຂອງປະຊາຊົນ, ວິສາຫະກິດຢ່າງທັນການ”.






