• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ

      ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: baochinhphu.vn)
      ຕອນເຊົ້າວັນທີ 19 ມັງກອນ, ໂດຍປະກອບຄຳເຫັນໃສ່ບົດສະຫຼຸບກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄະນະປະຈຳສະພາແຫ່ງຊາດ ຕີລາຄາວ່າ: ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ກອງປະຊຸມໄດ້ປະສົບຜົນສຳເລັດໃນທຸກດ້ານ. ນີ້ແມ່ນການເລີ່ມຕົ້ນທີ່ດີ, ຄວນສືບຕໍ່ເສີມຂະຫຍາຍ ເພື່ອມຸ່ງໄປເຖິງສະພາແຫ່ງຊາດມີການເຄື່ອນໄຫວເປັນປົກກະຕິ, ເປັນມືອາຊີບ, ທ່ານກ່າວວ່າ:
        “ໝາກຜົນຂອງກອງປະຊຸມນີ້ ໄດ້ສະແດງໃຫ້ເຫັນການຊອກຫາ, ເປັນຫ່ວງເປັນໄຍ ແລະ ປ່ຽນແປງໃໝ່ຂອງສະພາແຫ່ງຊາດຕໍ່ການປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍຍຸດທະສາດ ໂດຍພື້ນຖານ ແລະ ຍາວນານ ບໍ່ພຽງແຕ່ສົກປີ 2022 – 2023 ເທົ່ານັ້ນ, ຫາກຍັງມີຄວາມໝາຍໃຫ້ທັງອາຍຸການ ແລະ ຊຸມປີຕໍ່ໄປອີກດ້ວຍ”.
        ກໍຢູ່ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ຕົກລົງເພີ່ມເຕີມແຜນການລົງທຶນດ້ວຍທຶນຕ່າງປະເທດ ຈາກຈຳນວນທຶນທີ່ຍັງບໍ່ທັນໄດ້ຈັດແບ່ງ ແລະ ຍັງບໍ່ທັນໄດ້ດັດປັບ, ຄາດຄະເນແຜນການລົງທຶນສາທາລະນະໄລຍະກາງດ້ວຍງົບປະມານຂອງສູນກາງ ໄລຍະ 2021 – 2025 ໃຫ້ບັນຊີລາຍຊື່ໂຄງການຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ (ງວດທີ 2)
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top