• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສຳເລັດຢ່າງດີງາມ

      ວັນທີ 07 ມີນາ, ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 (ACDFM-16) ໄດ້ດຳເນີນຢູ່ນະຄອນ ພັດທະຢາ, ປະເທດ ໄທ ດ້ວຍຫົວຂໍ້ວ່າ ຄວາມໝັ້ນຄົງແບບຍືນຍົງ”. 

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສຳເລັດຢ່າງດີງາມ (ພາບ: qdnd.vn)
      ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ - ເຂົ້າຮ່ວມກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ຖືວ່າ: ຫົວເລື່ອງ “ຄວາມໝັ້ນຄົງແບບຍືນຍົງ” ໄດ້ສ່ອງແສງເຖິງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື ແລະ ຊຸກຍູ້ການຮ່ວມມືຢ່າງແຮງ ລະຫວ່າງກອງທັບບັນດາປະເທດ ອາຊຽນ. ທ່ານພົນໂທ ຟານວັນຢາງ ໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະຕີລາຄາສູງຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM ຄັ້ງນີ້, ໃນນັ້ນ ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງບັນດາປະເທດໃນເລື່ອງສືບຕໍ່ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເໝາະສົມກັບກົດໝາຍສາກົນ ເຊິ່ງລວມມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.
        ແລະກໍ່ໃນວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ມີການພົບປະ 2 ຝ່າຍກັບຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດ ໄທ ແລະ ມຽນມາ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top