• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງທະນາຄານຄິດໄລ່ການເຕີບໂຕສິນເຊື່ອປີ 2021 ຍ້ອນວ່າ ສຳລັບຫວຽດນາມ ແລ້ວ, ສິນເຊື່ອ ຍັງແມ່ນບັນຫາສຳຄັນຕໍ່ການພັດທະນາ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021 (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021 ໃນຕອນເຊົ້າວັນທີ 26 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: 5 ປີຜ່ານມາ, ຂະແໜງທະນາຄານ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ສຳເລັດບັນດາໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ປີ 2020, ເຖິງວ່າໄດ້ປະສົບກັບສິ່ງທ້າທາຍຫລາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ຂະແໜງທະນາຄານ ດ້ວຍບົດບາດສຳຄັນຂອງພື້ນຖານເສດຖະກິດ ໄດ້ເຂົ້າຮ່ວມດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”; ເປັນເຈົ້າການມີມາດຕະການຮັບມືກັບຜົນກະທົບຈາກໂລກລະບາດໂຄວິດ-19, ພະຍຸນ້ຳຖ້ວມ, ແກ້ໄຂຄວາມຫຍຸ້ງຍາກ ແລະ ໜູນຊ່ວຍພື້ນຖານເສດຖະກິດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງທະນາຄານຄິດໄລ່ການເຕີບໂຕສິນເຊື່ອປີ 2021 ຍ້ອນວ່າ ສຳລັບຫວຽດນາມ ແລ້ວ, ສິນເຊື່ອ ຍັງແມ່ນບັນຫາສຳຄັນຕໍ່ການພັດທະນາ. ພ້ອມກັນນັ້ນ ສືບຕໍ່ບໍລິຫານ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ມຸ່ງໄປເຖິງເປົ້າໝາຍມີທະນາຄານການຄ້າບາງແຫ່ງໄດ້ເຂົ້າຢູ່ໃນ top ບັນດາທະນາຄານໃຫຍ່ທີ່ສຸດ, ມີຄຸນນະພາບດີທີ່ສຸດ, ມີປະສິດທິຜົນທີ່ສຸດໃນພາກພື້ນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top