
(ກອງປະຊຸມປະສານງານລວມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 33)
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ສະໜັບສະໜູນປະເທດປະທານສິງກະໂປ ຈັດຕັ້ງກອງປະຊຸມສຸດຍອດອາຊຽນ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂອງໃຫ້ບັນລຸຜົນສຳເລັດ, ຫັນບັນດາບຸລິມະສິດສ້າງປະຊາຄົມອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງຂອງປີ 2018 ເປັນລະອຽດ. ທ່ານຮອງລັດຖະມົນຕີ ກໍ່ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາເນື້ອໃນລະອຽດເພື່ອກະກຽມໃຫ້ຂັ້ນສູງ, ໃນນັ້ນມີການສົມທົບກັນກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນ. ປະຈຸບັນ, ຫວຽດນາມ ພວມດຳລົງຕຳແໜ່ງເປັນຜູ້ປະສານງານການພົວພັນອາຊຽນ - ຍີ່ປຸ່ນ, ຈະເປັນປະທານວາລະປຶກສາຫາລືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ທີ່ກອງປະຊຸມຄັ້ງນີ້.
(ແຫຼ່ງຄັດຈາກ VOV)