ກອງປະຊຸມບຳລຸງສ້າງກະສິກຳ ແລະ ສົ່ງເສີມກະສິກຳຄັັ້ງທີ 25
ເຂົ້າຮ່ວມກອງປະຊຸມມີບັນດາປະເທດໃນກຸ່ມ ອາຊຽນ ຄື: ບຣຸໄນ, ກຳປູເຈຍ, ມາເລເຊຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປີນ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ. ທ່ານ ເຈີ່ນວັນເຂີຍ ຜູ້ອຳນວນການສູນສົ່ງເສີມກະສິກຳ ຫວຽດນາມ ກ່າວວ່າ:
“ໃນໂຄງການຮ່ວມມືລັດຖະມົນຕີ ອາຊຽນ ມີບັນດາການເຄື່ອນໄຫວພັດທະນາກ່ຽວກັບກະສິກຳ ແລະ ກະສິກຳຊົນນະບົດ, ໃນນັ້ນ ມີການຝຶກອົບຮົມ ແລະ ສົ່ງເສີມກະສິກຳ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ, ສ້າງແຜນການເຄື່ອນໄຫວໃຫ້ລະບົບສົ່ງເສີມກະສິກຳບັນດາປະເທດ ອາຊຽນ. ຜ່ານນັ້ນ ໜູນຊ່ວຍ, ຮ່ວມມື ແລະ ຕິດຕໍ່ກັນ. ກອງປະຊຸມຄັ້ງນີ້ ຍັງປຶກສາຫາລືກ່ຽວກັບບັນຫາສຸມໃສ່ເຂົ້າໃນການຜະລິດກະສິກຳແບບຍືນຍົງ, ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”

(ແຫຼ່ງຄັດຈາກ VOV)