• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ 18 ປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS)

      ຕອນຄ່ຳວັນທີ 20 ກໍລະກົດ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ 18 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ທາງອອນລາຍ. 

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ເປັນປະທານ ກອງປະຊຸມສຸດຍອດ
ອາຊີຕາເວັນອອກ (EAS) (ພາບ: TTXVN) 
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ເນັ້ນໜັກເຖິງໝາກຜົນຂອງການປະຊຸມກັບບັນດາທ່ານເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທຳອິດໃນປີເປັນປະທານອາຊຽນ ຂອງຫວຽດນາມ, ໂດຍໄດ້ດຳເນີນຢູ່ສຳນັກງານເລຂາທິການ ອາຊຽນ, ຢູ່ຈາກາຕາ, ປະເທດອິນໂດເນເຊຍໃນເດືອນກຸມພາທີ່ຜ່ານມາ.  ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ບັນດາບຸລິມະສິດຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ການສ້າງປະຊາຄົມອາຊຽນ , ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດຂອງອາຊຽນໃນປະຊາຄົມສາກົນ, ເປີດກ້ວາງ ແລະ ຍົກລະດັບການພົວພັນກັບຄູ່ຮ່ວມມື, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາໃນພາກພື້ນ. ທ່ານກ່າວວ່າ:
        ປີນີ້ໄດ້ສ້າງຂີດໝາຍ 15ປີແຫ່ງວັນສ້າງຕັ້ງ EAS (2005 - 2020). ໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ວ່ອງໄວຫຼາຍຢ່າງ, ບັນດາປະເທດໃນກົນໄກ EAS ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກເພື່ອເປັນເຈົ້າການໃນການເພີ່ມທະວີການຮ່ວມມື, ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍ ຫາກໍ່ເກີດຂຶ້ນທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍາດແຍ່ງບັນດາກາລະໂອກາດເພື່ອໃຫ້ມີການເຕີບໂຕແບບຍືນຍົງ, ສ້າງສະພາບແວດລ້ອມແຫ່ງສັນຕະພາບ ມີສະຖຽນລະພາບໃນພາກພື້ນ.
            ແລະກໍ່ໃນຕອນບ່າຍວັນທີ 20 ກໍລະກົດ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ທ່ານ Kim Gunn ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ຫົວໜ້າ SOM ອາຊຽນ ຍີ່ປຸ່ນ ໄດ້ ເປັນປະທານຮ່ວມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ + 3 ທາງອອນລາຍ. ກອງປະຊຸມມີການເຂົ້າຮ່ວມຂອງ ຜູ້ຕາງໜ້າບັນດາປະເທດ ອາຊຽນ ແລະ 3 ປະເທດ ແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດອາຊຽນ + 3 ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດາມທີ່ໄດ້ຈັດຕັ້ງຫຼາຍເຫດການອາຊຽນທາງອອນລາຍນັບແຕ່ຕົ້ນປີມາຮອດປັດຈຸບັນປະສົບຜົນສຳເລັດ, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມ ແລະ ສິ່ງທ້າທາຍຈາກໂລກລະບາດ Covid – 19. ທ່ານ Kim Gunn  ຢັ້ງຢືນວ່າ:
        ກົນໄກຮ່ວມມືອາຊຽນ + 3 ໄດ້ກຳເນີດໃນສະພາບການປະສົບກັບຄວາມຫຍຸ້ງຍາກ ແມ່ນວິກິດການດ້ານການເງິນໃນທ້າຍທົດສະວັດ 1990 ຂອງ ສະຕະວັດກ່ອນ, ໄດ້ສະແດງໃຫ້ເຫັນແມ່ນກົນໄກຮ່ວມມືທີ່ມີຄວາມຂະຫຍັນຂັນເຄື່ອນ, ປະສິດທິຜົນ ແລະ ເປັນສູນກາງຂອງພາກພື້ນ. ພິເສດ, ກົນໄກນີ້ຍິ່ງເສີມຂະຫຍາຍໄດ້ປະສິດທິຜົນໃນການຮັບມືກັບໂລກລະບາດ Covid – 19, ສະແດງໃຫ້ເຫັນຜ່ານກອງປະຊຸມສຸດຍອດພິເສດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດ Covid – 19 ໂດຍຫວຽດນາມຈັດຕັ້ງຂຶ້ນຕາມຮູບການທາງອອນລາຍໃນເດືອນເມສາທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top