• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມນັດສາມັນຄັ້ງທີີ 31 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ

      ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບັນດາບັນຫາທີ່ຍັງມີຄໍາເຫັນ ແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່່າດ້ວຍການລົງທຶນສາທາລະນະ, ຮ່າງກົດໝາຍວ່່າດ້ວຍການຄຸ້ມຄອງພາສີອາກອນ (ສະບັບປັບປຸງ)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: quochoi.vn)
      ກ່າວຄໍາເຫັນໄຂກອງປະຊຸມນັດສາມັນຄັ້ງທີ 31 ຄະນະປະຈໍາສະພາແຫ່ງຊາດຫວຽດນາມ, ຕອນເຊົ້າວັນທີ 21 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຈະປະກອບຄໍາເຫັນກ່ຽວກັບບັນດາບັນຫາຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ; ຮ່າງກົດໝາຍຄຸ້ມຄອງພາສີອາກອນ (ສະບັບປັບປຸງ); ປະກອບຄໍາເຫັນກ່ຽວກັບເລື່ອງມອບໂອນແຜນການເງິນລົງທຶນພັດທະນາແຫຼ່ງງົບປະມານແຫ່ງລັດ ຂອງ ໂຄງການລົງທຶນກໍ່ສ້າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຢູ່ ຮວ່າລາກ. ພິເສດ, ທີ່ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະຮັບຟັງລັດຖະບານລາຍງານກ່ຽວກັບໝາກຜົນການຮັບເອົາຄໍາເຫັນປະກອບຈາກປະຊາຊົນ ກ່ຽວກັບຮ່າງກົດໝາຍວ່່າດ້ວຍການສຶກສາ (ສະບັບປັບປຸງ).
        ໃນວາລະເຮັດວຽກໃນຕອນເຊົ້າວັນທີ 21 ກຸມພາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບັນດາບັນຫາທີ່ຍັງມີຄໍາເຫັນ ແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່່າດ້ວຍການລົງທຶນສາທາລະນະ, ຮ່າງກົດໝາຍວ່່າດ້ວຍການຄຸ້ມຄອງພາສີອາກອນ (ສະບັບປັບປຸງ).
        ສ່ວນໃນວາລະເຮັດວຽກໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຮັບຟັງລັດຖະບານລາຍງາຍກ່ຽວກັບໝາກຜົນການຮັບເອົາຄໍາເຫັນປະກອບຈາກປະຊາຊົນ ກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ).
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top