• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 23

      ວັນທີ 19/5/2017 ໄດ້ດຳເນີນກອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 23 ເພື່ອແນໃສ່ສຳຫຼວດກວດກາສະພາບການຮ່ວມມືໃນທຸກຂົງເຂດກ່ຽວກັບການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ, ພ້ອມທັງວາງອອກທິດທາງຮ່ວມມືລະອຽດລະຫວ່າງ ອາຊຽນ - ຈີນ ໃນໄລຍະໃໝ່.
ອງປະຊຸມທາບທາມຄວາມເຫັນບັນດາເຈົ້າໜ້າທີ່ອາວຸໂສ (SOM)
ອາຊຽນ - ຈີນ ຄັ້ງທີ 23
(ພາບ: mofa.gov.vn)
      ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າ, ການຮ່ວມມືທາງດ້ານເສດຖະກິດ- ການຄ້າ ແລະ ການລົງທຶນແມ່ນພື້ນຖານການພົວພັນ; ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍຜ່ານການຜັນຂະຫຍາຍແຜນການດຳເນີນງານ 2016-2020 ຢ່າງມີປະສິດທິຜົນ ແລະ ປະຕິບັດສຳເລັດບັນດາລະບຽບການຍົກສູງເຂດການຄ້າເສລີ ອາຊຽນ - ຈີນ (ACFTA) ໂດຍໄວ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງການນຳຂັ້ນສູງກ່ຽວກັບຄາດໝາຍວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ 1.000 ຕື້ USD ແລະ ຍອດຈຳນວນເງິນລົງທຶນບັນລຸ 150 ຕື້ USD ໃນປີ 2020.
        ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ, ບັນດາປະເທດຢືນຢັນຄວນເພີ່ມທະວີການຮ່ວມສຳພັນໃນພາກພື້ນ, ໃນນັ້ນມີການກຳນົດບຸລິມາສິດລວມໃນຂໍ້ລິເລີ່ມ “ໜຶ່ງແລວທາງ - ໜຶ່ງເສັ້ນທາງ“ ຂອງຈີນ ແລະ ແຜນການສັງລວມ ແລະ ເຊື່ອມຕໍ່ ອາຊຽນ (MPAC).
        ກ່ຽວກັບບັນຫາທະເລຕາເວັນອອກ, ກອງປະຊຸມຮັບຮອງຜົນຂອງກອງປະຊຸມ SOM ອາຊຽນ - ຈີນ ກ່ຽວກັບ DOC (18/5/2017), ໃນນັ້ນມີເລື່ອງສອງຝ່າຍເຫັນດີຍື່ນສະເໜີຕໍ່ກອງປະຊຸມ ອາຊຽນ - ຈີນ (8/2017) ພິຈາລະນາ, ຮັບຮອງເອົາເນື້ອໃນຮ່າງ ຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC), ຢືນຢັນນີ້ແມ່ນບາດກ້າວທຳອິດໃຫ້ວິວັດການເຈລະຈາຕໍ່ໄປກ່ຽວກັບການສ້າງເອກະສານ COC ຢ່າງແທດຈິງ, ມີລັກສະນະບັງຄັບກ່ຽວກັບດ້ານກົດໝາຍ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top