• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 80 ສະມັດຊາໃຫຍ່ ສປຊ: ສ້າງຮູບຮ່າງລັດທິຫຼາຍຝ່າຍໃນອະນາຄົດ

ເຫດການຈຸດສຸມຂອງ UNGA-80 ແມ່ນສັບປະດາຂັ້ນສູງ, ທີ່ແກ່ຍາວແຕ່ວັນທີ 22 – 30 ກັນຍາ, ດ້ວຍບັນດາກອງປະຊຸມສຳຄັນ ຄື: ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ (ວັນທີ 22 ກັນຍາ); ກອງປະຊຸມຈຸດເວລາ SDG (ວັນທີ 22 ກັນຍາ)...
ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ (ພາບ: REUTERS/Mike Segar)

ໂດຍໄດ້ຈັດຂຶ້ແຕ່ວັນທີ 09  30 ກັນຍາຢູ່ສຳນັກງານສະຫະປະຊາຊາດທີ່ ນິວຢອກປະເທດ ອາເມລິກາກອງຊຸມຄັ້ງທີ 80 ມັດຊາໃຫຍ່ສະຫະປະຊາຊາດ (UNGA-80) ແມ່ນໂອກາດເພື່ອໃຫ້ປະເທດຕ່າງໆສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງອົງການຫຼາຍຝ່າຍທີ່ໃຫຍ່ກວ່າູ່ຂອງໂລກ ໃນຕະຫຼອດ 80 ປີຜ່ານມາພ້ອມທັງ້າງຮູບຮ່າງ ລັດທິຫຼາຍຝ່າຍໃນອະນາຄົດກໍຮູບຮ່າງການພັດທະນາທົ່ວໂລກໃນຊຸມປີຈະມາເຖິງ.

ດ້ວຍຫົວຂໍ້ “ຮ່ວມກັນດີງາມກວ່າ: 80 ປີ ແລະ ຍິ່ງກວ່ານັ້ນ ເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”, UNGA-80 ໄດ້ຈັດຂຶ້ນເປັນເວລາ 3 ອາທິດ, ດ້ວຍຫຼາຍກອງປະຊຸມສຸດຍອດສຳຄັນທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງຢູ່ໂລກ, ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ຫຼື ຂັ້ນຕອນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງບັນດາປະເທດ.

ການທົດສອບອັນໃຫຍ່ຫຼວງຕໍ່ກັບສະຫະຊາຊາດ

ເຫດການຈຸດສຸມຂອງ UNGA-80 ແມ່ນສັບປະດາຂັ້ນສູງ, ທີ່ແກ່ຍາວແຕ່ວັນທີ 22 – 30 ກັນຍາ, ດ້ວຍບັນດາກອງປະຊຸມສຳຄັນ ຄື: ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ (ວັນທີ 22 ກັນຍາ); ກອງປະຊຸມຈຸດເວລາ SDG (ວັນທີ 22 ກັນຍາ); ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ (ວັນທີ 24 ກັນຍາ); ກອງປະຊຸມສຸດຍອດ 2 ປີທຳອິດກ່ຽວກັບລັກສະລະຍືນຍົງ, ກວມລວມ ແລະ ອົງອາດກ້າແກ່ນຂອງເສດຖະກິດທົ່ວໂລກ… UNGA-80 ໄດ້ຮັບຖືວ່າເປັນການທົດສອບໃຫຍ່ສຳລັບບົດບາດຂອງສະຫະປະຊາຊາດ ຄືດັ່ງເວທີປາໄສຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນການຊຸກຍູ້ການສົນທະນາ ແລະ ການຮ່ວມມືລະຫວ່າງບັນດາປະເທດ, ການຮັກສາສັນຕິພາບ, ຄວາມໝັ້ນຄົງ. ນອກຈາກນັ້ນ, UNGA-80 ກໍ່ຈະສະແດງໃຫ້ເຫັນວ່າ ບັນດາປະເທດສະມາຊິກສະຫະປະຊາຊາດຈະມີຄຳໝັ້ນສັນຍາໃຫຍ່ພໍສົມຄວນຕໍ່ການຫັນບັນດາເປົ້າໝາຍຂອງສັນຍາອະນາຄົດ ທີ່ໄດ້ຮັບຮອງເອົາໃນປີ 2024 ໃຫ້ປະກົດຜົນເປັນຈິງໄດ້ຫຼືບໍ່. ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ, ໃຫ້ຮູ້ວ່າ:

“ພວກເຮົາໄດ້ກຳນົດແຈ້ງວ່າ ການຮ່ວມມືມີຄວາມສຳຄັນຄືແນວໃດໃນຍຸກສະໄໝປັນຍາປະດິດ ແລະ ໂລກດີຈີຕອນບໍ່ພຽງແຕ່ແມ່ນການຮ່ວມມືລະຫວ່າງບັນດາປະເທດພັດທະນາເທົ່ານັ້ນຫາກຍັງແມ່ນການຮ່ວມມືທີ່ອະນຸຍາດໃຫ້ບັນດາປະເທດພວມພັດທະນາກາຍເປັນສ່ວນໜຶ່ງທີ່ໄດ້ຮັບຜົນປະໂຫຍດຈາກ  AI. ຕໍ່ຈາກນັ້ນການປ່ຽນແປງຂອງດິນຟ້າອາກາດກໍ່ແມ່ນຂົງເຂດສຳຄັນພິເສດໃນຈຸດເວລາການຫັນປ່ຽນໄປສູ່ພະລັງງານທົດແທນ ໄດ້ພິສູດໃຫ້ເຫັນວ່າ ພະລັງງານທົດແທນແມ່ນວິທີດີທີ່ສຸດ ແລະ ມີລາຄາຖືກທີ່ສຸດເພື່ອຜະລິດພະລັງງານ. ນອກນັ້ນພວຂ້າພະເຈົ້າໍພວມຊຸກຍູ້ການປຶກສາຫາລືຄັ້ງໃໝ່ໃຫ້ແກ່ສັນພາບການຮ່ວມມື ເພື່ອໃຫ້ບັນດາພື້ນຖານວັດທະນະທຳທີແຕກຕ່າງກັນສາມາດຮ່ວມມືນຳກັນໄດ້”.

ວັນທີ 03 ກັນຍາ, ສະຫະປະຊາຊາດກໍ່ກະຕຸກຊຸກຍູ້ບັນດາປະເທດສະມາຊິກຍົກອອກຂັ້ນຕອນການປົກປັກຮັກສາດິນຟ້າອາກາດໂດຍໄວ ເພື່ອນຳບັນດາຄຳໝັ້ນສັນຍາເຂົ້າບົດລາຍງານການກະທຳຮັບມືກັບດິນຟ້າອາກາດທົ່ວໂລກ ທີ່ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ໃນວັນທີ 24 ກັນຍາ ນີ້.

ກ່ຽວກັບບັນຫາ ປາແລັດສະຕິນ

ໂດຍໄດ້ຮັບຄວາມຫວັງຫຼາຍຢ່າງທີ່ຈະບັນລຸໄດ້ບັນດາໝາກຜົນບຸກທະລຸກ່ຽວກັບການຄຸ້ມຄອງ AI, ການປະຕິບັດ SDGs, ໃຫ້ຄຳໝັ້ນສັນຍາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ແຕ່ UNGA-80 ກໍມີຄວາມສ່ຽງຈະຖືກແບ່ງແຍກ ຍ້ອນບັນດາການປະທະກັນດ້ານພູມສາດການເມືອງໃນປະຈຸບັນຂອງໂລກ, ພິເສດແມ່ນການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ ແລະ ບັນຫາລັດ ປາແລັດສະຕິນ. ກ່ອນເວລາຈັດກອງປະຊຸມ UNGA-80, ມີຫຼາຍປະເທດຝ່າຍຕາເວັນຕົກ ຄື: ອັງກິດ, ຝລັ່ງ, ແບນຊິກ, ການາດາ… ຖະແຫຼງຈະຮັບຮອງລັດ ປາແລັດສະຕິນ ໃນຂອບເຂດກອງປະຊຸມ UNGA-80 ນີ້. ທ່ານ Jean-Noel Barrot, ລັດຖະມົນຕີການຕ່າງປະເທດ ຝລັ່ງ, ຖະແຫຼງວ່າ:

“ປະເທດ ຝລັ່ງ ໄດ້ກຽພ້ອມເພື່ຮັບຮອງເອົາລັດ ປາແລັດສະຕິນ ຢ່າງສົມບຸນ. ການຮັບຮອງດັ່ງກ່າວແມ່ນຂໍ້ຕົກລົງໃຫຍ່ຂອງປະເທດ ຝລັ່ງທັງ ສະແດງໃຫ້ເຫັນການປະຕິເສດ ກໍຄືແມ່ນຄຳຮຽກຮ້ອງ. ນີ້ແມ່ນການປະຕິເສດຕໍ່ແນວຄິດທີ່ວ່າ ຝ່າຍເດີນຕາມສົງຄາມພວມຊະນະຝ່າຍເດີນຕາມສັນຕິພາບ”.

ເຖິງຢ່າງໃດກໍ່ຕາມ, ແຜນການຮັບຮອງລັດ ປາແລັດສະຕິນ ຂອງບັນດາປະເທດດັ່ງກ່າວພວມປະສົບກັບສິ່ງທ້າທາຍໃຫຍ່ຈາກບັນດາປະເທດຝ່າຍຕາເວັນຕົກເອງ. ວັນທີ 29 ສິງຫາ, ອຳນາດການປົກຄອງ ອາເມລິກາ ແຈ້ງໃຫ້ຊາບວ່າ ບໍ່ອະນຸຍາດໃຫ້ທ່ານ Mahmoud Abbas, ປະທານາທິບໍດີ ອຳນາດການປົກຄອງ ປາແລັດສະຕິນ ເຂົ້າ ນິວຢອກ ເພື່ອເຂົ້າຮ່ວມ UNGA-80 ກັບບັນດາການນຳໂລກ. ສຳລັບສະຫະປະຊາຊາດແລ້ວ, ຂໍ້ຕົກລົງດັ່ງກ່າວກໍ່ເຮັດໃຫ້ການພົວພັນລະຫວ່າງອົງການນີ້ກັບອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຍິ່ງສັບສົນຂຶ້ນຕື່ມ. ທ່ານ Martin Jacques, ອະດີດນັກຊ່ຽວຊານພະແນກການເມືອງ ແລະ ຄົ້ນຄວ້າສາກົນ, ມະຫາວິທະຍາໄລ Cambridge, ອັງກິດ, ໃຫ້ຂໍ້ສັງເກດວ່າ:

“ນີ້ແມ່ນສະພາວະການອັນຕະລາຍໃຫ້ແກ່ສະຫະປະຊາຊາດ. ສະຫະປະຊາຊາດ ອາດຈະຖືກນາບຂູ່ຍ້ອນການພົວພັນກັບ ອາເມລິກາ. ພວກເຮົາລໍຖ້າເບິ່ງວ່າ ສິ່ງໃດຈະເກີດຂຶ້ນ ແຕ່ຈະແມ່ນສິ່ງບໍ່ດີທີ່ສຸດ ແລະ ແມ່ນການຜັນແປທີ່ຫຍໍ້ທໍ້ ຖ້າຫາກວ່າ ອາເມລິກາ ຕົກລົງຖອນຕົວອອກຈາກສະຫະປະຊາຊາດ. ນັ້ນຈະແມ່ນບັນຫາໃຫຍ່ແຕ່ຫວັງວ່າ ມັຈະບໍ່ເກີດຂຶ້ນ”.

ຄາດວ່າ, ທີ່ການພົບປະກັນປະທານາທິບໍດີ ອາເມລິກາ ໃນອາທິດນີ້ຢູ່ ວໍຊິງຕັນ (ອາເມລິກາ), ການນຳບັນດາປະເທດ ເອີລົບ ຈະແລກປ່ຽນກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບບັນດາບັນຫາຢູ່ UNGA-80, ພ້ອມກັບບັນດາການປຶກສາຕົ້ນຕໍກ່ຽວກັບການປະທະກັນຢູ່ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

ປະຈຸບັນ, ມີ 56% ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ມີແຜນການເພີ່ມເງິນລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດໃນເວລາ 1 ປີຈະມາເຖິງ.

Top