• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 4 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ

      ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4
ຕອນເຊົ້າວັນທີ 6 ສິງຫາ, ທີ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຈັດກອງປະຊຸມຄັ້ງທີ 4 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN) ພາຍໃຕ້ການເປັນປະທານຂອງທ່ານ ບຸ່ຍ ແທັງ ເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງເພື່ອສຳຫຼວດກວດຄືນ, ກະຕຸກຊຸກຍູ້ໃຫ້ສຳເລັດວຽກງານການກະກຽມ, ຈັດຕັ້ງກອງປະຊຸມ WEF ASEAN ແຕ່ວັນທີ 11-13 ກັນຍາ 2018. ເຂົ້າຮ່ອມກອງປະຊຸມມີຜູ້ຕາງໜ້າທຸກໆບັນດາອານຸກຳມະການ, ກອງເລຂາ ແລະ ບັນດາສະມາຊິກຄະນະຈັດຕັ້ງແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆທີ່ກ່ຽວຂ້ອງ.
ທີ່ກອງປະຊຸມ, ທ່ານ ບຸ່ຍ ແທັງ ເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງໄດ້ເນັ້ນໜັກວ່າ ປະຊຸມ WEF ASEAN ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຂອງ ຫວຽດນາມ ໃນປີ 2018, ທ່ານຮອງລັດຖະມົນຕີສະເໜີ ບັນດາອານຸກຳມາການ, ກອງເລຂາ ແລະ ບັນດາສະມາຊິກຄະນະຈັດຕັ້ງຈົ່ງຍົກສູງນ້ຳໃຈຮັບຜິດຊອບ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເຕົ້າໂຮມກຳລັງ, ກະຕຸກຊຸກຍູ້ຜັນຂະຫຍາຍ ແລະ ເຮັດສຳເລັດວຽກງານການກະກຽມໃນເດືອນສິງຫາ 2018 ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງກອງປະຊຸມ WEF ASEAN ປະສົບຜົນສຳເລັດໃນທຸກດ້ານ.
ກອງປະຊຸມ WEF ASEAN ປີ 2018 ມີຫົວຂໍ້ວ່າ: ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”, ແມ່ນໜື່ງໃນບັນດາເວທີປາໄສທີ່ສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຊຸກຍູ້ການເຈລະຈາ, ແບ່ງປັນແນວຄວາມຄິດ, ນະໂຍບາຍ ແລະ ການຮ່ວມມືລະຫວ່າງ ບັນດາລັດຖະບານ, ວິສາຫະກິດ, ອົງການຈັດຕັ້ງສັງຄົມພາຍໃນ ແລະ ນອກພາກພື້ນກ່ຽວກັບການຍາດແຍ່ງໂອກາດ ແລະ ແກ້ໄຂບັນດາບັນຫາ ການປະຕິວັດອຸດສາຫະກຳ 4.0 ຊື່ງກຳລັງວາງອອກຕໍ່ບັນດາປະເທດ ອາຊຽນ ແລະ ພາກພື້ນ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top