• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC

      ວັນທີ 27 ມິຖຸນາ, ທີ່ແຂວງ ຄູໜານ, ຈີນ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 15 ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

ກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC
      ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
        ກ່າວຄຳເຫັນທີ່ SOM-DOC, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຢືນຢັນຄວາມສຳຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນສຳລັບການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ຊົມເຊີຍບາງໝາກຜົນໃນການປະຕິບັດ DOC; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວສ້າງເກາະທຽມ, ຕິດຕັ້ງ ແລະ ທົດລອງບັນດາພາຫະນະການທະຫານຢູ່ບັນດາໂຄງສ້າງທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ, ໄປຝືນກັບຫຼັກການຂອງ DOC, ສົ່ງຜົນສະທ້ອນທີ່ບໍ່ດີເຖິງວິວັດທະນາການເຈລະຈາ COC. ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັນ, ບໍ່ມີບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມໃນພື້ນທີ່ຕົວຈິງ, ສ້າງສະພາບແວດລ້ອມສະດວກໃຫ້ການເຈລະຈາ COC.
        ອາຊຽນ ແລະ ຈີນ ໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງໜ່ວຍປະຕິບັດງານຮ່ວມ JWG-DOC ໃນເດືອນ ກັນຍາ ຈະມາເຖິງຢູ່ Siem Reap ປະເທດ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top