• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂອງກົມການເມືອງກ່ຽວກັບວຽກງານປ້ອງກັນ,ຄວບຄຸມໂລກພະຍາດໂຄວິດ-19

      ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ໄດ້ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະຜ່ານມາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ, ກ່າວຄຳເຫັນສະຫຼຸບກອງປະຊຸມ
(ພາບ: TTXVN)
      ຕອນເຊົ້າວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ກົມການເມືອງໄດ້ຈັດກອງປະຊຸມກ່ຽວກັບວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫວຽນຝູູຈ້ອງ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ທ່ານນາງກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ໄດ້ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ ຈ້ອງ ເນັ້ນໜັກວ່າ: ປີ 2020, ຫວຽດນາມ ມີຫຼາຍເຫດການສຳຄັນ, ເຊິ່ງເປັນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ; ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021; ເປັນປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ… ຍ້ອນເຫດນັ້ນ, ຄວນຄິດໄລ່ເຖິງແຜນງານ, ມີບັນດາມາດຕະການແກ້ໄຂຢ່າງຍາວນານ, ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງ ຊາດໃຫ້ຫຼາຍກວ່ານີ້ອີກ ໃນແນວຮົບປ້ອງກັນ, ຄວບຄຸມໂລກລະບາດ ໃຫ້ຖືກຕ້ອງຕາມຈິດໃຈ “ຕ້ານໂລກລະບາດຄື ຕ້ານສັດຕູ”.
        ພ້ອມກັບການປ້ອງກັນ, ຄວບຄຸມໂລກລະບາດ, ຕ້ອງເປັນເຈົ້າການ, ຕັ້ງໜ້າສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍ, ມາດຕະການໃຫ້ເປັນຢ່າງດີ ເພື່ອຈຳກັດຜົນກະທົບຢ່າງສຸດຂີດສຳລັບການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top