• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດແລະກົນໄກປະຕູດຽວອາຊຽນ

      ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ ແລະ ສ້າງຄວາມສະດວກດ້ານການຄ້າ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມກ່ຽວກັບການຊຸກຍູ້ກົນໄກປະຕູດຽວແຫ່ງຊາດ
ແລະກົນໄກປະຕູດຽວອາຊຽນ)
     ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄວນສືບຕໍ່ຫຼຸດຜ່ອນບັນດາລາຍຈ່າຍໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.
        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການຂອງຫວຽດນາມ, ໃນດຳລັດກໍ່ຄືໂຄງການເຄື່ອນໄຫວຂອງລັດຖະບານ, ຕ້ອງມີບົດບາດສະເໜີບັນດາການປະຕິຮູບມີລັກສະນະບຸກທະລຸຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ແທດຈິງກວ່າ; ພິເສດແມ່ນວຽກງານຄຸ້ມຄອງສະເພາະຂະແໜງສຳລັບສິນຄ້ານຳເຂົ້າ, ສົ່ງອອກ ເພື່ອແກ້ໄຂຂໍ້ຄົງຂ້າງນີ້, ປະກອບສ່ວນຊຸກຍູ້ການນຳເຂົ້າ, ສົ່ງອອກ, ແລກປ່ຽນການຄ້າສາກົນ ແລະ ພາກພື້ນ. ນີ້ແມ່ນກຳລັງໜູນໃຫ້ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ.”
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ຫວຽດນາມ ຕ້ອງແມ່ນປະເທດປະຕິບັດບັນດາຄຳໝັ້ນສັນຍາສາກົນເປັນຢ່າງດີ. ເມື່ອມາລົງທຶນຢູ່ຫວຽດນາມ, ວິສາຫະກິດລົງທຶນຕ່າງປະເທດ, ນັກທ່ອງທ່ຽວມີສະພາບແວດລ້ອມເປັນຢ່າງດີທີ່ສຸດ, ມີຄວາມສະດວກທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top