• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ

ຕອນເຊົ້າວັນທີ 27 ສິງຫາ, ທີ່ ນະຄອນຫຼວງພະນົມເປັນ (ປະເທດກຳປູເຈຍ), ໄດ້ໄຂກອງປະຊຸມກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ, ດ້ວຍຫົວຂໍ້ວ່າ: “ບົດບາດໜ້າທີ່ຮັບຜິດຊອບໃນການຕິດຕາມກວດກາຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບລະຫວ່າງສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມໃນວຽກງານກໍ່ສ້າງ, ຮ່ວມມື ແລະ ພັດທະນາເຂດຊາຍແດນໃຫ້ມີຄວາມສັນຕິພາບ ແລະ ມິດຕະພາບ”.

ກອງປະຊຸມກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ  

ທີ່ກອງປະຊຸມດັ່ງກ່າວ, ບັນດາກຳມາທິການໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຕີລາສູງຕໍ່ຜົນສຳເລັດການຮ່ວມມືດ້ານເສດຖະກິດ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງປະເທດໃນໄລຍະຜ່ານມາ. ບັນດາຜູ້ແທນກໍ່ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ວາງທິດທາງການປະຕິບັດຮັກສາຄວາມສະຫງົບລຽບຕາມຊາຍແດນ. ບັນດາຜູ້ແທນກໍ່ໄດ້ເໜັ້ນໜັກເຖິງບົດບາດໜ້າທີ່ຮັບຜິດຊອບຂອງກຳມາທິການໃນວຽກງານການຕິດຕາມ, ກວດກາ ແລະ ຊຸກຍູ້ການຮ່ວມມື ແລະ ພັດທະນາເຂດຊາຍແດນໃຫ້ມີຄວາມສະຫງົບ ແລະ ມິດຕະພາບ. ກ່າວຄຳເຫັນກອງປະຊຸມ, ທ່ານເຈິ່ນຫງອັກແຄັງ, ຮອງຫົວໜ້າກຳມາທິການຜູ້ຮັບຜິດຊອບປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຫວຽດນາມ, ຢັ້ງຢືນວ່າ:

“ ນີ້ແມ່ນຈຸດເວລາທີ່ສະດວກເພື່ອໃຫ້ພວກເຮົາພ້ອມກັນທົບທວນຄືນໃນຂະບວນວິວັດແຫ່ງການຮ່ວມມື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະ ບັນດາບັນຫາທີ່ຄວນໄດ້ສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈປະກອບສ່ວນກໍ່ສ້າງເສັ້ນທາງຊາຍແດນໃຫ້ມີຄວາມສັນຕິພາບ ແລະ ມິດຕະພາບ”.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top