• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງບັນຊາການຕຳຫລວດທະເລຫວຽດນາມມອບສົ່ງກຳປັ່ນສັບພະປະໂຫຍດລຳທີ 3 ໃຫ້ກຳລັງຕຳຫລວດທະເລ


ກຳ​ປັ່ນ 2000 ຂອງ​ກຳ​ລັງ​ຕຳ​ຫລວດ​ເຮືອ
 
      ​​ວັນ​ທີ 22/10, ຢູ່​ທ່າ​ກຳ​ປັ່ນ ດີງ​ຫວູ, ນະ​ຄອນ ຫາຍ​ຟ່ອງ, ກອງ​ບັນ​ຊາ​ການ​ຕຳ​ຫລວດ​ທະ​ເລ ສົມ​ທົບ​ກັບ ບໍ​ລິ​ສັດ 189, ກົມ​ໃຫຍ່​ກົມ​ອຸດ​ສາ​ຫະ​ກຳ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ສົ່ງ ກຳ​ປັ່ນ​ທະ​ເລສັບ​ພະ​ປະ​ໂຫຍດ ລ​ຳທີ 3 ໃຫ້​ແກ່ ກຳ​ລັງ​ຕຳ​ຫລວດທະ​ເລ ຫວຽດ​ນາມ. ນີ້​ແມ່ນ​ກຳ​ປັ່ນລຳ​ສຸດ​ທ້າຍ​ໄດ້​ມອບ​ສົ່ງ​ໃຫ້​ກຳ​ລັງ​ຕຳ​ຫລວດ ໃນ​ຍອດ​ຈຳ​ນວນກຳ​ປັ່ນ 7 ລຳ ແລະ ແມ່ນ​ຫນຶ່ງ​ໃນ​ກຳ​ປັ່ນ​ສັບ​ພະ​ປະ​ໂຫຍດ 2 ລຳ ຊື່ງ​ໄດ້​ຮັບ​ການ​ຕໍ່​ກຳ​ປັ່ນ​ຕາມ​ໂຄງ​ການ​ຂອງ​ມະ​ຕິ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ຜ່ານນັ້ນ, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ​ຄວາມ​ໝັ້ນ​ຄົງ​ບົນ​ທະ​ເລ​ຂອງ​ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top