• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທຶນ “ມື້ອື່ນທີ່ສົດໃສກວ່າ” ໜູນຊ່ວຍຜູ້ເປັນພະຍາດມະເຮັງທີ່ທຸກຍາກໄດ້ຮັບການອຸປະຖຳ ເກືອບ 2.240 ຕື້ດົ່ງ

ຕອນຄ່ຳວັນທີ 23 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ກອງທຶນໜູນຊ່ວຍຜູ້ຖືກມະເຮັງ “ມື້ອື່ນທີ່ສົດໃສກວ່າ” (ຂຶ້ນກັບກະຊວງສາທາລະນະສຸກ ຫວຽດນາມ) ຈັດລາຍການພົບປະແລກປ່ຽນສີລະປະເພື່ອສ້າງກອງທຶນໜູນຊ່ວຍຜູ້ທຸກຍາກທີ່ເປັນພະຍາດມະເຮັງ.
(ທ່ານ ນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ກ່າວຄຳເຫັນທີ່ລາຍການ)

ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພາ, ຢູ່ນະ​ຄອນ ໂຮ່​ຈີ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ຖືກມະ​ເຮັງ “ມື້​ອື່ນທີ່​ສົດ​ໃສ​ກວ່າ” (ຂຶ້ນ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ) ຈັດ​ລາ​ຍ​ການ​ພົບ​ປະ​ແລກ​ປ່ຽນ​ສີ​ລະ​ປະເພື່ອ​ສ້າງກອງ​ທຶນ​ໜູນ​ຊ່ວຍ​ຜູ້​ທຸກ​ຍາກທີ່ເປັນພະຍາດມະ​ເຮັງ.

ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ ​ນາງ ຟ້າມ​ທິ​ແທັງ​ຈ່າ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ປະ​ຈຸ​ບັນ ຍັງ​ມີ​ຜູ້ເປັນພະຍາດມ​ະ​ເຮັງ​ທີ່ທຸກ​ຍາກເປັນຈຳນວນ​ຫຼາ​ຍ, ໃນ​ນັ້ນ ​ມີ​ເດັກ​ນ້ອຍ​ທີ່​ພວມ​ຕ້ອງ​ການ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ການ​ປິ່ນ​ປົວ​ເພື່ອ​ມີ​ຊີ​ວິດຢູ່ຕໍ່. ທ່ານ​ກໍ່ໍ່ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ, ປະ​ຊາ​ຄົມ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ໃຫ້​ຄົນ​ເຈັບ​ທຸກ​ຄົນ, ໂດຍ​ສະ​ເພາ​ະ​ແມ່ນ​ຄົນ​ເຈັບ​​ເດັກ, ລ້ວນ​ແຕ່​ມີ​ສິດ​ມີ​ຄວາມ​ຫວັງ​ເພື່ອ​ອະ​ນ​າ​ຄົດ​ທີ່​ສົດ​ໃສ​ກວ່າ.

​ທີ່​ລາຍ​ການ, ມີ​​ຫຼາຍວິ​ສາ​ຫະ​ກິດ, ອົງ​ການ, ຜູ້​ໃຈ​ບຸນ​ໃຈກຸ​ສົນ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ໜັບ​ສະ​ໜູນກອງ​ທຶນ​ດ້ວຍ​ເງິນ​ສົດ, ຢຸກ​ຢາ, ອຸ​ປະ​ກອນ​ການ​ແພດ ລວມ​ມູນ​ຄ່າ​ເກືອບ 2.240 ຕື້​ດົ່ງ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top