• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

​ລາຍ​ຮັບ​ງົບ​ປະ​ມານຂອງ ກວ໋າງ​ນິງ​ ​ໃນ​ປີ 2025 ຄາດ​ວ່າ​ລື່ນ​ກາຍ 43%

ໂດຍປະຕິບັດຫົວຂໍ້ປີ 2025 “ ບຸກທະລຸໃນການພັດທະນາເສດຖະກິດ, ສ້າງທ່ວງທ່າໃຫ້ແກ່ອາຍຸການໃໝ່” ທັງລະບົບການເມືອງຂອງແຂວງ ໄດ້ເລີ່ມລົງມືເຂົ້າໃນການປະຕິບັດບັນດາໜ້າທີ່, ພິເສດແມ່ນໜ້າທີ່ກັບລາຍຮັບງົບປະມານທ້ອງຖິ່ນ.
ພື້ນຖານໂຄງລ່າງຢູ່ ແຂວງກວ໋າງນິງ (ພາບ: VOV)

ປິ 2025, ແຂວງ ກວ່າງນິງ ໄດ້ວາງເປົ້າໝາຍການເຕີບໂຕຢູ່ລະດັບ ສອງຕົວເລກ, ລາຍຮັບງົບປະມານກ່ວາ 57.300 ຕື້ດົ່ງ. ເຖິງຢ່າງໃດກໍຕາມ, ແຂວງກວ໋າງນິງໄດ້ບັນລຸລະດັບລື່ນກາຍຫຼາຍເມື່ອທຽບໃສ່ກັບແຜນການ, ຄາດວ່າ ການເຕີບໂຕເສດຖະກິດຂອງ ແຂວງກວ໋າງນິງໃນທັງປີ 2025 ຈະບັນລຸລະດັບ 14% ແລະ ລາຍຮັບງົບປະມານຄາດວ່າຈະບັນລຸ 82.235 ຕື້ດົ່ງ, ເພີ່ມຂຶ້ນ 43%ເມື່ອທຽບໃສ່ກັບເປົ້າໝາຍ.

ໂດຍປະຕິບັດຫົວຂໍ້ປີ 2025 “ ບຸກທະລຸໃນການພັດທະນາເສດຖະກິດ, ສ້າງທ່ວງທ່າໃຫ້ແກ່ອາຍຸການໃໝ່” ທັງລະບົບການເມືອງຂອງແຂວງ ໄດ້ເລີ່ມລົງມືເຂົ້າໃນການປະຕິບັດບັນດາໜ້າທີ່, ພິເສດແມ່ນໜ້າທີ່ກັບລາຍຮັບງົບປະມານທ້ອງຖິ່ນ. ນັບແຕ່ເດືອນ ກໍລະກົດ 2025, ພາຍຫຼັງປະຕິບັດສຳເລັດການສັບຊ້ອນກົງຈັກລັດ, ໂຮມບັນດາຫົວໜ່ວຍປົກຄອງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ໄດ້ເພີ່ມທະວີການຜັນຂະຫຍາຍໜ້າທີ່, ວິທີການພັດທະນາເສດຖະກິດ - ສັງຄົມ ໃນ 6 ເດືອນທ້າຍປີ 2025.

ແຂວງ ໄດ້ນຳພາປະຕິບັດບັນດາມາດຕະການບໍລິຫານເສດຖະກິດໃນບັນດາຂົງເຂດຢ່າງຮອບດ້ານ, ແກ້ໄຂຂໍ້ຂັດແຍ້ງ, ຂໍ້ຕິດຂັດກ່ຽວກັບການບຸກເບີກໜ້າພຽງໃຫ້ແກ່ຫຼາຍໂຄງການຈຸດສຸມ, ສົ່ງເສີມບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນເຂົ້າບັນດາເຂດອຸດສາຫະກຳ… ກວ໋າງນິງ ກໍ່ໄດ້ສ້າງທຸກເງື່ອນໄຂສະດວກທີ່ສຸດ, ຕັ້ງໜ້າໜູນຊ່ວຍ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ນຳບັນດາໂຄງການ, ກິດຈະກຳ ແລະ ການເຄື່ອນໄຫວ, ເປັນຕົ້ນແມ່ນບັນດາໂຮງງານປຸງແຕ່ງ, ປະດິດແຕ່ງ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top