• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝູ່ບ້ານ ຫັດຖະກໍາ ໄມ້ໄຜ່ ທູຮ່ົງ

ແຕ່ໃດໆ ມາ, ທົ່ວທຸກແຫ່ງຫົນໃນກຳແພງນະຄອນຫຼວງ ທັງລອງ-ຮ່າໂນ້ຍ ເກົ່າ, ເມື່ອເວົ້າເຖິງເຄື່ອງ ຕົບແຕ່ງພາຍໃນ, ປະຊາຊົນມັກເວົ້າສູ່ກັນຟັງວ່າ ເຮືອນໄມ້ຂະແມ, ເຮືອນໄມ້ໄຜ່ຂອງນາຍຊ່າງ ທູຮົ່ງເພື່ອຍ້ອງຍໍສັນລະເສີນ ອາຊີບຜະລິດ ຜະລິດຕະພັນນາໆ ຊະນິດຈາກ ໄມ້ໄຜ່, ໄມ້ຊອດທີ່ໄດ້ສ້າງຕັ້ງຂຶ້ນມາກ່ອນໜ້ານີ້ ປະມານ 300 ປີ ຂອງບ້ານ ທູຮົ່ງ, ຕາແສງຊວນທ, ເມືອງ ຊອກເຊີນ, ຮ່າໂນ້ຍ.
ຕາມພົງສາວະດານ, ແຕ່ສະໄໝເຈົ້າຊີວິດ ເລແກ໋ງຮຶງ (1740 – 1786), ບ້ານ ທູຮ່ົງ ໃນສະໄໝກ່ອນ, ບ້ານ ທູຖຸຍ ໃນປັດຈຸບັນ ໄດ້ມີອາຊີບຜະລິດເຄື່ອງຕົບແຕ່ງພາຍໃນ ດ້ວຍໄມ້ໄຜ່. ບ້ານ ທູ ຮ່ົງ ຕັ້ງບ້ານເຮືອນຢູ່ລຽບຕາມ ແມ່ນໍ້າກ່າໂລ, ປະຊາກອນ ຫຼາຍ ຮ້ອຍຄອບຄົວ, ໃນນັ້ນ 30% ແມ່ນທຳອາຊີບ ຜະລິດ ໄມ້ໄຜ່ ຄື: ປຸກເຮືອນ, ເຮັດຕັ່ງ, ໂຕະ, ຕູ້, ຕຽງ, ຮ້ານບູຊາ…
 
ທ່ານ ຫງວຽນວັນກີ, ເຈົ້າຄອງໂຮງງານຜະລິດເຄື່ອງເຟີນີເຈີຈາກໄມ້ໄຜ່, ໄມ້ຊອດແຫ່ງໜຶ່ງ ໃຫ້ຮູ້ວ່າ ຢາກຫາໄດ້ໄມ້ໄຜ່, ໄມ້ຊອດອັນດີ, ງາມຕ້ອງໃຊ້ເວລາໄປເກັບຊື້ຢູ່ແຂວງ ບັກກ້ານ, ຫາຍເຢືອງ, ກາວບັ່ງ ແລະ ບັນດາໝູ່ບ້ານຕ່າງໆ ອີກດ້ວຍ. ລຳໄມ້ໄຜ່ໄດ້ນຳໃຊ້ເພື່ອເຮັດ ຂາຕຽງ, ຕຽງໄມ້ໄຜ່, ຕັ່ງ, ງ່າໄມ້ໄຜ່ໄດ້ນຳໃຊ້ເພື່ອເຮັດເຄື່ອງສິລະປະຫັດຖະກຳ, ປະດັບປະດາຕັ່ງ, ແຕະ… ນາຍຊ່າງຂອງສະຫະກອນ ທູຮ່ົງ ມີເຕັກນິກ ການປຸກເຮືອນ ດ້ວຍ ໄມ້ໄຜ່ ແບບບໍ່ຊໍ້າໃຜ. ເຂົາເຈົ້າຄວັດ, ເຈາະດ້ວຍມືທັງ ແຫຼມທັງ ແໜ້ນ, ເຮັດໃຫ້ໄມ້ໄຜ່ ບໍ່ແຕກ. ຮູ ທີ່ເຈາະທັງແຫຼມ ທັງແໜ້ນ ຈົນ ເຖິງເວລາຕໍ່ຂື່ເຮືອນໃສ່ກັນ, ຮູ ກໍ່ບໍ່ແຕກ. ນັ້ນ ແມ່ນປະສົບການ, ແມ່ນສິ່ງຍອດຢ້ຽມຂອງການທຳອາຊີບ​ມາ ເປັນເວລາຫຼາຍປີ. ຜະລິດຕະພັນເຮັດຈາກໄມ້ໄຜ່ ທູຮົ່ງ ມີຄວາມແໜ້ນດີ ແລະ ງາມ, ຜະລິດຕະພັນຈຳນວນໜຶ່ງຄື: ຕັ່ງ, ໂຕະ, ຕັ່ງຍາວ…ມີລູກຄ້າຢູ່ ເຢຍລະມັນ, ຮັດເຊຍ, ອາເມລິກາ ແລະ ປະເທດຕ່າງໆ ສັ່ງຊື້. 
 



ເຮືອນໄມ້ໄຜ່ ທີ່ໄດ້ກໍ່ໂດຍຊ່າງຢູ່ບ້ານ ທູຮົ່ງ ອາດສາມາດ ນຳໃຊ້ໃນຮ້ອຍໆ ປີ.



ນາຍຊ່າງທີ່ບ້ານ ທູຮົ່ງ ອອກແບບຂອບເຮືອນຫຼາຍຫຼັງ ດ້ວຍໄມ້ໄຜ່ ຢ່າງມີເອກະລັກສະເພາະ.



ປະຈຸບັນ ມີປະຊາຊົນນັບເຖິງຮ້ອຍໆ ຄົນ ອາໄສຕາມແຄມຝັ່ງ ແມ່ນຳ້ ກ່າໂລ, ຂຶ້ນກັບບ້ານ ທູຮົ່ງ ພວມທຳອາຊີບຜະລິດ ໄມ້ໄຜ່, ໄມ້ຊອດ.



ສຳລັບຕັ່ງ, ໂຕະທີ່ເຮັດດ້ວຍໄມ້ໄຜ່ບາງຊຸດ, ຊ່າງທູຮົ່ງ ຕ້ອງເຮັດເປັນເດືອນຈຶ່ງແລ້ວ.


ປະຈຸບັນ, ຊາວບ້ານ ທູຮົ່ງ ນຳນວນບໍ່ໜ້ອຍ ໄດ້ມີການ ລົງທຶນເປັນຮ້ອຍໆ ລ້ານດົ່ງ ເພື່ອຊື້ເຄື່ອງຈັກ, ອຸປະກອນຮັບໃຊ້ໃຫ້ແກ່ການຜະລິດ.


ບໍລິສັດເຄື່ອງຈັກສານ ບົງມາຍ ຈຳກັດ ທີ່ບ້ານ ຮົ່ງ ເປັນວິສາຫະກິດທີ່ໄດ້ສ້າງຕັ້ງຂຶ້ນຈາກໜ່ວຍຜະລິດໜຶ່ງກ່ອນນີ້ ສິບກວ່າປີ, ປະຈຸບັນກາຍເປັນ ຈຸດເດັ່ນໃນການຜະລິດບັນດາຜະລິດຕະພັນຈາກໄມ້ໄຜ່ສົ່ງອອກ. ທ້າວ ຟານວັນມ້າວ, ຜູ້ອຳນວຍການຂອງບໍລິສັດດັ່ງກ່າວໃຫ້ຮູ້ວ່າ ປະຈຸບັນ, ບໍລິສັດກຳລັງສະໜອງບັນດາຜະລິດຕະພັນຄື: ຕັ່ງຍາວ, ໂຕະຕັ່ງທີ່ໄດ້ເຮັດດ້ວຍໄມ້ໄຜ່, ມີການປະສົມປະສານລະຫວ່າງແບບທັນສະໄໝ ແລະ ມູນເຊື້ອ. ບັນດາຜະລິດຕະພັນຂອງບໍລິສັດດັ່ງກ່າວໄດ້ເຮັດມາດ້ວຍຊ່າງຫັດຖະກຳ ມືອາຊີບ, ສະນັ້ນ ຈຶ່ງມີຄວາມທົນທານສູງ, ງາມ ແລະ ຮັບປະກັນມາດຕະຖານດ້ານຄຸນນະພາບ, ຮູບແບບ, ຄວາມທົນທານຂອງສີ. ໝູ່ບ້ານອາຊີບພື້ນເມືອງຜະລິດເຄື່ອງຈັກສານ ທູຮົ່ງ ບໍ່ພຽງແຕ່ ມີຊື່ສຽງດ້ວຍຜະລິດຕະພັນເຮັດຈາກໄມ້ໄຜ່, ໄມ້ຊອດເທົ່ານັ້ນ, ຫາກຍັງມີຫຼາຍຄົນຮູ້ເຖິງຜ່ານຜະລິດຕະພັນຮູບແຕ້ມໄມ້ໄຜ່ອີກດ້ວຍ. ຮູບແຕ້ມ ໄມ້ໄຜ່ໄດ້ສ້າງລາຍຮັບບໍ່ໜ້ອຍມາໃຫ້ແກ່ປະຊາຊົນທີ່ພວມອາໄສຢູ່ໝູ່ບ້ານແຫ່ງນີ້. 



ໝູ່ບ້ານອາຊີບຜະລິດໄມ້ໄຜ່, ໄມ້ຊອດ ທູຮົ່ງ ບໍ່ພຽງແຕ່ມີຊື່ສຽງດ້ວຍຜະລິດຕະພັນເຮັດຈາກໄມ້ໄຜ່, ໄມ້ຊອກ ເທົ່ານັ້ນ, ຫາກຍັງມີຫຼາຍຄົນຮູ້ເຖິງຜ່ານຜະລິດຕະພັນ ຮູບແຕ້ມ ໄມ້ໄຜ່ ອີກດ້ວຍ.


ນັກທ່ອງທ່ຽວຕ່າງປະເທດ ຮູ້ສຶກປະທັບໃຈຕໍ່ຮູບແຕ້ມ ໄມ້ໄຜ່ ທີ່ມີຫົວເລື່ອງກ່ຽວກັບຖະໜົນເກົ່າ ຮ່າໂນ້ຍ ຂອງໝ່ບ້ານ ຫັດຖະກຳ ໄມ້ໄຜ່ ທູຮົ່ງ.
 

ດ້ວຍຄວາມມຸ່ງຫວັງຢາກອະນຸລັກໝູ່ບ້ານອາຊີບພື້ນເມືອງແຫ່ງນີ້, ອຳນາດການປົກຄອງທ້ອງຖິ່ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາຄອບຄົວທີ່ທຳອາຊີບດັ່ງກ່າວ, ສົ່ງເສີມການສ້າງຕັ້ງບໍລິສັດເອກະຊົນທີ່ມີຂອບຂະໜາດໃຫຍ່ເພື່ອສ້າງ ເຄື່ອງໝາຍການຄ້າ ເຄື່ອງຈັກສານທູຮົ່ງໃຫ້ພັດທະນາຢ່າງໝັ້ນຄົງຕະຫຼອດການ.
 
ບົດ: ຫວິງຮືງ - ພາບ: ຈິ້ງໂປ້

Bài: Vĩnh Hưng - Ảnh: Trịnh Văn Bộ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top