ວັນທີ 2 ສິງຫາ, ນາຍພົນ ມາເລເຊຍ Anwar Ibrahim ກໍ່ຢັ້ງຢືນວ່າ ຄະນະປະຕິບັດງານຂອງ ໄທ ແລະ ກຳປູເຈຍ ຈະເດີນທາງເຖິງ ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໃນວັນທີ 4 ສິງຫາ ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດ ຊາຍແດນ ໄທ - ກຳປູເຈຍ.
ບັນດາທູດທະຫານຕ່າງປະເທດຈາກບັນດາປະເທດມະຫາອຳນາດ ແລະ ອາຊຽນ ລົງກວດກາເຂດຊາຍແດນ ໄທ - ກຳປູເຈຍ ຢູ່ ແຂວງ Sisaket, ໄທ. ໃນວັນທີ 01/8/2025 (ພາບ:REUTERS/Chalinee Thirasupa)
ກອງປະຊຸມຄະນະກຳມະການຊາຍແດນຮ່ວມ (GBC - General Border Committee) ລະຫວ່າງ ໄທ ແລະ ກຳປູເຈຍ ຄາດວ່າ ດຳເນີນແຕ່ວັນທີ 4 ຮອດວັນທີ 7 ສິງຫາ ຈະໄດ້ຈັດຕັ້ງຢູ່ ມາເລເຊຍ ແທນທີ່ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ ຕາມແຜນການເບື້ອງຕົ້ນ. ວັນທີ 2 ສິງຫາ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ ນາຍພົນ Nattaphon Narkphanit ໃຫ້ຮູ້ວ່າ: ການເລືອກເອົາ ມາເລເຊຍ ແມ່ນບ່ອນຈັດກອງປະຊຸມ ເພື່ອແນໃສ່ຮັບປະກັນລັກສະນະເປັນກາງໄກ່ເກ່ຍ. ທ່ານກໍ່ເນັ້ນຫນັກວ່າ ການກະທຳນີ້ ບໍ່ສ່ອງແສງຄວາມບໍ່ເຊື່ອໝັ້ນ ຫາກເພື່ອແນໃສ່ຫລີກລ້ຽງຄວາມສ່ຽງເພີ່ມຄວາມເຄັ່ງຕຶງ ແລະ ຮັບປະກັນວິວັດການເຈລະຈາດຳເນີນເປັນປົກກະຕິ.ຝ່າຍ ກຳປູເຈຍ ໄດ້ມີຄວາມເຫັນດີເຫັນພ້ອມຕໍ່ກັບການປ່ຽນບ່ອນດຳເນີນກອງປະຊຸມ. ແຜນດຳເນີນກອງປະຊຸມກໍ່ໄດ້ແກ່ຍາວມາ ເປັນ 3 ມື້.
ແລະກໍ່ໃນວັນທີ 2 ສິງຫາ, ຕາມແຈ້ງການຂອງໂຄສົກກະຊວງປ້ອງກັນປະເທດໄທ Surasan Kongsiri, ແລ້ວ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ເຫັນດີຕໍ່ບົດບາດນັກສັງເກດການຂອງສາມປະເທດຄື: ອາເມລິກາ, ຈີນ ແລະ ມາເເລຊຍ ໃນວັນເຮັດວຽກສຸດທ້າຍ (ວັນທີ 7 ສິງຫາ) ລະຫວ່າງ ໄທ ແລະ ກຳປູເຈຍ. ວັນທີ 2 ສິງຫາ, ນາຍພົນ ມາເລເຊຍ Anwar Ibrahim ກໍ່ຢັ້ງຢືນວ່າ ຄະນະປະຕິບັດງານຂອງ ໄທ ແລະ ກຳປູເຈຍ ຈະເດີນທາງເຖິງ ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໃນວັນທີ 4 ສິງຫາ ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດ ຊາຍແດນ ໄທ - ກຳປູເຈຍ.
(ແຫຼ່ງຄັດຈາກ VOV)