• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2024

ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດປີ 2023 ຂອງ ຫວຽດນາມ ບັນລຸເກືອບ 500 ຕື້ USD, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2022.
ທ່ານຮອງລັດຖະມົນຕີການຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດເຕິນ

ນີ້ແມ່ນຂໍ້ມູນຂ່າວສານທີ່ໜ້າສົນໃຈໃນພິທີໄຂສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2024 ແລະ ເວທີປາໄສສາກົນເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2024 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ.

ຕາມການຕີລາຄາຂອງອົງການໃຫ້ຄຳປຶກສາໃນການກຳນົດມູນຄ່າເຄື່ອງໝາຍການຄ້າແຖວໜ້າໂລກ - Brand Finance, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ມີລະດັບການເຕີບໂຕ 102% ໃນໄລຍະແຕ່ປີ 2019 – 2023. ທ່ານຮອງລັດຖະມົນຕີການຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດເຕິນ ໃຫ້ຮູ້ວ່າ:

“ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນໃນເວທີສາກົນ. ພ້ອມທັງສະແດງຄວາມເປັນເຈົ້າການ ແລະ ຂອບຂະໜາດຂອງ ຫວຽດນາມ ໃນການເຊື່ອມໂຍງສາກົນ, ປະກອບສ່ວນຊຸກຍູ້ຄວາມຮັບຮູ້ລວມກ່ຽວກັບສາຍສຳພັນຢ່າງສະໜິດແໜ້ນລະຫວ່າງເຄື່ອງໝາຍການຄ້າແຫ່ງຊາດ ກັບເຄື່ອງໝາຍຂອງຜະລິດຕະພັນ, ເຄື່ອງໝາຍຂອງວິສາຫະກິດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ”.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top