• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ໄຂ່ຈືນ ກັບເຂົ້າເໝົ້າ

ເມື່ອສາຍລົມເຢັນພັດຄ່ອຍໆ ຂອງ ລະດູໃບໄມ້ຫຼົ່ນ ປະກົດຂຶ້ນ ກໍ ແມ່ນເວລາທີ່ສົ່ງສັນຍານວ່າ ລະດູເຂົ້າເໝົ້າ ໄດ້ມາຮອດແລ້ວ. ເຂົ້າເໝົ້າ ສາມາດກິນໂດຍກົງ, ສາມາດປຸງແຕ່ງ ເປັນນໍ້າຫວານ, ເຂົ້າໜົມ... ຫຼືອີກລາຍການອາຫານໜຶ່ງ ທີ່ມີການປຸງແຕ່ງທີ່ງ່າຍ ແຕ່ໄດ້ຮັບຄວາມນິຍົມຫຼາຍ ໃນຄາບເຂົ້າຂອງຊາວ ຮ່າໂນ້ຍ ນັ້ນ ແມ່ນ ໄຂ່ຈືນ ກັບເຂົ້າເໝົ້າ.  
ຢູ່ ຮ່າໂນ້ຍ ມີສະຖານທີ່ສອງແຫ່ງ ທີ່ມີຊື່ສຽງ ໃນການທໍາອາຊີບ ເຮັດເຂົ້າເໝົ້າ. ນັ້ນແມ່ນ ເຂົ້າເໝົ້າ ໝູ່ບ້ານ ວ່ອງ (ເມືອງ ເກົ່າໄຢ໋) ແລະ ເຂົ້າເໝົ້າ ໝູ່ບ້ານ ເໝ໊ຈີ່ (ເມືອງ ນາມຕື່ລຽມ). ເຂົ້າເໝົ້າ ສົດ ຖືກຂາຍ ຢູ່ຕາມປະຕູໂຂງໝູ່ບ້ານ ຫຼື ຊາວບ້ານ ເລາະຂາຍ ເຄື່ອນ ທີ່ ຢູ່ຄຸ້ມຖະໜົນ ຫຼື ຮ່ອມບ້ານທຸກແຫ່ງຂອງ ຮ່າໂນ້ຍ. ເຂົ້າເໝົ້າ ທີ່ ເລືອກ ເພື່ອຂົ້ວກັບໄຂ່ ຕ້ອງແມ່ນປະເພດເຂົ້າເໝົ້າສົດ, ໜຽວ ແລະ ມີລົດຊາດ ຫອມ ທີ່ເປັນເອກະລັກ. ຕໍ່ໄປແມ່ນໄຂ່, ຕ້ອງ ເລືອກ ປະເພດໄຂ່ ມີມອນໄຂ່ ຫຼາຍ. ຫຼັງຈາກປະສົມເຂົ້າເໝົ້າ ກັບໄຂ່ແລ້ວ ຈະລົງຈືນ ໃນກະທະນໍ້າມັນ ດ້ວຍໄຟອ່ອນໆ, ຈົນ ເມື່ອ ທັງສອງດ້ານເຂົ້າເໝົ້າ ເປັນສືເຫຼືອງເຂັ້ມ ແມ່ນໃຊ້ໄດ້. ລາຍ ການ ອາຫານ ໄຂ່ຈືນ ກັບເຂົ້າເໝົ້າ ເມື່ອຮັບປະທານ ຈະຮູ້ສຶກ ໄດ້ຄວາມໜຽວ ແລະ ໄຂມັນຂອງໄຂ່ໄກ່, ຄວາມອ່ອນ ແລະ ກິ່ນ ຫອມ ຂອງເຂົ້າເໝົ້າ. ອາຫານສາມາດຈໍ້າກັບນໍ້າປາ ແລະ ກິນ ກັບເຂົ້າ ຕອນຍັງຮ້ອນ ຈະໃຫ້ຄວາມແຊບ.

ບໍ່ມີຫຍັງວິເສດໄປກວ່າ ເມື່ອລະດູ ໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍ ຈະ ມີໄຂ່ຈືນ ກັບເຂົ້າເໝົ້າ ຢູ່ເທິງພາເຂົ້າ ຂອງຄອບຄົວ.



ເຂົ້າເໝົ້າ ທ່ີຖືກເລືອກແມ່ນເຂົ້າໜຽວ ຕົ້ນລະດູ ຂອງໝູ່ບ້ານ ເຮັດ ເຂົ້າເໝົ້າ ເໝ໊ຈີ່ ດ້ວຍເມັດທີ່ອ່ອນ, ນຸ້ມ, ໜຽວ.


ສ່ວນປະກອບມີເຂົ້າໜຽວ ແລະ ໄຂ່ ເພື່ອປຸງແຕ່ງ ລາຍການອາ ຫານ ໄຂ່ຈືນ ກັບເຂົ້າເໝົ້າ. 


ໄຂ່ຈືນ ກັບເຂົ້າເໝົ້າ ຖືວ່າເປັນລາຍການອາຫານລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍ. 

ປະຕິບັດ: ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top