• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

ສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022, ແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2023 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 3 ປີ.

ສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022, ແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2023 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 3 ປີ.


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 3 ຕຸລາ, ທີ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຖືກໄຂຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

   ທີ່ກອງປະຊຸມຄັ້ງນີ້, ຈະປະກອບຄຳເຫັນກ່ຽວກັບບັນດາບົດລາຍງານ, ແຜນຮ່າງທີ່ກ່ຽວຂ້ອງເຖິງບາງບັນຫາໃຫຍ່, ເປັນພື້ນຖານ ແລະ ສຳຄັນຄື: ສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022, ແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2023 ແລະ ແຜນການການເງິນ - ງົບປະມານແຫ່ງລັດໄລຍະ 3 ປີ 2023 -2025. ກຳນົດທິດແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄຫມຮອດປີ 2030, ວິໄສທັດຮອດປີ 2045. ສືບກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບໃນໄລຍະໃໝ່ ແລະ ບາງບັນຫາສຳຄັນອື່ນໆ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ກອງປະຊຸມມີຄວາມໝາຍສຳຄັນພິເສດເພື່ອປະຕິບັດສຳເລັດໂດຍພື້ນຖານການຜັນຂະຫຍາຍໂຄງການຊາບຊຶມ, ປະຕິບັດບັນດາເນື້ອໃນ, ບັນຫາໃຫຍ່, ເປັນແກນສານຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ສະເໜີໃຫ້ສູງກາງເສີມຂະຫາຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ມີປະຊາທິປະໄຕຢ່າງແທດຈິງ ແລະ ປ່ຽນແປງໃໝ່, ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຫຼາຍຄຳເຫັນມີຄຸນນະພາບ, ເລິກເຊິ່ງ ເພື່ອສ້າງບົດລາຍງານ, ແຜນຮ່າງໃຫ້ສົມບູນແບບ ແລະ ພິຈາລະນາ, ຕົກລົງໃນຕອນທ້າຍກອງປະຊຸມ.

        ກ່ຽວກັບເລື່ອງສືບຕໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃນໄລຍະໃໝ່ໃຫ້ສົມບູນແບບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

        “ຕ້ອງຕິດພັນກັບໂຄງການການເມືອງຂອງພັກ, ລັດຖະທຳມະນູນຂອງລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ສະພາບຕົວຈິງຂອງປະເທດຊາດ, ສຸມໃສ່ປຶກສາຫາລື, ເຮັດແຈ້ງ, ສ້າງຄວາມເຫັນດີເຫັນພ້ອມເປັນຢ່າງສູງໃນທົ່ວພັກ, ທົ່ວປວງຊົນກ່ຽວກັບທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ, ບັນດາໜ້າທີ່, ມາດຕະການໃຫຍ່ຕ້ອງໄດ້ຮັບການຊາບຊຶມ ແລະ ຜັນຂະຫຍາຍປະຕິບັດ ເພື່ອສ້າງການຫັນປ່ຽນຢ່າງແຮງໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໂດຍພັກກອມມູນິດນຳພາໃຫ້ສົມບູນແບບ. ຍູ້ແຮງການປະຕິຮູບບໍລິຫານ, ຕຸລາການ; ສ້າງຖັນແຖວພະນັກງານ, ພາລະກອນ, ລັດຖະກອນໃຫ້ກະທັດລັດ, ສັດຊື່ບໍລິສຸດ; ປະຕິບັດການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຢ່າງມີປະສິດທິຜົນ”.

        ຕາມລາຍການແລ້ວ, ກອງປະຊຸມຈະເຮັດວຽກຮອດວັນທີ 9 ຕຸລາ 2022.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top