• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຫ່ຂະບວນປະທ້ວງ ຮຽກຮ້ອງຢຸດຕິການປະທະກັນຢູ່ ເຂດ ກາຊາ

ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໃຫ້ຮູ້ວ່າ ການເຄື່ອນໄຫວນີ້ ກໍ່ແມ່ນເພື່ອຮຽກຮ້ອງລັດຖະບານ ອົດສະຕາລີ ສືບຕໍ່ຄັດຄ້ານບັນດາການກະທຳຂອງ ອິດສະຣາແອນ.
ຜູ້ແຫ່ຂະບວນປະທ້ວງຍ່າງໄປຜ່ານຂົວ Sydney ໃນວັນທີ 03/8/2025. (ພາບ:AAP/Dean Lewins via REUTERS.)

ວັນທີ 3 ສິງຫາ, ຢູ່ ໃຈກາງ ນະຄອນ Sydney ແລະ Melbourne     ຂອງ ອົດສະຕາລີ ມີນັບໝື່ນຄົນໄດ້ລົງຖະຫນົນແຫ່ຂະບວນປະທ້ວງ ເພື່ອສະແດງການສະຫນັບສະຫນູນປະຊາຊົນ ປາແລດສະຕິນ ແລະ ຄັດຄ້ານ ເລື່ອງ ອິດສະຣາແອນ ກີດຂວາງສາກົນສົ່ງເຄື່ອງບັນເທົ່າທຸກ ເຂົ້າເຂດ ກາຊາ ຊື່ງເຮັດໃຫ້ນັບມື້ນັບມີປະຊາຊົນຢູ່ ເຂດ ກາຊາ ຫລາຍຄົນຖືກຕາຍຍ້ອນອຶດຫິວ ແລະ ບໍ່ໄດ້ຮັບການປິ່ນປົວພະຍາດ. ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໃຫ້ຮູ້ວ່າ ການເຄື່ອນໄຫວນີ້ ກໍ່ແມ່ນເພື່ອຮຽກຮ້ອງລັດຖະບານ ອົດສະຕາລີ ສືບຕໍ່ຄັດຄ້ານບັນດາການກະທຳຂອງ ອິດສະຣາແອນ.

ໃນເຫດການອື່ນ, ວັນທີ 2 ສິງຫາ, ມີນັບຮ້ອຍໆຄົນໄດ້ເຕົ້າໂຮມກັນຢູ່ ສະຫນາມຫລວງຕົວປະກັນ ໃນນະຄອນ Tel Aviv ປະເທດ ອິດສະຣາແອນ ເພືື່ອຄັດຄ້ານການປະທະກັນທີ່ແກ່ຍາວຢູ່ເຂດ ກາຊາ.

ໃນຂະນະນັ້ນ,ໃນວັນດຽວກັນເສນາທິການໃຫຍ່ກອງທັບ ອິດສະຣາແອນ, ພົນຕີ Eyal Zamir ຖະແຫລງ ກອງທັບປະເທດນີ້ຈະສືບຕໍ່ຕໍ່ສູ້ຢ່າງບໍ່ຢຸດຢັ້ງ ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງແລກປ່ຽນຕົວປະກັນ.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top