• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ງຈຶງ ຮຸ່ງໂລ

ຕາແສງ ຮຸ່ງໂລ (ນະຄອນ ຫວຽດຈີ່, ແຂວງ ຝູ໋ເຖາະ) ມີຊື່ສຽງໂດ່ງ ດັງ ກັບອາຊີບ ຫໍ່ແບ໋ງຈຶງ (ເຂົ້າຕົ້ມ) ຕິດພັນ ກັບຕຳນານແຕ່ສະໄໝ ບັນດາເຈົ້າຊີວິດ ຮຸ່ງ ສ້າງສາພັດສະຖານ ແຜ່ນດິນ ຫວຽດ. 
ຕາມຕຳນານເລົ່າວ່າ ໃນຕົ້ນລະດູບານໃໝ່, ເຈົ້າຊີວິດ ຮຸ່ງ (2879 – 258 ກ່ອນຄິດຕະສັກກະລາດ) ໃຫ້ຈັດງານບຸນ ແລະ ບອກກັບບັນ ດາ ລູກໆ ວ່າ: “ໃຜຊອກໄດ້ ອາຫານແຊບໆ ເພື່ອຈັດພາເຂົ້າ ແລະ ມີຄວາມໝາຍ ພໍ່ຈະຍົກບັນລັງໃຫ້”. ບັນດາລູກໆ ຂອງ ເຈົ້າ ຊີວິດ ຮຸ່ງ ໄດ້ແຂ່ງຂັນກັນ ເຮັດບັນດາລາຍການອາຫານທີ່ແປກໆ ມີ ເຄື່ອງປະກອບແມ່ນ ເອົາມາຈາກ ປ່າດົງ ແລະ ທະເລ ທີ່ມີຄ່າຫາຍາກ. ລາຊະກຸມມານ ລາງລຽວ ເປັນ ລູກຜູ້ທີ 18 ຂອງເຈົ້າຊີວິດຮຸ່ງ ມີນິດໄສໃຈຄໍທີ່ດີ, ທັງເປັນຄົນ ຊື່ຕົງ ແລະ ລຽບງ່າຍ, ຍາມຄໍ່າຄືນ ນອນຝັນເຫັນເທບ ພະເຈົ້າ ປາກົດອອກມາບອກວ່າ: “ໃນຟ້າດິນ ບໍ່ມີສິ່ງຂອງໃດ ທີ່ປະເສີດເທົ່າກັບ ເຂົ້າ, ຍ້ອນເຂົ້າ ເປັນຂອງ ກິນ ເພື່ອລ້ຽງ ປະຊາຊົນ... ຖ້າເອົາເຂົ້າໜຽວ ຫໍ່ເປັນຮູບວົງມົນ ເພື່ອເປັນສັນຍາລັກ ໃຫ້ແກ່ຟ້າ ຫຼື ຫໍ່ເປັນຮູບສີ່ລ່ຽມ ເພື່ອເປັນສັນຍາລັກໃຫ້ແກ່ດິນ, ໃສ້ຂ້າງໃນເຮັດໃຫ້ແຊບ, ເຮັດໄດ້ແນວນັ້ນ ພໍ່ຈະດີໃຈ ຄື ຊິ ຍົກບັນລັງໃຫ້”.


ແບ໋ງຈຶງ ຮຸ່ງໂລ ມີຊື່ສຽງວ່າແຊບ ອັນເນື່ອງຈາກໄດ້ຮັບການເລືອກ ວັດຖຸປະກອບ ຢ່າງລະອຽດ ນັບແຕ່ ເຂົ້າ, ຊີ້ນ, ໃບຕອງຈິງ ແລະ ໄດ້ຕົ້ມດ້ວຍເຕົາຖ່ານ. 


ຕາແສງ ຮຸ່ງໂລ ຮັກສາໄວ້ ອາຊີບຫໍ່ເຂົ້າຕົ້ມ ຕາມຕົວແບບ ຜະລິດສິນຄ້າ.


ຕາມທີ່ຮູ້, ຕາແສງ ຮຸ່ງໂລ ມີອາຊີບ ຫໍ່ເຂົ້າຕົ້ນມູນເຊື້ອ ເພື່ອຖະຫວາຍຕໍ່ເຈົ້າຊີວິດ ໃນໂອກາດວັນບຸນທານເຈົ້າຊີວິດຮຸ່ງ. 


ແບ໋ງຈຶງ ໄດ້ກາຍເປັນຜະລິດຕະພັນພິເສດ ໄດ້ຮັບຄວາມນິຍົມມັກ ຂອງ ຊາວ ຫວຽດນາມ. 

ປະຊາຊົນຕາແສງ ຮຸ່ງໂລ ໄດ້ທາງແຂວງ ເລືອກເຟັ້ນວ່າ ເປັນທ້ອງຖິ່ນ ເຮັດຜະລິດຕະພັນ ແບ໋ງຈຶງ ຮັບໃຊ້ຂະແໜງການທ່ອງທ່ຽວຂອງແຂວງ. 

ເຮັດຕາມຄຳສອນ ຂອງ ເທບພະເຈົ້າ, ເມື່ອ ຖະຫວາຍ ຕໍ່ ເຈົ້າຊີວິດ ຊີມ ແບ໋ງຈຶງ, ເຫັນວ່າ ແບ໋ງຈຶງ ແຊບ ທັງມີຄວາມໝາຍທ່ີດີ ກໍເລີຍ ຍົກບັນລັງໃຫ້ ລາງລຽວ. ສະຖານທີ່ ລາຊະກຸມມານ ລາງລຽວ ເຮັດ ແບ໋ງຈຶງ, ແບ໋ງໄຢ່ ຄືຢູ່ ໃນຕຳນານ ແມ່ນໝູ່ບ້ານ ຮຸ່ງໂລ ໃນປັດຈຸບັນ.

ປັດຈຸບັນ, ຮຸ່ງໂລ ມີເກືອບ 200 ຄອບຄົວ ເຮັດອາຊີບ ຫໍ່ ແບ໋ງຈຶງ ສະໜອງໃຫ້ທົ່ວແຂວງ ຝູ໋ເຖາະ ຕ້ອນຮັບບຸນເຕັດ. ປະຊາຊົນ ຕາ ແສງ ຮຸ່ງໂລ ມີຄວາມເອກອ້າງທະນົງໃຈ ກ່ຽວກັບອາຊີບມູນເຊື້ອ ຂອງ ລຸ້ນປູ່, ລຸ້ນພໍ່ ຍ້ອນແບ໋ງຈຶງ ຢູ່ແຫ່ງນີ້ ແມ່ນຕົວແທນ ໃຫ້ລູກ ຫຼານ ໃນທຸກແຫ່ງຫົນ ຂອງ ປະເທດຊາດ ຖະຫວາຍ ເຄື່ອງໄຊຍະ ທານ ບູຊາບັນດາເຈົ້າຊີວິດຮຸ່ງ ໃນແຕ່ລະປີ ເມື່ອລະດູບານໃໝ່ວຽນ ມາເຖິງ. 
 
ບົດ ແລະ ພາບ: ກົງດາດ
                                  

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ ຢູ່ ເມື່ອງຫຼໍ່ (ແຂວງ ອຽນບ໋າຍ) ມັກໄດ້ຮັບການ ປຸງແຕ່ງ ໃນໂອກາດງານບຸນປະເພນີ ອັນເປັນມູນເຊື້ອ ຜ່ານນັ້ນ ສະ ແດງ ເຖິງຄວາມປາຖະໜາ ຂອງ ຜູ້ຄົນ ທີ່ຢາກໄດ້ ຄວາມຮັກແພງ, ນັ້ນຄື: ຄວາມກະຕັນຍູ, ຄວາມຮັກແມ່, ນັບຖືພໍ່ ຂອງ ລູກຫຼານ, ໂດຍສະເພາະ ແມ່ນຄວາມປາຖະໜາ ກ່ຽວກັບຄວາມສັດຊື່່ບໍລິສຸດ ລະຫວ່າງ ບ່າວສາວ, ຜ່ານນັ້ນຂໍພອນສິ່ງທີ່ດີໆ ແລະ ຈົບງາມ ມາຍັງ ໝູ່ບ້ານ ຂອງຕົນ. 

Top