• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແບ໋ງກ໋ວນກຸ້ງ ແທງຮວາ

ໃນຊ່ວງອາກາດເລີ່ມໜາວເຢັນ, ນັ່ງໃກ້ເຕົາໄຟ ພ້ອມກັບ  ຮັບປະທານ ລົດຊາດ ແບ໋ງກ໋ວນກຸ້ງ ປີ້ງ ຊຶ່ງເປັນເອກະລັກ ຂອງ ແທງຮວາ ແລ້ວ ແມ່ນບໍ່ມີຫຍັງທຽບທານ.
ທະເລ ແຂວງ ແທງຮວາ ມີກຸ້ງປະມານ 12 ຊະນິດ ຊຶ່ງເກືອບ ໝົດເປັນປະເພດກຸ້ງ ມີຄຸນຄ່າດ້ານເສດຖະກິດສູງ, ມີລົດຊາດ ແຊບ, ຊີ້ນໜຽວ. ກຸ້ງສົດເອົາໄປໜຶ້ງແລ້ວປອກໃຫ້ເຫຼືອແຕ່ຊີ້ນ, ຈາກນັ້ນ ກໍເອົາໄປຕຳໃສ່ຄົກຫີນ ໃຫ້ແຫຼກ. 

ຊີ້ນສາມຊັ້ນຊອຍເປັນປ່ຽງບາງໆ, ຂົ້ວໃຫ້ເຫຼືອງແລ້ວຊອຍເປັນ ເສັ້ນໆ ເອົາປະສົມກັບກຸ້ງ ແລະ ມັນໝູ, ຫຼັງຈາກນັ້ນເອືອບກັບ ຫົວຜັກບົ່ວແຫ້ງຕຳຈົນແຫຼກ, ນ້ຳປາ, ພິກໄທ ແລະ ໝາກເຂົ້າ ເລັກນ້ອຍກ່ອນນຳໄປຂົ້ວ ໃສ່ໄຟ.

ເອົາເຄື່ອງໃນ ທີ່ໄດ້ກະກຽມໄວ້ແລ້ວ ພັນກັບເຝີແຕ່ລະແຜ່ນ ກວ້າງ ປະມານ 3 ຊມ ເປັນແບ໋ງກ໋ວນກຸ້ງ ໃຫຍ່ທໍ່ນີ້ວໂປ້. ຈາກ ນັ້ນເອົາແບ໋ງກ໋ວນກຸ້ງ ໄປປີ້ງດ້ວຍຖ່ານ. ຄວາມຮ້ອນ ຂອງຖ່ານ ເຮັດໃຫ້ນ້ຳມັນ ເປື່ອຍລະລາຍ ເຮັດໃຫ້ເນື້ອກຸ້ງ ແດງເຂັ້ມ ແລະ ເປືອກນອກແບ໋ງກ໋ວນກຸ້ງ ກໍເຫຼືອງງາມໜ້າຮັບປະທານ.


ເຄື່ອງປຸງແບ໋ງກ໋ວນກຸ້ງ ປະກອບມີ: ກຸ້ງ, ຊີ້ນສາມຊັ້ນ, ໝາກ ເຂົ້າ, ເຝີເປັນແຜ່ນ. 


ເຄື່ອງໃນ ແບ໋ງກ໋ວນກຸ້ງ ເຮັດຈາກກຸ້ງທີ່ຕຳແຫຼກ, ຊີ້ນສາມຊັ້ນ ຊອຍ, ມັນໝູ, ຜັກບົ່ວແຫ້ງ ແລະ ເຄື່ອງເທດ. 


ເຄື່ອງປະສົມແບ໋ງກ໋ວນກຸ້ງ ພັນດ້ວຍແຜ່ນເຝີບາງໆ. 


ຫຼັງຈາກນັ້ນເອົາແບ໋ງກ໋ວນກຸ້ງ ໜີບໃສ່ໄມ້ປີ້ງ ທ່ີເຮັດດ້ວຍໄມ້ ໄຜ່...


... ແລ້ວປີ້ງດ້ວຍຖ່ານ ຈົນເຫຼືອງສະເໝີກັນ. 


ລາຍການອາຫານແບ໋ງກ໋ວນກຸ້ງ. 

ແບ໋ງກ໋ວນກຸ້ງ ຈ້ຳກັບນ້ຳປາ ສົ້ມຫວານ ກິນກັບຜັກຫອມ, ສົ້ມ ຜັກ ແລະ ໝາກເດື່ອດອງ. ລົດຊາດສົ້ມ ແລະ ຟາດໆ ຂອງ ໝາກເດື່ອດອງ ເຮັດໃຫ້ກິນໄດ້ຫຼາຍ. 
 
ປະຕິບັດ: ເຈິ່ນແທງຢາງ

ສິ່ງຍອດຍິ່ງເຝີ ຫວຽດ

ສິ່ງຍອດຍິ່ງເຝີ ຫວຽດ

ງານມະໂຫລານ ເຝີ 2025 ຊຶ່ງຈັດຂຶ້ນຢູ່ພະລາດຊະວັງ ທັງລອງ (ຮ່າໂນ້ຍ) ບໍ່ພຽງແຕ່ ເປັນເຫດການ ອາຫານການກິນ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນ ກິດຈະກໍາ ວັດທະນະທໍາ ທີ່ມີຄວາມໝາຍ, ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າດັ້ງເດີມ, ພ້ອມທັງ ເປີດ ທິດທາງໃໝ່ ໃນການໂຄສະນາ ເຝີ ຫວຽດນາມໃນຍຸກດີຈີຕອນ.

Top