ແຕ້ມລວດລາຍດ້ວຍຂີ້ເຜິ້ງ ຢູ່ ເຈ໋ກູຍາ

ຄົ້ນພົບ

ແຕ້ມລວດລາຍດ້ວຍຂີ້ເຜິ້ງ ຢູ່ ເຈ໋ກູຍາ

ຜ່ານສີມື ອັນຄ່ອງແຄ້ວ ​ແລະ​ ຈິນຕະນາການ​ ທີ່​ອຸດົມສົມບູນ, ​ແມ່​ຍິງ​ຊາວ​ເຜົ່າ​ ມົ້ງ ຢູ່​ຕາ​ແສງ ເຈ໋ກູຍາ, ​ເມືອງ ໝູ່ກັງຈາຍ, ​ແຂວງ ອຽນບ໋າຍ ​ໄດ້​ນຳ​ໃຊ້​ຂີ້ເຜິ້ງ​ ເພື່ອ​ສ້າງ​ຮູບ​​ທີ່​ເປັນ​ເອກະລັກ​ສະ​ເພາະເທິງຜ້າພື້ນເມືອງ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສວຍ​ງາມ​ ຂອງ ​ບັນດາ​ຜະລິດ​ຕະພັນ​ພື້ນ​ເມືອງ​ເຊັ່ນ: ຖົງພາຍ, ກະ​ເປົາໃສ່ເງິນ, ຜ້າ​ພັນ​ຄໍ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.



ຜ່ານສີມື ອັນຄ່ອງແຄ້ວ ​ແລະ​ ຈິນຕະນາການ​ ທີ່​ອຸດົມສົມບູນ, ​ແມ່​ຍິງ​ຊາວ​ເຜົ່າ​ ມົ້ງ ຢູ່​ຕາ​ແສງ ເຈ໋ກູຍາ, ​ເມືອງ ໝູ່ກັງຈາຍ, ​ແຂວງ ອຽນບ໋າຍ ​ໄດ້​ນຳ​ໃຊ້​ຂີ້ເຜິ້ງ​ ເພື່ອ​ສ້າງ​ຮູບ​​ທີ່​ເປັນ​ເອກະລັກ​ສະ​ເພາະເທິງຜ້າພື້ນເມືອງ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສວຍ​ງາມ​ ຂອງ ​ບັນດາ​ຜະລິດ​ຕະພັນ​ພື້ນ​ເມືອງ​ເຊັ່ນ: ຖົງພາຍ, ກະ​ເປົາໃສ່ເງິນ, ຜ້າ​ພັນ​ຄໍ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ຕາ​ແສງ ເຈ໋ກູຍາ, ເມືອງ ໝູ່ກັງຈາຍ, ແຂວງ ອຽນບ໋າຍ ແມ່ນ​ບ້ານ ​ທີ່​ມີ​ອາຊີບມູນເຊື້ອຕໍ່າຜ້າພື້ນເມືອງ. ຜູ້ຄົນ​ຢູ່​ທີ່​ນີ້​ ສ່ວນ​ຫຼາຍ​ນຸ່ງ​ຊຸດ​ພື້ນ​ເມືອງ​ ທີ່​ຖັກ​ແສ່ວ​ດ້ວຍ​ຜ້າປ່ານ​ ມີ​ລວດລາຍ ​ປະດັບ​ປະດາ ​ດ້ວຍ​ວິທີ​ແຕ້ມ​ຮູບ​ຂີ້ເຜີ້ງ. ຊາວ​ເຜົ່າ​ ມົ້ງ​ ນໍາໃຊ້​ຂີ້​ເຜິ້ງ​ຮ້ອນ​ເພື່ອ​ແຕ້ມ​ເທິງ​ໜ້າ​ຜ້າ ​ເພື່ອ​ປົກ​ປິດ​ບ່ອນທີ່​ຕ້ອງ​ການ​ຂອງ​ ຜ້າ. ຫຼັງຈາກແຕ້ມ, ຜ້າຈະຖືກຍ້ອມ ແລະຕົ້ມໃນນ້ໍາ ຮ້ອນ. ໃນເວລາຕົ້ມ, ຂີ້ເຜິ້ງ ຈະຖືກລະລາຍ ໃນນ້ໍາຮ້ອນ ແລະ ເປີດ ເຜີຍຮູບແບບຕ່າງໆ. ຜ້າ​ທີ່​ມີ​ລວດລາຍ ຈະຖືກ​ຖັກ​ແສ່ວ​ດ້ວຍ​ມື​ເປັນ​ຫຼາຍ​ຜະ​ລິດ​ຕະ​ພັນ ​ທີ່​ແຕກ​ຕ່າງ​ກັນ ​ຂາຍ​ຢູ່​ໃນ​ຕະ​ຫຼາດ.



ນາງ ຫຼີທິນິງ ແມ່ນໜຶ່ງໃນບັນດາຜູ້ຍິງ ທີ່ເຂົ້າໃຈໄດ້ດີທີ່ສຸດ ກ່ຽວ ກັບເຕັກນິກການຖັກແສ່ວ, ຕໍ່າຫູກ ແລະ ແຕ້ມລວດລາຍດ້ວຍ ຂີ້ເຜິ້ງ ຢູ່ໝູ່ບ້ານ ຈົ໋ງໂຕງ. ນາງ ນິງ ເລີ່ມຮຽນແຕ້ມຮູບ ຂີ້ເຜິ້ງ ຈາກແມ່ ຕູ້ ແລະ ແມ່ ເມື່ອອາຍຸ 5 ປີ. ນາງ ນິງ ກ່າວວ່າ: ລວດ ລາຍ ຂອງ ຂີ້ເຜິ້ງ ຢູ່ເທິງກະໂປງ, ເສື້ອ, ຜ້າເຈ່ຍເດັກຂອງ ຊາວ ເຜົ່າ ມົ້ງ ບໍ່ພຽງແຕ່ຄືລົມຫາຍໃຈ ແຫ່ງຊີວິດເທົ່ານັ້ນ, ແຕ່ຍັງ ແມ່ນຄວາມພາກພູມໃຈ ແລະ ຄວາມຮັກແພງຂອງ ຊາວ ເຜົ່າ ມົ້ງ ອີກດ້ວຍ”.

ນາງ ນິງ ກ່າວ​ຕື່ມ​ວ່າ: ຜ້າທີ່​ເລືອກ​ເຟັ້ນ​ແມ່ນ​ຜະລິດ​ຈາກ​ຕົ້ນ ປໍ ປ່ານ, ​ໂດຍ​ຊາວ​ເຜົ່າ ມົ້ງ ​ຕໍ່າໃຫ້​ເປັນ​ຜ້າຂາວ. ແປງ ແຕ້ມ ມີ ດ້າມເຮັດດ້ວຍໄມ້ໄຜ່ ແລະ ປາຍເຮັດດ້ວຍ ແຜ່ນທອງແດງ ນ້ອຍສອງແຜ່ນ ທີ່ມີຂອບກົມ ແລະ ລຽບ, ຫັນໜ້າເຂົ້າກັນ ເພື່ອ ບັນຈຸຂີ້ເຜິ້ງຮ້ອນຢູ່ພາຍໃນ. ຂີ້ເຜິ້ງແມ່ນ ຮັງຂອງເຜິ້ງປ່າ. ຂີ້ເຜິ້ງ ນໍາໃຊ້ ໃນເວລາ ຂີ້ເຜິ້ງຮ້ອນ. ສະ​ນັ້ນເມື່ອ​ແຕ້ມ​ດ້ວຍ​ຂີ້​ເຜິ້ງ, ນັກ​ແຕ້ມ ຕ້ອງ​ນັ່ງ​ຢູ່​ໃກ້​ເຕົາ​ຖ່ານ ແລະ ໂຖ​ບັນຈຸຂີ້​ເຜິ້ງ​ຖືກ​ວາງ​ໄວ້​ເທິງ​ເຕົາ​ຖ່ານ​ສະເໝີ. ບັນດາລາຍແຕ້ມ ຈະຖືກ ສະແດງ ອອກ ໂດຍຊ່າງຫັດຖະກໍາ ຕາມການສັນເກດຂອງ ຕົນ. ຫຼັງຈາກການ ແຕ້ມຮູບສໍາເລັດແລ້ວ, ຜ້ານັ້ນເບິ່ງຄື ຜະລິດຕະພັນໜຶ່ງ ມີ ຄວາມລະອຽດຖີ່ຖ້ວນ ດ້ວຍບັນດາລວດລາຍ ສີທອງຄໍາ ໃນ ພື້ນຜ້າສີຂາວ.

ບັນດາຜະລິດ​ຕະພັນ​ສຳ​ເລັດ​ຮູບ​ຂອງ​ຊາວ​ເຜົ່າ ​ມົ້ງ.

ຫຼັງ​ຈາກ​ສຳ​ເລັດຂັ້ນຕອນການ​ແຕ້ມຮູບດ້ວຍ​ຂີ້​ເຜິ້ງ​ແລ້ວ, ​ຈະ​ເຖິງຂັ້ນຕອນການປຸງ​ແຕ່ງນໍ້າສີ​ ​ແລະ ​ຍ້ອມ​ສີຄາມ​. ເຂົາເຈົ້າ ເອົາໃບ ແລະ ກິ່ງຕົ້ນຄາມ ສົດມາແຊ່ນໍ້າ ປະໄວ້ 2-3 ມື້, ຈາກ ນັ້ນ ຖອກເອົາສານຕົກຄ້າງທັງໝົດອອກ ແລະ ຕື່ມຜົງປູນຂາວ ໃສ່ ແລະ ຄົນໃຫ້ລະອຽດ. ແປ້ງຕົ້ນຄາມ ແລະ ປູນຂາວຈະ ຕົກ ຄ້າງຢູ່ກົ້ນຖັງ. ໃນເວລາທີ່ນ້ໍາທັງໝົດໄດ້ຖືກຖິ້ມອອກໄປ, ສ່ວນ ຜົງຢູ່ທາງລຸ່ມແມ່ນເກັບຮັກສາໄວ້, ເຊິ່ງເປັນສານສະກັດ ຈາກ ຕົ້ນຄາມ. ເພື່ອກະກຽມ ຖັງນ້ໍາຍ້ອມ, ເຂົາເຈົ້າໃຊ້ສານ ສະກັດ ຈາກ ຕົ້ນຄາມ ກັບນ້ໍາຂີ້ເທົ່າ, ໃສ່ເຫຼົ້າ ແລະ ໃບໄມ້ບາງ ຊະ ນິດ.

ເພື່ອໃຫ້ມີສີຄາມເຂັ້ມ ແລະ ທົນທານ, ຜ້າໄດ້ຍອມໄປຍ້ອມ ມາ ຫຼາຍຄັ້ງ. ແຊ່​ຜ້າໃນ​ນ​້​ໍ​າຄາມ ແລ້ວເອົາໄປ​ຕາກ​ແດດ​ໃຫ້​ແຫ້ງ​, ຫຼັງ​ຈາກ​ນັ້ນ​ ສືບ​ຕໍ່​ແຊ່​ ແລະ ​ຕາກ​ແດດ​ໃຫ້​ແຫ້ງ​, ແຊ່​ ແລະ​ ຕາກ​ແດດໃຫ້ແຫ້ງ... ໃນ​ລະ​ຫວ່າງ​ຂະ​ບວນ​ການ​ຍ້ອມສີ​, ຕ້ອງ ມີຄວາມ​ລະ​ມັດ​ລະ​ວັງ ​ເພື່ອ​ໃຫ້​​ສ່ວນ​ ຂອງ ຂີ້ເຜິ້ງ ບໍ່​ແຕກ ​ເພື່ອ​ຮັກ​ສາ​ລວດລາຍ​ໄດ້.

ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ບັນ​ດາ​ເຕັກ​ນິກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ ມົ້ງ ສູ່​ທຸກ​ຄົນ, ນາງ ຫຼີ​ທິ​ນິງ ໄດ້​ສະ​ແດງ​ການ​ແຕ້ມ​ຮູບ​ດ້ວຍຂີ້ເຜິ້ງ​ໃສ່​ຜ້າ ແລະ ຍ້ອມ​ສີ​ຄາມ ​ຂອງ​ ຊາວ​ເຜົ່າ ມົ້ງ ໃນງານວາງສະແດງ Craft Link, 51 ວັນ ມ້ຽວ, ຮ່າ​ໂນ້ຍ.ງານ​ວາງສະ​ແດງ ​ແລະ ການ​ແນະນຳ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ​ແລະ ຊາວນະຄອນຫຼວງ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ບັນດາຕົວ​ຢ່າງ​ຜ້າເຫຼົ່າ​ນີ້​ ໄດ້​ກຸ່ມ​ສະ​ຫະ​ກອນ​ ຕໍ່າຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ມົ້ງ ຢູ່ ເຈ໋ກູຍາ ​ສ້າງ​ເປັນ​ຫຼາຍ​ຜະ​ລິດ​ຕະ​ພັນ​ເຊັ່ນ: ກະ​ເປົ໋າ, ສາຍ​ແອວ, ຜ້າ​ປູ ໂຕະ, ເສື້ອ... ແລະ ຖືກ​ວາງ​ຂາຍ​ຢູ່​ຮ້ານ​ຄ້າ​ຫັດ​ຖະ​ກຳ Craft Link, 51 ວັນມ້ຽວ, ຮ່າ​ໂນ້ຍ.

ທ່ານ​ນາງ ເຈິ່ນ​ຕວຽດ​ລານ, ຜູ້ອຳນວຍການ​ບໍລິສັດ Craft Link ​ໃຫ້​ຮູ້​ວ່າ: ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ ພັດ ທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ສະ​ເພາະ​ເຂດ​ຕາ​ເວັນ​ຕົກ ອຽນບ໋າຍ ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2030”, ຄວາມງາມດ້ານ​ວັດ ທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ ມົ້ງ ຢູ່ ເຈ໋ກູຍາ ​ພວມໄດ້​ຮັບ​ການ​ອະນຸລັກ​ຮັກສາ, ພັດທະນາ ​ແລະ ​ໄດ້​ແນະນຳ​ໃຫ້​ປະຊາ​ຄົມ​ໂລກ​ຢ່າງ​ກວ້າງຂວາງ. ງານ​ວາງສະ​ແດງ​ກ່ຽວກັບສິລະ​ປະ​ການແຕ້ມ ຮູບດ້ວຍ​ຂີ້​ເຜິ້ງ​ເທິງ​ຜ້າ​ ສະ​ແດງ​ໂດຍ​ຈິດ​ຕະກອນ ຫຼີ ທິ​ນິງ ຢູ່​ ຮ່າ​ໂນ້ຍ ​ແມ່ນ​ການເຄື່ອນໄຫວ ເຊື່ອມ​ຕໍ່​ຊຸມ​ຊົນ​ເພື່ອ​ແນະນຳ​ຄວາມ​ງາມ​ຂອງ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ປະຊາຊົນ ບັນດາ​ເຜົ່າ​ ໃຫ້​ນັກທ່ອງ​ທ່ຽວ​ສາກົນ ​ທີ່​ມາ​ ຫຼື​ ດໍາລົງ​ຊີວິດ​ຢູ່​ນະ ຄອນຫຼວງ​ ຮ່າ​ໂນ້ຍ.

ນາງ ຫຼີ​ທິ​ນິງ ໄດ້​ສະ​ແດງ​ການ​ແຕ້ມ​ຮູບ​ດ້ວຍຂີ້ເຜິ້ງ​ໃສ່​ຜ້າ ແລະ ຍ້ອມ​ສີ​ຄາມ ​ຂອງ​ ຊາວ​ເຜົ່າ ມົ້ງ ໃນງານວາງສະແດງ Craft Link, 51 ວັນ ມ້ຽວ, ຮ່າ​ໂນ້ຍ.

ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ Craft link- ແປໂດຍ: ຢືຟຽນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top