• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສັ້ນທາງມໍລະດົກ ນາມທັງລອງ ປຸກລຸກຄວາມຊົງຈຳນະຄອນຫຼວງ ຮ່າໂນ້ຍ

ຈາກບັນດາທົ່ງດອກໄມ້ຫຼາກຫຼາຍສີສັນໃນສີ່ລະດູຢູ່ຕາແສງ ຟຸກເຖາະ ຕະຫຼອດຮອດບັນດາພາບຄັດມັນທີ່ລະອຽດອ່ອນຢູ່ບ້ານ ຫາດທາຍ ຫຼື ເຮືອນເກົ່າແກ່ ແລະ ອາຊີບຕັດຫຍິບເສື້ອແວັດຂອງໝູ່ບ້ານ ຟຸກອາມ. ເສັ້ນທາງມໍລະດົກ ນາມທັງລອງ ພວມປຸກລຸກບັນດາຄຸນຄ່າວັດທະນະທຳອາຊີບຫັດຖະກຳຢູ່ດິນແດງຂອງນັບຮ້ອຍອາຊີບຂອງ ຮ່າໂນ້ຍ. ເສັນທາງນີ້ບໍ່ພຽງແຕ່ເຊື່ອມຕໍ່ບັນດາເຂດມໍລະດົກຢູ່ອ້ອມແອ້ມກັບເຂດໃຈກາງນະຄອນຫຼວງເທົ່ານັ້ນ ຫາກຍັງເປີດທິດກ້າວເດີນໃໝ່ ໃຫ້ແກ່ການທ່ອງທ່ຽວແບບຍືນຍົງ, ແຫ່ງທີ່ອະດີດຕະການ ແລະ ປັດຈຸບັນໄປຄຽງຄູ່ນຳກັນໃນລົມຫາຍໃຈຂອງຍຸກສະໄໝ.
ກຸ່ມສາລາ ວິຫານ ໂນ້ຍບິ່ງດ່າ ຕັ້ງຢູ່ຕາແສງ ບິ່ງມິງ

ຮ່າໂນ້ຍ ແມ່ນນະຄອນມີພື້ນຖານວັດທະນະທຳະຫວັດສາດລະບົບມໍລະດົກ, ໝູ່ບ້ານອາຊີບຫັດຖະກຳທີ່ເປັນເອກະລັກ ຖືກຈັດສັນຢ່າງສະເໝີຢູ່ທັງເຂດໃຈກາງ ແລະ ຊານນະຄອນ. ໃນນັັ້ນເຂດຊານນະຄອນກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ອຳນວຍຄວາມສະດວກ ເພື່ອພັດທະນາການທ່ອງທ່ຽວ ເປັນຕົ້ນແມ່ນຮູບແບບທ່ອງທ່ຽວໝູ່ບ້ານອາຊີບ, ທ່ອງທ່ຽວຈິດວິນຍານ… ເສັ້ນທາງມໍລະດົກ ນາມທັງລອງ ຈະເຊື່ອມຕໍ່ບັນດາຕາແສງຄື ດ້າຍແທັງ, ຮົ່ງເວີນ, ຫງອກໂຮ່ຍ ແລະ ຈວຽນໝີ ເຊິ່ງແມ່ນແຫ່ງເຕົ້າໂຮມລະບົບສາລາ ວັດວາອາຮາມ ສະຖານທີ່ປະຫວັດສາດ ພ້ອມກັບບັນດາໝູ່ບ້ານອາຊີບທີ່ມີມາແຕ່ດົນນານ ໄດ້ຮັບການອະນຸລັກຜ່ານຫຼາຍລຸ້ນຄົນ

ຈຸດແວ່ຢາມທຳອິດໃນເສັ້ນທາງແມ່ນກຸ່ມສາລາ ວິຫານ ໂນ້ຍບິ່ງດ່າ ຕັ້ງຢູ່ຕາແສງ ບິ່ງມິງ. ຢູ່ແຫ່ງນີ້ບູຊາພະບິດາຂອງຊາດ ຫວຽດນາມ ຫຼາກລອງກວນ. ສາລາແຫ່ງນີ້ຍັງເກັບຮັກສາບັນດາຮູບແກະຄວັດສະຫຼັກ ທີ່ມີຄຸນຄ່າທາງດ້ານສິລະປະການເຫຼື້ມໃສທີ່ເປັນເອກະລັກ ແລະ ໄດ້ຮັບການຮັບຮອງແມ່ນຂອງປະເຊີດແຫ່ງຊາດນັບແຕ່ປີ 2015. ແຕ່ລະປີ ຮອດເດືອນສາມ ໄລ່ຕາມຈັກທະປະຕິທິນ ປະຊາຊົນກໍ່ພາກັນມາຮ່ວມງານບຸນ ບິ່ງດ່າ ເຊິ່ງແມ່ນງານບຸນທີ່ໄດ້ັຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດທຳອິດຂອງ ່ຮາໂນ້ຍ ເມື່ອປີ 2014 ທ່ານ ຫງວຽນຈິງຈິ່ງ ຄະນະຄຸ້ມຄອງວິຫານໃຫ້ຮູ້ວ່າ:

 “ໃນເດືອນສາມແຕ່ລະປີ ແຂກທ່ອງທ່ຽວຈາກສາລະທິດ ໄດ້ພາກັນມາຖວາຍທູບທຽນອາໄລຫາພະບິດາຂອງຊາດ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ພະບິດາ”.

ຈາກ ບິ່ງດ່າ ສືບຕໍ່ເດີນທາງພາແຂກທ່ອງທ່ຽວໄປຢາມໝູ່ບ້ານອາຊີບເຮັດທູບ ກວ໋າງຝູເກົ່າ ເຊິ່ງໄດ້ມີມາກວ່າ 100 ປີ. ເມື່ອກ້າວເຂົ້າໝູ່ບ້ານ, ກິ່ນຫອມຊະນິດຕ່າງໆ ໄດ້ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກສາຫວາດສະເຫວີຍ ແລະ ມີຄວາມອົນອຸ່ນ. ທ່ານ ຫງວຽນດິ່ງດ່າມ ຫົວໜ້າສະຫະກອນບໍລະການທ່ອງທ່ຽວໝູ່ບ້ານອາຊີບເຮັດທູບກວ໋າງຝູເກົ່າ ໃຫ້ຮູ້ວ່າ:

“ການບໍລິການທ່ອງທ່ຽວແມ່ນອາຊີບເຮັດທູບກໍ່ມີຫົວຄິດປະດິດສ້າງນຳບັນດາຮູບພາບຂອງບ້ານເກີດເມືອງນອນຈາກທູບຊະນິດຕ່າງໆ ເພື່ອໃຫ້ພວກຂ້າພະເຈົ້າຈັດວາງຕາມຮູບແບບຂອງແຜນທີ່ ຫວຽດນາມ ກໍ່ຄືແຜນທີ່ຂອງທຸກໆປະເທດ ທັງນີ້ກໍ່ເປັນການໂຄສະນາພາບພົດບ້ານເກີດເມືອງນອນ ໃຫ້ແກ່ເພື່ອນມິດສາກົນ”.

ສ່ວນຢູ່ໝູ່ບ້ານຜະລິດໄໝມ້ອນ ຟຸ່ງສາ ເຊິ່ງແມ່ນແຫ່ງເກັບຮັກສາສິ່ງທີ່ຍອດຍິ່ງຂອງບ້ານຕ່ຳຜ້າໄໝພື້ນເມືອງ ໃນທ່າມກາງບັນຍາກາດສະຫງົບສຸກ, ສຽງຕ່ຳຫູກທໍໄໝ ຈາກກີ່ຕ່ຳຫູກໄດ້ກັງວານຂຶ້ນປຽບເໝືອນສຽງດົນຕີທີ່ລຶ້ງເຄີຍໃນໝູ່ບ້ານອາຊຊີບຫັດຖະກຳທີ່ມີມານັບ 100 ປີ 

       ນັກສິລະປະການ ຟານທິຖ້ວນ ເປີດເຜີຍວ່າ:

 “ດ້ວຍບົດບາດ ແມ່ນນັກສິລະປະການປະກອບອາຊີບຫັດຖະກຳ, ເຮົາສາມາດແນະນຳອາຊີບຂອງຕົນໃຫ້ຫຼາຍຄົນຮູ້ຈັກ ແລະ ກໍ່ຢາກໃຫ້ຜະລິດຕະພັນຂອງຂ້າພະເຈົ້າຕິດພັນກັບກະສິກຳ, ຊາວກະສິກອນຊົນນະບົດ. ເຮັດແນວໃດເພື່ອໃຫແຂກທ່ອງທ່ຽວທັງຫຼາຍເຫັນໄດ້ເຖິງບັນດາຜະລິດຕະພັນທີ່ສວຍງາມມີມູນຄ່າເສດຖະກິດຮັບໃຊ້ລູກຄ້າ”.

 ບົນເສັ້ນທາງກັບເມືອຫາກົກເຄົ້ງເຫງົ້າກໍຂອງ ທັງລອງ - ຮ່າໂນ້ຍ, ເສັ້ນທາງມໍລະດົກ ນາມທັງລອງ ໄດ້ປາກົດຂຶ້ນປຽບເໝືອນຮູບພາບທີ່ກົມກຽວແມ່ນແຫ່ງທີ່ປະຫວັດສາດວັດທະນະທຳ ແລະ ອາຊີບຫັດຖະກຳໄດ້ປະສານເຂົ້າກັນ ແນະນຳກ່ຽວກັບປະຊາຊົນ ແລະ ດິນແດນທາງທິດໃຕ້ທີ່ອຸດົມຮັ່ງມີ. ຈາກໝູ່ບ້ານ ຮະຖາຍ ທີ່ລືຊື່ ດ້ວຍພາບຄັດມັນທີ່ລະອຽດອ່ອນເຄີຍສົ່ງອອກຂາຍໃຫ້ຕ່າງປະເທດ ຕະຫຼອດຮອດໝູ່ບ້ານ ກິ້ວ ດ້ວຍບັນດາເຮືອນວິນລາ ແບບອາຊີ - ເອີລົບ ທີ່ເກົ່າແກ່, ໝູ່ບ້ານ ຟຸກອາມ ທີ່ເຂັ້ມຂົ້ນໄປດ້ວຍສີສັນການເຫຼື້ອມໃສພື້ນເມືອງ ຫຼື ໝູ່ບ້ານອື່ນໆອີກ. ທ່ານ ຟຸ່ງກວາງຖັງ ນັກຊ່ຽວຊານດ້ານທ່ອງທ່ຽວ ເປີດເຜິຍວ່າ:

 “ບັນດາໝູ່ບ້ານທີ່ພວກເຮົາໄດ້ເຫັນນັ້ນບໍ່ແມ່ນໄດ້ເປັນຕົນເປັນຕົວ ໃນໄລຍະອອັນສັ້ນໆເທົ້່ານັ້ນ ອາຊີບເຫຼົ່ານີ້ໄດ້ມີມາແຕ່ດົນນານ. ຊາວທ້ອງຖິ່ນໄດ້ຮັກສາ ແລະ ລະດັບການປະກອບອາຊີບໄດ້ບັນລຸຍອດສູງ”.

 ເສັ້ນທາງມໍລະດົກ ນາມທັງລອງ ບໍ່ພຽງແຕ່ແມ່ນການເດີນທາງຜ່ານບັນດາສະຖານທີ່ເທົ່ານັ້ນ ຫາກຍັງແມ່ນການຄົ້ນຫານດິນແດນທີ່ຊ້ອນແຝງບັນດາຄຸນຄ່າປະຫວັດສາດອີກດ້ວຍ ຈາກນັ້ນແຂກທ່ອງທ່ຽວມີຄວາມຮູ້ສຶກວ່າ ຄຸນຄ່າວັດທະນະທຳຢູ່ແຫ່ງນີ້ ພວມໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຈາກຊາວ ຮ່າໂນ້ຍ ຫຼາຍລຸ້ນຄົນ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top