• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ພວມຄ່ອຍໆຟື້ນຟູ, ຄາດຄະເນໃນປີ 2024 ບັນລຸລະດັບການເຕີບໂຕ 5,5%

ເສດຖະກິດ ຫວຽດນາມ ພວມຄ່ອຍໆມີບັນດາສັນຍານຟື້ນຟູ, ດ້ວຍການຄາດຄະເນການເຕີບໂຕຈະບັນລຸ 5,5% ໃນປີ 2024 ແລະ ຄ່ອຍໆເພີ່ມຂຶ້ນເປັນ 6% ໃນປີ 2025.
ບັນດານັກຊ່ຽວຊານໄດ້ໄຈ້ແຍກສະພາບການເສດຖະກິດໃນບົດລາຍງານອັບເດດຂອງ ຫວຽດນາມ (ພາບ:Lê Phương/VOV5)

ເນື້ອໃນນີ້ໄດ້ຍົກອອກມາໃນບົດລາຍງານອັບເດດສະພາບເສດຖະກິດ ຫວຽດນາມ ຜ່ານສິ່ງພິມເດືອນ ເມສາ 2024, ດ້ວຍຫົວຂໍ້ “ຍູ້ແຮງການເລີ່ມຕົ້ນທຸລະກິດນະວັດຕະກຳ” ໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ.

ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານ WB ແລ້ວ, ການສົ່ງອອກຂອງ ຫວຽດນາມ ພວມຟື້ນຟູ, ການບໍລິໂພກ ແລະ ລົງທຶນພາກເອກະຊົນຢູ່ພາຍໃນປະເທດກໍ່ພວມຢູ່ໃນທ່າເພີ່ມຂຶ້ນ. ການສົ່ງອອກຄາດວ່າບັນລຸລະດັບເຕີບໂຕ 3,5% ໃນປີ 2024, ສ່ອງແສງໃຫ້ເຫັນຄວາມຕ້ອງການທົ່ວໂລກຄ່ອຍໆໄດ້ຮັບການປົວແປງ. ໃນນັ້ນ, ການສົ່ງອອກບັນດາປະເພດສິນຄ້າອຸດສາຫະກຳປຸງແຕ່ງ ພວມ ແລະ ຈະສືບຕໍ່ຟື້ນຟູໃນສອງປີຈະມາເຖິງ, ອີງໃສ່ການຄາດຄະເນການເຕີບໂຕຄ່ອຍໆ ແລະ ຄວາມຕ້ອງການສົ່ງອອກຂອງບັນດາປະເທດຄູ່ຮ່ວມມືການຄ້າລາຍໃຫຍ່ຄື: ອາເມລິກາ, ເອີລົບ ແລະ ຈີນ. ທ່ານ Andrea Coppola, ນັກຊ່ຽວຊານເສດຖະກິດຂອງ WB ປະຈຳ ຫວຽດນາມ, ເນັ້ນໜັກວ່າ:

“ເຖິງວ່າທົ່ວໂລກມີບັນດາຄວາມບໍ່ເປັນປົກກະຕິ, ກໍ່ຕາມແຕ່ການເຕີບໂຕຂອງ ຫວຽດນາມ ປີ 2024 ຈະເພີ່ມລະດັບຄວາມໄວ. ເພື່ອບັນລຸໄດ້ການພັດທະນາໄວຄືໄລຍະກ່ອນເກີດໂຄວິດ -19, ຫວຽດນາມ ຄວນມີບັນດານະໂຍບາຍປີການເງິນ ແລະ ເງິນຕາ, ກໍ່ຄືບັນດາການປະຕິຮູບໂຄງປະກອບ ແລະ ປະຕິຮູບນິຕິກຳ. ພາກ ເອກະຊົນຕ້ອງສວມບົດບາດສຳຄັນໃນພື້ນຖານເສດຖະກິດ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top