• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ໜູນ​ຊ່ວຍ ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ

ທ່ານນາງ Caroline T. Nyamayemombe ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການມອບສິດໃຫ້ແມ່ຍິງ ເຂົ້າຮ່ວມພື້ນຖານເສດຖະກິດຢ່າງມີຄວາມສະເໝີພາບ ອາດຈະຊ່ວຍການເຕີບໂຕ GDP ທົ່ວໂລກ ຂຶ້ນເຖິງ 28.000 ຕື້ USD ໃນປີ 2025.
ເວທີປາໄສ “ໜູນຊ່ວຍວິສາຫະກິດໂດຍ ແມ່ຍິງເປັນເຈົ້າຂອງ ເຂົ້າຮ່ວມລະບົບສະໜອງຜ່ານບັນດາເຄື່ອງມືພັດທະນາແບບຍືນຍົງ"

ຕອນເຊົ້າວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະພານັກທຸລະກິດຍິງ ຫວຽດນາມ ຂຶ້ນກັບ ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ອົງການ ສປຊ ກ່ຽວກັບຄວາມສະເໝີພາບ ລະຫວ່າງຍິງ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ສົມທົບກັນຈັດເວທີປາໄສ ດ້ວຍຫົວຂໍ້ “ໜູນຊ່ວຍວິສາຫະກິດໂດຍ ແມ່ຍິງເປັນເຈົ້າຂອງ ເຂົ້າຮ່ວມລະບົບສະໜອງຜ່ານບັນດາເຄື່ອງມືພັດທະນາແບບຍືນຍົງ”.

ທີ່ເວທີປາໄສ, ທ່ານນາງ Caroline T. Nyamayemombe ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການມອບສິດໃຫ້ແມ່ຍິງ  ເຂົ້າຮ່ວມພື້ນຖານເສດຖະກິດຢ່າງມີຄວາມສະເໝີພາບ ອາດຈະຊ່ວຍການເຕີບໂຕ GDP ທົ່ວໂລກ ຂຶ້ນເຖິງ 28.000 ຕື້ USD ໃນປີ 2025. ປັດຈຸບັນ, ຢູ່ ຫວຽດນາມ ມີກ່ວາ 20% ເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍເປັນເພດຍິງ, 51% ວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບເຈົ້າຂອງກຳມະສິດ, ສູງກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນ. ຕາມທ່ານ ຫງວຽນກວາງວິງ, ຮອງປະທານ VCCI ແລ້ວ, ເລື່ອງເຂົ້າຮ່ວມລະບົບສະໜອງຢູ່ລະບັບສູງຍັງແມ່ນສິ່ງທ້າທາຍສຳລັບຫຼາຍວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ. ທ່ານໃຫ້ຮູ້ວ່າ:       

ຕາມປຶ້ມປົກຂາວກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ຢູ່ ຫວຽດນາມ ໂດຍ ກະຊວງແຜນການ ແລະ ການລົງທຶນ ປະກາດໃນເດືອນທັນວາປີ 2023, ມີພຽງແຕ່ 4%ຍອດວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ໄດ້ຮັບການຕີລາຄາແມ່ນມີຄວາມຂະຫຍັນຂັນເຄື່ອນ ແລະ ເຂົ້າຮ່ວມລະບົບສະໜອງ ແລະ ລະບົບມູນຄ່າຢ່າງມີປະສິດທິຜົນ.

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top