• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມຈັດການຝຶກຊ້ອມການເດີນທະເລ MILAN 2026. ກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ

ຝຶກຊ້ອມການເດີນທະເລ MILAN 2026 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກຸມພາ. ໃນຂອບເຂດການຝຶກຊ້ອມຈັດຂຶ້ນຢູ່ເຂດອ່າວ Bengal ແຕ່ວັນທີ 21 – 25 ກຸມພາ, ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ
ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ, ຄື: ຕ້ານກຳປັ່ນດຳນ້ຳ, ປ້ອງກັນອາກາດ, ການສູ້ຮົບເອເລັກໂຕນິກ, ການກູ້ໄພກູ້ຊີບ (ພາບ: baohaiquanvietnam.vn)

ແຕ່ວັນທີ 15 – 25 ກຸມພາ, ຢູ່ນະຄອນທ່າກຳປັ່ນ Visakhapatnam, ລັດ Andhra Pradesh, ທາງທິດຕາເວັນອອກສ່ຽງໃຕ້ ອິນເດຍ ໄດ້ຈັດການຝຶກຊ້ອມການເດີນທະເລ MILAN 2026, ດ້ວຍການເຂົ້າຮ່ວມຂອງ 72 ປະເທດ, ພ້ອມກັບກຳປັ່ນສູ້ຮົບ 60 ລຳ. ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກຳປັ່ນເລກທີ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2, ພ້ອມກັບຄະນະຜູ້ແທນເຂົ້າຮ່ວມເຫດການ. ນີ້ແມ່ນຄັ້ງທີ 4 ທີ່ກອງທັບເຮືອປະຊາຊົນ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ.

ຝຶກຊ້ອມການເດີນທະເລ MILAN 2026 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກຸມພາ. ໃນຂອບເຂດການຝຶກຊ້ອມຈັດຂຶ້ນຢູ່ເຂດອ່າວ Bengal ແຕ່ວັນທີ 21 – 25 ກຸມພາ, ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ, ຄື: ຕ້ານກຳປັ່ນດຳນ້ຳ, ປ້ອງກັນອາກາດ, ການສູ້ຮົບເອເລັກໂຕນິກ, ການກູ້ໄພກູ້ຊີບດ້ວຍຈຸດສຸມແມ່ນ “ສົມທົບຫຼາຍຂົງເຂດ” ລະຫວ່າງກຳລັງໜ້ານ້ຳ, ໃຕ້ນ້ຳ ແລະ ທາງອາກາດ. ນອກນັ້ນ, ຍັງຈັດບັນດາການໂອການເດີນເຮືອຢູ່ທະເລສາກົນ ແລະ ບັນດາການແລກປ່ຽນວິຊາສະເພາະເພື່ອສ້າງແຜນການ, ເປັນເອກະພາບຂັ້ນຕອນ, ຍົກສູງກຳລັງຄວາມສາມາດຮ່ວມກັນສູ້ຮົບ.

(ແຫຼ່ງຄັດຈາກ VOV)

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

ບໍລິສັດການບິນແຫ່ງຊາດ ອິດສະຣາແອັນ (El Al Israel Airlines) ຫາກໍ່ແຈ້ງແຜນການເປີດ 9 ຖ້ຽວການບິນໃໝ່ໃນແຜນການຂະຫຍາຍຖ້ຽວການບິນທີ່ຈະມາເຖິງ.

Top