• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເລີມຮວ່າງຟ໋າດ ປັບຕົວເຂົ້າກັບພະຍາດ ໂຄວິດ

ບໍລິສັດ ​ເຟີ​ນີ​ເຈີ​ ໄມ້ ເລີມຮວ່າງຟ໋າດ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ຍ້ອນ​ການ​ແຜ່​ລະບາດ​ ຂອງ​ ພະຍາດ​ໂຄ​ວິດ, ໄດ້ດຳ​ເນີນ ເຄື່ອນໄຫວ ການຜະລິດ ໃນເງື່ອນໄຂ 3 ຢູ່ກັບທີ່ 
ບໍລິສັດ ເຟີນີເຈີ ເລີມຮວ່າງຟ໋າດ ຕັ້ງຢູ່ແຂວງ ດົ່ງນາຍ ມີ ເນື້ອທີ່ກວ່າ 20.0002, ຜະລິດສະເພາະເຄື່ອງເຟີນີເຈີ ຈາກໄມ້ ກັບຕົວແບບທີ່ ຫຼາກຫຼາຍ ຕາມແບບຂອງ ເອີຣົບ. ດ້ວຍປະສົບການ ຫຼາຍກວ່າ 10 ປີ ໃນຂົງເຂດການຜະລິດ ແລະ ສະໜອງ ເຄື່ອງເຟີນີເຈີ ຈາກໄມ້ ແລະ ພ້ອມກັບ ພື້ນຖານວັດຖຸ ແລະ ອຸປະກອນທັນສະໄໝ, ຖັນ ແຖວພະນັກງານ ເປັນມືອາຊີບ, ຂະຫຍັນຂັນແຂງ ແລະ ມີຊື່ສຽງ, ຕອບສະໜອງທຸກ ຄວາມຕ້ອງການ ຂອງ ລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ຜະລິດຕະພັນ ຖືກສົ່ງອອກໄປຍັງ ຕະຫຼາດ ສ ອາເມລິກາ, ອັງກິດ, ອົດສະຕຣາລີ, ສ ລັດເຊຍ ແລະ ເອີຣົບ. ຄຸນນະພາບ ຂອງ ຜະລິດ ຕະພັນ ແມ່ນໂດດເດັ່ນ ນັບແຕ່ການອົບແຫ້ງ ກ່ອນປຸງແຕ່ງ, ຄັດ ເລືອກວັດສະດຸ, ຈົນເຖິງຂັ້ນຕອນການຫຸ້ມຫໍ່ ຂອງ ຜະລິດຕະພັນ. ບໍລິສັດ ໄດ້ສ້າງຕັ້ງ ລະບົບ ການຄວບຄຸມ ທີ່ເຂັ້ມງວດ ເພື່ອຮັບປະ ກັນ ຄຸນນະພາບ ທີ່ດີທີ່ສຸດ ຂອງ ຜະລິດຕະພັນ ເພື່ອຫຼຸດຄວາມສ່ຽງ ຕໍ່ການແຕກ, ຄົດ, ເຊິ່ງເປັນລັກສະນະ ພື້ນຖານ ຂອງໄມ້ ທຸກປະ ເພດ ລົງສູ່ລະດັບຕໍ່າສຸດ.

ພາຍຫຼັງ​ ເວັ້ນໄລຍະ​ຫ່າງ​ທາງ​ສັງຄົມ, ສະພາບ​ການ​ແຜ່​ລະບາດ​ ຂອງ​ພະຍາດ​ໂຄ​ວິດ-19 ສືບ​ຕໍ່ມີການຜັນແປໄປຢ່າງ ຍາກຈະ ຄາດເດົາໄດ້ ສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ​ ​ໃຫ້​ແກ່ ​ບໍລິສັດ​ໃນ​ການ​ຄາດ​ຄະ​ເນ ເລື່ອງ​ຕະຫຼາດ ​ແລະ ຊັບພະຍາກອນ​ມະນຸດ. ດັ່ງນັ້ນ, ບໍລິສັດ ໄດ້ສຸມໃສ່ ຈັດຕັ້ງ ການດໍາເນີນທຸລະກິດ ຂອງ ວິສາຫະກິດ, ປັບປຸງຄືນໃໝ່ ໂຄງປະກອບ ພື້ນຖານວັດຖຸ ແລະ ຮັບປະກັນ ດ້ານສຸຂະພາບ ແລະ ສະຫວັດດີການ ຂອງ ຄົນງານ ໃນສະພາບແວດລ້ອມ ຂອງ ການເຮັດວຽກ.


ບໍລິສັດ​ ເຟີ​ນີ​ເຈີ  ເລີມຮວ່າງຟ໋າດ​​ ​ຜະລິດສະເພາະ ເຄື່ອງເຟີນີເຈີ ຈາກ ໄມ້ ຕາມແບບ ຂອງ ເອີຣົບ.



ສະພາບ​ການ​ແຜ່​ລະບາດ ​ຂອງ​ພະຍາດ​ ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນຖານ, ບໍລິສັດ​ ​ໄດ້ປັບຕົວ ເຂົ້າກັບສະຖານະການໃໝ່ດ້ວຍ​ຈິດ​ໃຈ “ຜະລິດ​ຕ້ອງ​ປອດ​ໄພ”.


ຄົນງານພະຍາຍາມຜະລິດ ເພື່ອໃຫ້ທັນກັບ ຕາຕະລາງ ການມອບ ສົ່ງສິນຄ້າ.


ສືບຕໍ່ຜະລິດ ແລະ ໃຊ້ຊີວິດຮ່ວມກັບ ໂຄວິດ-19, ປັບຕົວເຂົ້າກັບ ສະຖານະການ ເພື່ອກ້າວໄປສູ່ຊີວິດ ປົກກະຕິ​ ຂອງ​ພະນັກງານ ລັດຖະກອນ ບໍລິສັດ ເລີມຮວ່າງຟ໋າດ. 


ທ່ານ ຮ່ວາງ​ຮຸຍເຕີມ, ຜູ້​ອຳ​ນວຍ​ການ​ໃຫຍ່, ປະ​ທານ​ສະພາບໍລິຫານ ​ບໍ​ລິ​ສັດ​ ເລີມຮວ່າງຟ໋ດ ​​ແນະ​ນຳ​ ດ້ານ​ວິ​ຊາ​ການ​ໃຫ້​ກຳ​ມະ​ກອນ.


ຄຸນນະພາບ ຂອງ ຜະລິດຕະພັນ ແມ່ນໂດດເດັ່ນ ນັບແຕ່ ຂອດການ ອົບແຫ້ງ ກ່ອນປຸງແຕ່ງ, ການຄັດເລືອກວັດສະດຸ, ຈົນເຖິງຂັ້ນຕອນ ການຫຸ້ມຫໍ່ ຂອງ ຜະລິດຕະພັນ.


ຫຸ້ມຫໍ່ຜະລິດຕະພັນ ເພື່ອສົ່ງອອກ, ຮັບປະກັນສິນຄ້າປອດໄພ.


ບໍລິສັດ​ ເຟີ​ນີ​ເຈີ ໄມ້ ເລີມຮວ່າງຟ໋າດ ປະຕິບັດ ການຕົບແຕ່ງ ພາຍໃນ ຢ່າງຄົບຊຸດ ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ມີ​ຊື່​ສຽງ, ຕອບ​ສະໜອງ​ ຄວາມ​ຕ້ອງການ​ ຂອງ ​ບັນດາ​ຄູ່​ຮ່ວມ​ມືລາຍ​ໃຫຍ່ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.


ຜະລິດຕະພັນໄມ້ ນໍາຄວາມງາມແບບຊັ້ນນຳ ມາສູ່ເຮືອນ.

ບໍລິສັດ ໄດ້ຈັດພື້ນທີ່ວິເຄາະ, ກຳມະກອນ ໄດ້ຮັບການ ກວດຫາ ເຊື້ອໂຄວິດ-19 ກ່ອນການຜະລິດລວມສູນ ແລະ ຕ້ອງປະຕິິບັດ 5K ຢ່າງເຂັ້ມງວດ, ການຂ້າເຊື້ອ ແລະ ເຮັດອະນາໄມ ພື້ນທີ່ການຜະ ລິດ ທັງໝົດ ແລະ ສະຖານທີ່ກິນນອນ ຂອງ ຄົນງານ ກໍໄດ້ຮັບການ ດຳເນີນ ປະຕິບັດເປັນປະຈຳ ເພື່ອຮັບປະກັນ ການຮັກສາສຸຂະອະ ນາໄມ ຕະຫຼອດ ຂະບວນການຜະລິດ.


ທ່ານ ຮ່ວາງ​ຮຸຍ​ເຕີມ, ຜູ້​ອຳ​ນວຍ​ການ​ໃຫຍ່, ປະທານ​ສະພາ​ບໍລິຫານ ​ໄດ້​ກ່າວວ່າ: “ບໍລິສັດ ພວກ​ຂ້າພະ​ເຈົ້າ ​ໄດ້​ພະຍາຍາມ​ຢ່າງ​ຕັ້ງໜ້າ​ ເພື່ອ​ຜະລິດ 3 ​ຢູ່ກັບທີ່ ​ໃນ​ໄລຍະ​ເວັ້ນຫ່າງທາງສັງຄົມ, ສຸມ​ໃສ່​ແກ້​ໄຂ​ຂໍ້ຫຍຸ້ງຍາກ, ອຸດຕັນ, ຜ່ານຜ່າ​ສິ່ງ​ກີດຂວາງ, ທ້າທາຍ, ພະຍາ ຍາມ ໃຫ້ດີທີ່ສຸດ ເພື່ອການຜະລິດ ແລະ ດຳເນີນທຸລະກິດ ຕອບສະໜອງ ບັນດາໃບສັ່ງສິນຄ້າ ຂອງ ລູກຄ້າຢ່າງທັນການ. ປັດຈຸບັນ, ພວກຂ້າພະເຈົ້າສືບຕໍ່ຜະລິດ ແລະ ຮ່ວມໃຊ້ຊີວິດກັບ ໂຄວິດ-19, ປັບຕົວເຂົ້າກັບ ສະຖານະການ ເພື່ອກ້າວໄປສູ່ ການດໍາລົງຊີວິດ ປົກກະຕິ”. 

ບໍລິສັດ ​ເຟີ​ນີ​ເຈີ ໄມ້ ເລີມຮວ່າງຟ໋າດ ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເມື່ອ​ປີ 2011 ມາ​ຮອດ​ປັດຈຸ​ບັນ​ ຄົບຮອບ 10 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ. ​ໃນ​ເບື້ອງ​ຕົ້ນ​ແມ່ນພົບກັບຄວາມ​ຫຍຸ້ງຍາກ​ຫຼາຍ, ປັດຈຸ​ບັນ, ບໍລິສັດ​ໄດ້​ພ້ອມ​ກັນ​ພະຍາຍາມ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ ເພື່ອການພັດທະນາ ເທື່ອ​ລະ​ກ້າວ, ຢືນຢັນ ທີ່ຕັ້ງ, ບົດບາດ ແລະ ຊື່ສຽງຂອງຕົນ ໃນຕະຫຼາດສົ່ງອອກ - ຜະລິດ ແລະ ທີ່ປຶກສາ - ອອກແບບເຄື່ອງເຟີນີເຈີ ໄມ້.

ບົດ ແລະ ພາບ: ດັ້ງກິມເຟືອງ - ແປໂດຍ: ບິກລຽນ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top