• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປົ້​າ​ໝາຍ​ຂອງ​ລັດ​ຖະ​ບານ​ແມ່ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ​ໃນ​ປີ 2026

ທ່​ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ເນັ້ນ​ໜັກ​ເຖິງ​ບັນ​ດາ​ກຸ່ມ​ມາດ​ຕະ​ການ, ກ່ອນ​ອື່ນ​ໝົດ​ແມ່​ນ​ຕ້ອງ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ບັນ​ດາມ​ຕະ​​ຕິຂອງ​ກົມ​ການ​ເມືອງ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຢ່າງ​ມີ​ປະ​ສິດ​ທິ​ຜົນ
  ກອງ​ປະ​ຊຸມ​ວຽກ​ງານ​ຖ​ະ​ແຫຼງ​ຂ່າວ​ລັດ​ຖະ​ບານ (ພາບ: VGP)  

ທີ່​ກອງ​ປະ​ຊຸມ​ວຽກ​ງານ​ຖ​ະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ເຕິນ​ເກິ້ນ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ ແມ່ນ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ​​ສູງ​ໃນ​ປີ 2026, ພ້ອ​ມ​ທັງ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ໝັ້ນ​ທ່ຽງ, ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຮັກ​ສາ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​​ລະ​ດັບຄວາມ​ໄວ ແລະ ຄຸນ​ນະ​ພາບ​ຂອງ​ການ​ເຕີບ​ໂຕ. ເພື່ອ​ບັນ​ລຸ​​ສິ່ງດັ່ງ​ກ່າວ​ໃຫ້​ໄດ້​ນັ້ນ​, ທ່​ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ເນັ້ນ​ໜັກ​ເຖິງ​ບັນ​ດາ​ກຸ່ມ​ມາດ​ຕະ​ການ, ກ່ອນ​ອື່ນ​ໝົດ​ແມ່​ນ​ຕ້ອງ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ບັນ​ດາມ​ຕະ​​ຕິຂອງ​ກົມ​ການ​ເມືອງ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ການ​ຢ່າງ​ມີ​ໄຫວ​ພິບ ແລະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ, ເປັ​ນ​ເອ​ກະ​ພາບ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ນະ​ໂຍ​ບາຍ​ປີ​ການ​ເງິນ ແລະ ນະ​ໂຍ​ບາຍ​ການ​ເງິນ, ພ້ອມ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ອື່ນໆ ​ຄົ້ນ​ຄ້​ວາ​ກໍ່​ສ້າງ​ແຜນ​ຮ່າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດຢ່າງ​ຮີບ​ດ່ວນ, ເປັນ​ເຈົ້າຕົນ​ເອງ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ ໃນ​ສະ​ພາບ​ການ​ໃໝ່​, ຍົກ​ສູງ​ຄຸນ​ນະ​ພາບກ​ານ​ເຕີບ​ໂຕ, ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ສະ​ມັດ​ຕະ​ພາບ​​ແຮງ​ງານ, ພັດ​ທະ​ນາ​ການໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ.

ທ່ານເລ​ເຕິນ​ເກິ້ນ ​ຮອງ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ຊີ້​ແຈ້ງວ່າ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ແລະ ເສດ​ຖະ​ກິດໃຫ້​ສົມ​ບູນ​ແບບ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ແຮງ​ ແລະ ປະ​ຕິ​ບັດ​ການ​ໄລ່ລຽງ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ສັງ​ຄົມ​​ໃນ​ການ​ຈັດ​ແບ່ງ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ຊັບ​ພະ​ຍາ​ກອນທັງ​ໝົດ…

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ສະ​ໜາມ​ບິນ​ມີ​ທ່ານ Nityanand Rai ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອິນ​ເດຍ, ທ່ານ Tshering Wangchuk Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ

Top