• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ​ຄອຍຖ້າ​ການ​ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ຈີນ

ວັນ​ທີ 04 ພຶດ​ສະ​ພາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ທ່ານຄອຍຖ້າ​ການ​ພົບ​ປະ​ກັບ​ທ່ານ ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ ຈີນ ຢູ່ ປັກ​ກິ່ງ ໃນ​ລະ​ຫວ່າງວັນ​ທີ 14 – 15 ພຶດ​ສະ​ພາ​ຈະ​ມາ​ເຖິງ.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້​ນ​ຜິງ ໃນ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່​ສະ​ໜາມ​ບິນ​ສາ​ກົນ Gimhae, ໃນ​ວັນ​ທີ 30/10/2025 (ພາບ​ເອ​ກະ​ສານ: REUTERS/Evelyn Hockstein)  

ທ່ານ​ Donald Trump ເນັ້ນ​ໜັກ​ວ່າ ທ່ານ​ຈະ​ຊີ້​ແຈ້ງ​ ​ກ່ຽວ​ກັບ​ຖາ​ນະ​ບົດ​ບາດນຳ​ໜ້າ​ຂອງ ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ ກັບການ​ນຳ ຈີນ ເມື່ອ​ສອງ​ຝ່າຍ​ພົບ​ປະ​ກັນ; ເນັ້ນ​ໜັກ ອາ​ເມ​ລິ​ກາ ໄດ້​ດຶງ​ດູດ​ເງິນ​ລົງ​ທຶນ​ປະ​ມານ 18.000 ຕື້ USD ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ​ໃນ​ໄລ​ຍະ 11 ເດືອນ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ຫຼັກ​ຖານ​ພິ​ສູດ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ ກໍຄື ທ່າໄດ້​ປຽບ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ເມື່ອ​ທຽບ​ໃສ່​ບັນ​ດາ​ຄູ່​ແຂ່ງ, ພິ​ເສດ​ແມ່ນ ຈີນ. ເຖິງວ່າ, ທ່ານ​ກໍ​ພັນ​ລະ​ນາ​ສາຍ​ພົວ​ພັນ​ແກ້ງ​ແຍ້ງ​ລະ​ຫວ່າງ​ສອງ​ປະ​ເທດແມ່ນ “ສະ​ໜິດ​ສະ​ໜົມ", ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ​ການ​ຢ້ຽມ​ຢາມ​ຄັ້ງ​ຈະ​ມາ​ເຖິງນີ້​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ສາຍ​ພົວ​ພັນ​ສອ​ງ​ຝ່າຍ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້​ຮຽກ​ຮ້ອງ​ໃຫ້ ຈີນ ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ ແນ​ໃສ່ເກ້ຍ​ກ່ອມ ອີ​ຣານ ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ໃຫ້ແກ່​ການ​ຂົນ​ສົ່ງ​ສາ​ກົນ​ຄືນ​ໃໝ່. ທ່ານ Bessent ໃຫ້​ຮູ້​ວ່າ ບັນ​ຫາ​ຊ່ອງ​ແຄບ​ທະ​ເລ Hormuz ອາດ​ຈະ​ໄດ້​ນຳ​ເຂົ້າ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ Trump ແລະ ທ່ານ ສີ​ຈີ້ນ​ຜິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ສະ​ໜາມ​ບິນ​ມີ​ທ່ານ Nityanand Rai ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອິນ​ເດຍ, ທ່ານ Tshering Wangchuk Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ

Top