• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ເຄື່ອງແຕ່ງກາຍ ສຳລັບການເຂົ້າຊົງ ບົນເວທີສະແດງ ແຟຊັ່ນ

ເປັນຄັ້ງທຳອິດ, ເຄື່ອງແຕ່ງກາຍ ສຳລັບການເຂົ້າຊົງ ດ້ານ ຄວາມເຊື່ອຖື ເຈົ້າແມ່ ຜູ້ພິທັກ ທັງສາມ (ມໍລະດົກ ວັດທະນະ ທຳ ທີ່ເປັນນາມມະທໍາ ຂອງ ມວນມະນຸດ) ໄດ້ນັກສິລະປິນ ວັດ ທະນະທຳ ຫງວຽນດຶກຫ໋ຽນ ນຳສະເໜີ ເທິງເວທີສະແດງ ແຟຊັ່ນ ໄດ້ສ້າງຄວາມປະທັບໃຈ ຢ່າງຍິ່ງ ຕໍ່ຜູ້ຊົມ. 
ນັກສິລະປິນ ວັດທະນະທຳ ຫງວຽນດຶກຫ໋ຽນ ມີຄວາມຮັກມັກ ເປັນພິເສດ ຕໍ່ສິລະປະມູນເຊື້ອ ຫວຽດນາມ ເຊັ່ນ: ຂັບເຈົ່າວັນ, ຂັບກາຈູ່, ຂັບຕ່ວງ, ຂັບແຈ່ວ, ຂັບກ໊າຍເລືອງ. ທ່ານ ຫ໋ຽນ ໃຫ້ຮູ້ ວ່າ ໃນດ້ານຫຼັກການ, ແຕ່ລະສາກເຂົ້າຊົງ ບູຊາສິ່ງສັກສິດ ຕ່າງ ກໍມີຊຸດສະເພາະ. ທຳມະດາ, ບັນດາຊຸດແຕ່ງກາຍ ສຳລັບການ ເຂົ້າຊົງ ປະກອບມີ: ແພປົກໜ້າສີແດງ ໃຊ້ທຸກສາກການເຂົ້າ ຊົງ, ບັນດາເສື້ອຍາວ ກັບ ຫ້າສີສັນ ທີ່ແຕກຕ່າງກັນໃຊ້ສະເພາະ ໃນແຕ່ລະສາກການສະແດງ. ນອກຈາກນັ້ນ ຍັງມີບັນດາເຄື່ອງ ໃຊ້ເສີມ ຊຶ່ງປະກອບມີ: ໝວກ, ແພ, ສາຍແອວ, ບັດ (ຢູ່ເທິງຈົດ ກ່າຍຍົດຕຳແໜ່ງ), ກ້ອງແຂນ ແລະ ອື່ນໆ...


ນັກສິລະປິນ ວັດທະນະທຳ ຫງວຽນດຶກຫ໋ຽນ ສະແດງ ລາຍການ ຂັບເຈົ່າວັນ “ໂກໂດຍເຖື້ອງງ່ານ” ຊຶ່ງເປີດສາກ ໃຫ້ການສະແດງ ຊຸດສະສົມ “ຄັນເຈົ່າອ໋າວງື້” ຂອງ ຕົນ. 

ຄືນສະແດງໄດ້ດຶງດູດຄວາມສົນໃຈ ຈາກທ່ານຜູ້ຊົມເປັນຈຳ ນວນ ຫຼວງຫຼາຍ.

ນໍາສະເໜີໃນງານສັບປະດາ ແຟຊັ່ນ ແລະ ຄວາມງາມ ສາກົນ ຫວຽດນາມ, ນັກສິລະປິນ ວັດທະນະທຳ ຫງວຽນດຶກຫ໋ຽນ ໄດ້ ນຳສະເໜີ 12 ແບບ ທ່ີສະສົມໂດຍໃສ່ຊື່ວ່າ “ຄັນເຈົ່າ ອ໋າວງື້” (ຊຸດແຕ່ງກາຍ ໃຊ້ສຳລັບການເຂົ້າຊົງ). ທ່ານຜູ້ຊົມຈະເຫັນໄດ້ ຄວາມອຸທິດຕົນ ຂອງ ນັກສິລະປິນ ກັບຄວາມຫຼົງໄຫຼ ໃນການ ອະນຸລັກຮັກສາ ວັດທະນະທຳ ທາງໃຈ ຂອງ ຄົນ ຫວຽດ. 

ພ້ອມດຽວກັນ, ເພື່ອດຶງດູດຄວາມສົນໃຈ ຂອງທ່ານຜູ້ຊົມ ກ່ຽວ ກັບເຄື່ອງແຕ່ງກາຍ ໃນເວລາເຂົ້າຊົງ, ນັກສິລະປິນ ວັດທະນະ ທຳ ຫງວຽນດຶກຫ໋ຽນ ໄດ້ສະແດງລາຍການ ຂັບເຈົ່າວັນ “ໂກ ໂດຍເຖື້ອງງ່ານ”. ນີ້ແມ່ນສິລະປະ ການສະແດງຂັບພື້ນເມືອງ ໂດຍການປະສານ ລະຫວ່າງດົນຕີ ທີ່ມີ ຄວາມເຊື່ອຖືທາງໃຈ ກັບບັນດາວາດຟ້ອນ ທີ່ອ່ອນຊ້ອຍ ນິ້ມນວນ ເພື່ອທໍາພິທີໃນ ການບູຊາເຈົ້າແມ່ຜູ້ພິທັກທັງສາມ. ທຳນອງຂັບເຈົ່າວັນ “ໂກ ໂດຍເຖື້ອງງ່ານ” ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ ທ່ານ ຜູ້ຊົມ ດ້ວຍການສັນລະເສີນ ບັນດາພະອໍລະຫັນ ແຜ່ນດິນ ຫວຽດ, ສະແດງໃຫ້ເຫັນ ຄວາມເຊື່ອ ແລະ ນັບຖືຄຸນຄ່າ ວັດ ທະນະທຳ ພື້ນເມືອງ ອີກດ້ວຍ. 

ເຄື່ອງແຕ່ງກາຍ ຈຳນວນໜຶ່ງ ໃນຊຸດສະສົມ “ຄັນເຈົ່າ ອ໋າວງື້” ຂອງ ນັກສິລະປິນ ວັດທະນະທຳ ຫງວຽນດຶກຫ໋ຽນ: 
 






 
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top