ນຳເອົາ ມໍລະດົກ ນະຄອນຫຼວງ ເຂົ້າສູ່ ແຟຊັ່ນຮ່ວມສະໄໝ
ແຕ່ໃດໆ ມາ, ຮ່າໂນ້ຍ ເປັນແຫຼ່ງບັນດານໃຈ ໃນຫຼາກຫຼາຍຂົງເຂດ ສິລະປະ. ພາບລັກຂອງນະຄອນຫຼວງ ບໍ່ພຽງແຕ່ຖືກຖ່າຍທອດຜ່ານສະຖາປັດຕະຍະກຳ, ຈິດຕະກຳ ແລະ ດົນຕີເທົ່ານັ້ນ, ຫາກຍັງຜ່ານທາງດ້ານແຟຊັ່ນ ອີກດ້ວຍ. ລາຍການ “ສີສັນ ຮ່າໂນ້ຍ - The Color of Hanoi” ທີ່ຫາກໍ່ຖືກຈັດຂຶ້ນ ຢູ່ ຮ່າໂນ້ຍ ໄດ້ນຳມາໃຫ້ ບັນ ດາ ມຸມມອງປະທັບໃຈ ທີ່ແຕກຕ່າງກັນ ກ່ຽວກັບ ຮ່າໂນ້ຍ, ຕັ້ງແຕ່ ທິວທັດ, ອາຊີບ ຫັດຖະກຳ ຕະຫຼອດຮອດ ບັນດາ ລະດູດອກໄມ້ ທີ່ ເປັນເອກະລັກ ຜ່ານບັນດາ ຊຸດ ແຟຊັ່ນ ຂອງ ນັກອອກແບບ 3 ທ່ານ ຄື: ຮ່າຢຸຍ, ກາວມິງຕ໋ຽນ ແລະ Adrian ແອງຕ໋ວນ.
“ສີສັນ ຮ່າໂນ້ຍ - The Color of Hanoi” ໄດ້ຮັບການສ້າງຂຶ້ນ ຄືດັ່ງ ເສັ້ນທາງເດີນສຳຫຼວດ ນະຄອນ ຜ່ານຫຼາຍຊັ້ນວັດຖຸດິບ ແລະ ອາລົມຄວາມຮູ້ສຶກ. ລາຍການ ບໍ່ສຸມໃສ່ ຟື້ນຟູ ບັນດາ ເຄື່ອງໝາຍທີ່ຄຸ້ນເຄີຍຂອງ ຮ່າໂນ້ຍ, ແຕ່ໄດ້ສຸມໃສ່ຂຸດຄົ້ນ ບັນດາປັດໄຈໃກ້ຊິດ ຄື: ແສງສະຫວ່າງ, ໜ້ານ້ຳ, ໝອກຕອນເຊົ້າ, ຄວາມຊົງຈຳຕົວເມືອງ, ອາຊີບ ຫັດຖະກຳ ແລະ ດອກໄມ້ຕາມລະດູການ.
ສາມຄຸນຄ່າຄື ສະຫງ່າງາມ, ມໍລະດົກ, ຍຸກປັດຈຸບັນ ໄດ້ຮັບການເລືອກເອົາ ເປັນເນື້ອໃນກວມລວມ. ໂດຍຜ່ານ ແຟຊັ່ນ, ຄວາມງາມ ທ່ີລຽບງ່າຍ, ອ່ອນໂຍນ ຕິດພັນ ກັບຮູບພາບຊາວ ຮ່າໂນ້ຍ ໄດ້ວາງໄວ້ ໃນການສົນທະນາ ພ້ອມກັບ ແນວຄິດ ອອກແບບ ແລະ ສິລະປະ ໃນປັດຈຸບັນ. ນັກອອກແບບ ແຕ່ລະທ່ານ ໄດ້ເລືອກເອົາວັດຖຸດິບ ສະເພາະ ເພື່ອເລົ່າເລື່ອງລາວ ກ່ຽວກັບ ນະຄອນ, ສ້າງເປັນວິທີການບັນຍາຍທີ່ແຕກຕ່າງກັນ ກ່ຽວກັບ ຮ່າໂນ້ຍ.
ດ້ວຍ ຊຸດສະສົມ “ໝອກ ເມືອງຫຼວງ”, ນັກອອກແບບ ຮ່າຢຸຍ ໄດ້ ຂຸດຄົ້ນຄວາມງາມ ທີ່ບໍລິສຸດ ແລະ ສະເໜ່ແມ່ຍິງ ຂອງ ນະຄອນ ຫຼວງ. ບັນດາ ຮູບພາບ ຄື: ໜ້ານ້ຳ, ໝອກຕອນເຊົ້າ, ແສງສະຫວ່າງ ແລະ ບັນດາ ວັດຖຸດິບ ອ່ອນນຸ້ມ ໄດ້ຮັບການ ປ່ຽນເປັນ ພາສາອອກແບບ. ແທນທີ່ຈະນຳໃຊ້ ສັນຍາລັກທ່ີຍິ່ງໃຫຍ່ ເພື່ອບົ່ງບອກ ເຖິງ ຮ່າໂນ້ຍ, ຊຸດສະສົມ ໄດ້ເນັ້ນໄປທ່ີຊ່ວງເວລາ ທ່ີປ່ຽມລົ້ນໄປດ້ວຍຄວາມຮູ້ສຶກ. ຜ່ານຊ່ວງເວລາເຫຼົ່ານັ້ນ, ຮູບພາບ ຂອງນະຄອນ ໄດ້ຖືກຖ່າຍ ທອດອອກມາ ດ້ວຍຄວາມອ່ອນໂຍນ, ຄວາມສະຫງ່າງາມ ແລະ ງົດງາມ ທີ່ເປັນເອກະລັກ ສະເພາະ ຂອງ ຄົນ ຮ່າໂນ້ຍ.
ໃນຂະນະດຽວກັນ, ນັກອອກແບບ ກາວມິງຕ໋ຽນ ໄດ້ເຂົ້າເຖິງ ຮ່າໂນ້ຍ ຈາກຄວາມຊົງຈຳ ຕົວເມືອງ. ຊຸດສະສົມ “ບົດບັນທຶກ ຮ່າໂນ້ຍ” ສົມທົບແຮງບັນດານໃຈ ຈາກການວາດພາບ ກ່ຽວກັບ ນະ ຄອນ ກັບ ສິລະປະ ການຈັກສານ, ສ້າງເປັນ ການປະສານສົມທົບ ລະຫວ່າງ ວັດຖຸດິບ ຫັດຖະກຳແບບດັ້ງເດີມ ແລະ ການອອກແບບ ທ່ີທັນສະໄໝ.
ການນຳເອົາ ການຈັກສານ ເຂົ້າສູ່ ແຟຊັ່ນ ບໍ່ພຽງແຕ່ ເພື່ອຟື້ນຟູ ຄຸນ ຄ່າວັດທະນະທຳ ທີ່ຄຸ້ນເຄີຍເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຄວາມ ສາມາດໃນການປ່ຽນ ວັດສະດຸ ດັ້ງເດີມ ໃຫ້ກາຍເປັນໂຄງສ້າງ ແລະ ຮູບລວດລາຍໃໝ່. ດັ່ງນັ້ນ, ບັນດາ ຄວາມຊົງຈຳ ກ່ຽວກັບ ຕົວເມືອງ ຈຶ່ງໄດ້ຮັບການສະແດງອອກ ດ້ວຍພາສາ ທີ່ໃກ້ຊິດກັບ ຊີວິດການເປັນຢູ່ ຍຸກປັດຈຸບັນ.
ພ້ອມກັນຂຸດຄົ້ນ ສັນຍະລັກ ທ່ີໂດດເດັ່ນ ຂອງ ນະຄອນ ຮ່າໂນ້ຍ, Adrian ແອງຕ໋ວນ ໄດ້ເລືອກເອົາ ລະດູດອກໄມ້ ເປັນແຮງບັນດານໃຈ ໃຫ້ແກ່ ຊຸດສະສົມ “ຮ່າໂນ້ຍ ລະດູການ ແຫ່ງດອກໄມ້”.
ຮ່າໂນ້ຍ ຕິດພັນ ກັບລະດູການດອກໄມ້ ໃນປີ, ແຕ່ລະ ລະດູ ໄດ້ສ້າງຄວາມງົດງາມສະເພາະ ໃຫ້ແກ່ ນະຄອນ. ຈາກແຮງບັນດານໃຈ ນີ້, ນັກອອກແບບ ໄດ້ເຊື່ອມຕໍ່ຮູບພາບ ດອກໄມ້ ເຂົ້າກັບຊຸດ ອ໋າວຢ່າຍ (ຊຸດປະຈໍາຊາດ ຫວຽດນາມ), ຈິດຕະກຳ ແລະ ຈິດໃຈ ຫວຽດນາມ ຍຸກປັດຈຸບັນ.
ຜ່ານຊຸດສະສົມ, ບັນດາອົງປະກອບ ດັ້ງເດີມ ໄດ້ວາງໄວ້ ໃນບົດ ບາດໃໝ່, ຜ່ານນັ້ນເປີດກວ້າງເລື່ອງລາວ ກ່ຽວກັບ ແຟຊັ່ນ ຫວຽດ ນາມ ແລະ ຄວາມສາມາດ ໃນການເຊື່ອມໂຍງ ເຂົ້າກັບ ກະແສ ແຫ່ງຄວາມຄິດສ້າງສັນສາກົນ.
ຈຸດລວມ ໃນສາມຊຸດສະສົມ ແມ່ນ ວິທີການ ເຂົ້າເຖິງ ມໍລະດົກ ທີ່ບໍ່ຢຸດຢູ່ ໃນການປົກປັກຮັກສາ ບັນດາ ຮູບພາບ ທີ່ຄຸ້ນເຄີຍ, ຍັງແມ່ນ ການສ້າງສັນ ທີ່ສອດຄ່ອງ ພ້ອມກັບ ພາສາ ສິລະປະ ຍຸກປັດຈຸບັນ ເພື່ອໃຫ້ບັນດາຄຸນຄ່າເຫຼົ່ານັ້ນ ສືບຕໍ່ປະກົດຕົວ ໃນຊີວິດການເປັນຢູ່ ໃນທຸກວັນນີ້.
“ສີສັນ ຮ່າໂນ້ຍ - The Color of Hanoi” ສະແດງ ໃຫ້ເຫັນວ່າ ແຟຊັ່ນ ກໍ່ແມ່ນວິທີໜຶ່ງ ເພື່ອເລົ່າເລື່ອງລາວ ກ່ຽວກັບມໍລະດົກ. ຜ່ານເຄື່ອງແຕ່ງກາຍ ແລະ ການອອກແບບ, ບັນດາຄຸນຄ່າ ທີ່ຝັງຢູ່ໃນພື້ນທີ່ ທາງວັດທະນະທຳ ສາມາດ ເຂົ້າເຖິງ ສາທາລະນະຊົນ ໄດ້ງ່າຍຂຶ້ນ, ພ້ອມດຽວກັນ ຍັງສະແດງໃຫ້ເຫັນເຖິງການພັດທະນາ ຂອງ ຮ່າໂນ້ຍ ທ່ີມີຄວາມເປັນເອກະລັກ ທາງວັດທະນະທໍາ ຢ່າງຊັດເຈນແລະ ເປີດກວ້າງຄວາມສໍາພັນກັບໂລກ.
- ບົດ: ເງິນຮ່າ - ພາບ: ແຄ໋ງລອງ/VNP













