ເຄື່ອງຫຼີ້ນເດັກນ້ອຍ ຈາກໄມ້ໄຜ່

ສິລະປະ

ເຄື່ອງຫຼີ້ນເດັກນ້ອຍ ຈາກໄມ້ໄຜ່

ດ້ວຍຄວາມປາດຖະໜາ ທີ່ຈະໃຫ້ເດັກໆ ມີເຄື່ອງຫຼິ້ນ ທີ່ມີລັກສະນະຫົວຄິດປະດິດສ້າງ ຈາກວັດຖຸດິບ ຂອງ ຫວຽດນາມ, ນັກຈິດຕະກອນ ຫງວຽນວັນແທັກ (ອາຍຸ 61 ປີ, ເມືອງ ກວັກອວາຍ, ຮ່າໂນ້ຍ) ໄດ້ “ຫັນ” ໄມ້ໄຜ່ ໃຫ້ກາຍເປັນເຄື່ອງຫຼິ້ນ ສິລະປະສູງ.
ນັກ​ແຕ້ມ ຫງວຽນ​ວັນ​ແທັກ ເຮັດເຄື່ອງຫຼິ້ນໄມ້ໄຜ່ທີ່ເປັນມິດກັບສິ່ງແວດລ້ອມສຳລັບເດັກນ້ອຍ.

ດ້ວຍຄວາມປາດຖະໜາ ທີ່ຈະໃຫ້ເດັກໆ ມີເຄື່ອງຫຼິ້ນ ທີ່ມີລັກສະນະຫົວຄິດປະດິດສ້າງ ຈາກວັດຖຸດິບ ຂອງ ຫວຽດນາມ, ນັກຈິດຕະກອນ ຫງວຽນວັນແທັກ (ອາຍຸ 61 ປີ, ເມືອງ ກວັກອວາຍ, ຮ່າໂນ້ຍ) ໄດ້ “ຫັນ” ໄມ້ໄຜ່ ໃຫ້ກາຍເປັນເຄື່ອງຫຼິ້ນ ສິລະປະສູງ.

ໃນ​ເຮືອນ​ນ້ອຍຫຼັງ​ໜຶ່ງ​ຢູ່​ຄຸ້ມ​ຖະໜົນເກົ່າ ​ຮ່າ​ໂນ້ຍ, ນັບ​ແຕ່​​ອອກ​ກິນ​ເບ້ຍ​ບຳນານ, ແຕ່ລະມື້, ທ່ານ ຫງວຽນ​ວັນ​ແທັກ ​ພ້ອມກັບ ພັນລະຍາ ໄດ້​ຕັດ ​ແລະ ເຈາະໄມ້​ໄຜ່​ ທີ່​ຊື້ມາ​ຈາກ ກວັກອວາຍ ​​ເພື່ອ​ເຮັດ​ເຄື່ອງ​ຫຼິ້ນ ​ໃຫ້​ຫຼານ ​ແລະ ມີບາງຄົນ ​​ໄດ້​ມາຖາມ​ຊື້.

ທ່ານ ຫງວຽນວັນແທັກ ໃຫ້ຮູ້ວ່າ: “ແຕ່ກ່ອນ, ຂ້າພະເຈົ້າເຄີຍ ເປັນນັກຮຽນສິລະປະ ແລະ ໄດ້ຮັບການແນະນຳຈາກລູກຊາຍວ່າ ຄວນເຮັດເຄື່ອງຫຼິ້ນ ໃດໜຶ່ງເພື່ອໃຫ້ເປັນມິດກັບສິ່ງແວດລ້ອມ, ສະນັ້ນ, ຂ້າພະເຈົ້າ ຈຶ່ງຄິດຢາກເຮັດຜະລິດຕະພັນ ຈາກໄມ້ໄຜ່. ທຳອິດຂ້າພະເຈົ້າ ພຽງແຕ່ເຮັດໃຫ້ ຫຼານຫຼິ້ນເທົ່ານັ້ນ, ເມື່ອຂ້າພະເຈົ້າເອົາລົງທາງອິນເຕີເນັດ, ມີບາງຄົນຖາມຊື້, ຂ້າພະເຈົ້າໄດ້ສືບຕໍ່ເຮັດເຄື່ອງຫຼິ້ນເພື່ອຂາຍ”.

ທ່ານ ແທັກ ໃຫ້​ຮູ້​ວ່າ ການ​ປະດິດສ້າງ ເຄື່ອງຫຼິ້ນພື້ນເມືອງ ຊະນິດໜຶ່ງ ປະ​ກອບ​ດ້ວຍ​ຫຼາຍຂັ້ນ​ຕອນ. ທໍາອິດ, ຊື້ໄມ້ໄຜ່ມາແລ້ວຕັດ ເປັນສ່ວນຕົ້ນຕໍ, ສ່ວນຍ່ອຍ ແລະ ສ່ວນປີກຍ່ອຍທີ່ກ່ຽວຂ້ອງ. ຂັ້ນ​ຕອນ​ຕໍ່​ໄປແມ່ນ​​ຕັດ​ ແລະ ​ເຮັດ​ໄມ້​ໄຜ່​ ມີ​ຄວາມ​ກ້ຽງ. ເມື່ອໄດ້ຜະ ລິດຕະພັນດິບ ຕາມຄວາມຕ້ອງການແລ້ວ, ທ່ານ ແທັກ ຈຶ່ງເອົາລົງໃສ່ໝໍ້ ຕົ້ມກັບ ໄຮໂດຣເຈນ ເບີອອກໄຊ ເປັນເວລາ ຫຼາຍຊົ່ວໂມງ ເພື່ອປ້ອງກັນປວກ-ມອດ.

 


ພາຍຫຼັງ​ຕົ້ມ​ແລ້ວ, ທ່ານ ແທກ ​ສືບ​ຕໍ່​ໃຊ້​ມີດ, ​ເລື່ອຍ, ​ສີ່ວ ​ເພື່ອ ​ຕັດ, ເຈາະ ແລ້ວ​ປະກອບ​​ໃຫ້​ເປັນ​ຮູບ​ຮ່າງ​ບັນດາ ສັດ ​ພື້ນເມືອງ. ເມື່ອໄດ້ຮັບຜະລິດຕະພັນທີ່ໜ້າພໍໃຈ, ຂັ້ນຕອນສຸດທ້າຍທີ່ ທ່ານ ແທັກ ຕ້ອງເຮັດຄື ພົ່ນສີປ້ອງກັນຄວາມຊຸ່ມຊື່ນ ກ່ອນຈະນໍາໄປຕາກແຫ້ງ. ຕາມປົກກະຕິແລ້ວ, ເຄື່ອງຫຼິ້ນແຕ່ລະແບບ ຈະໃຊ້ເວລາພຽງແຕ່ 15 - 20 ນາທີ ເທົ່ານັ້ນ.

ສິ່ງໜຶ່ງທີ່ເຮັດໃຫ້ ທ່ານ ແທັກ ມີຄວາມສົນໃຈຫຼາຍ, ແມ່ນເມື່ອເຫັນຜະລິດຕະພັນ ຂອງ ເພິ່ນໄດ້ລົງຂາຍທາງອອນລາຍ, ຫຼາຍຄົນຢູ່ບັນດາແຂວງ, ນະຄອນຕ່່່າງໆ ໄດ້ຊອກຫາມາໂຮງງານຂອງເພິ່ນ ເພື່ອຮຽນຮູ້ອາຊີບ. ຄືກັບສະເໜ່, ນັກຈິດຕະກອນ ຄົນນີ້ ໄດ້ກາຍ ເປັນແຮງບັນດານໃຈ ໃຫ້ແກ່ນັກຮຽນຫຼາຍຄົນ. ເມື່ອເຖິງລະດູພັກ ແລ້ງ, ໂຮງງານຂະໜາດນ້ອຍໄດ້ກາຍເປັນຈຸດນັດພົບ ສໍາລັບເດັກ ນ້ອຍໃນບ້ານ.

ດ້ວຍ​ຄວາມ​ປາດ​ຖະໜາ ​ຢາກ​ເຮັດໃຫ້​ບັນດາ​ຜະລິດ​ຕະພັນ ເຄື່ອງຫຼິ້ນ​ຂອງ​ຕົນ ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ທີ່ເປັນມິດ, ມີຜົນປະໂຫຍດທີ່ສຸດ​​ກັບ​ໂລກຂອງ​ເດັກນ້ອຍ ​ໃນ​ຄອບຄົວ ຂອງເຂົາເຈົ້າ, ນັກຈິດຕະ ກອນ ຫງວຽນ​ວັນ​ແທັກ ​ໄດ້​ເປີດບັນດາ ຫ້ອງຮຽນ​ໃຫ້​ເດັກນ້ອຍ​ຢູ່​ ຮ່າ​ໂນ້ຍ ມາ​ເຂົ້າ​ຮ່ວມ ​ແລະ ນຳ​ເອົາ​ຄວາມ​ຮູ້​ນີ້​ ມາ​ໃຫ້​ປະຊາຊົນ​ບັນດາ​ໝູ່​ບ້ານ​ຫ່າງ​ໄກ​ສອກຫຼີກ ​ຂອງ ຫວຽດນາມ. 

 

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ຢືຟຽນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top