ເມື່ອສິ່ງເສດເຫຼືອ ກາຍເປັນສິລະປະ
ງານວາງສະແດງ “ຍຸກສະໄໝແຫ່ງພລາສຕິກ” ນໍາມາເຊິ່ງຂໍ້ຄວາມອັນເລິກເຊິ່ງ ແລະ ຊື່ຕົງກ່ຽວກັບສະພາບຄວາມເປັນຈິງຂອງສິ່ງເສດເຫຼືອ ພລາສຕິກ ປັດຈຸບັນ ໃນທົ່ວໂລກ, ຈາກນັ້ນໄດ້ສ້າງການປ່ຽນ ແປງຄວາມຮັບຮູ້ ແລະ ການກະທຳ ຂອງ ມະນຸດ ຕໍ່ບັນຫາການປົກປ້ອງສິ່ງແວດ ລ້ອມ, ໂດຍສະເພາະ ແມ່ນການຈຳກັດສິ່ງເສດເຫຼືອ ພລາສຕິກ.
ໃນຍຸກສະໄໝ ທີ່ສິ່ງເສດເຫຼືອ ພລາສຕິກ ກຳລັງກາຍເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ, ສູນແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ນຳສະເໜີມຸມມອງໃໝ່ ທີ່ເຕັມໄປດ້ວຍແຮງບັນດານໃຈຜ່ານງານວາງ ສະແດງ “ຍຸກສະໄໝ ແຫ່ງ ພລາສຕິກ”.
ຈຸດໃຈກາງ ຂອງ ງານວາງສະແດງ ແມ່ນຊຸດສະສົມຜົນງານທີ່ໜ້າປະທັບໃຈຂອງນັກສິລະປິນ ທີ່ມີຊື່ສຽງຊາວ ຍີ່ປຸ່ນ - Fuji Hiroshi. ດ້ວຍແນວຄິດສ້າງສັນ ທີ່ບໍ່ທຳມະດາ, ເພິ່ນໄດ້ປ່ຽນເຄື່ອງຫຼິ້ນເກົ່າ, ເຊິ່ງຖືກເບິ່ງວ່າ ເປັນສິ່ງເສດເຫຼືອ, ໃຫ້ກາຍເປັນຜົນງານສິລະປະທີ່ມີຄຸນຄ່າທາງດ້ານການສຶກສາສູງ. ເພື່ອສ້າງຜົນງານອັນປານີດເຫຼົ່ານີ້, ນັກສິລະປິນ Fuji Hiroshi ໄດ້ເກັບກຳເຄື່ອງຫຼິ້ນເກົ່າກວ່າ 50.000 ຊະນິດທີ່ແຕກຕ່າງກັນ ຈາກເດັກນ້ອຍ ໃນທົ່ວປະເທດ ຍີ່ປຸ່ນ.
ນັກສິລະປິນ Fuji Hiroshi ກ່າວວ່າ: “ເຄື່ອງຫຼິ້ນແຕ່ລະອັນລ້ວນແຕ່ບັນຈຸເລື່ອງລາວ ແລະ ຄວາມຊົງຈຳ ຂອງເດັກ ຄົນໜຶ່ງ. ເມື່ອນຳເອົາມັນມາລວມກັນ, ຂ້າພະເຈົ້າ ບໍ່ພຽງແຕ່ສ້າງຜົນງານສິລະປະ ເທົ່ານັ້ນ, ແຕ່ກໍາລັງເລົ່າເລື່ອງ ຂອງ ຄົນລຸ້ນ ໜຶ່ງອີກດ້ວຍ. ຂ້າພະເຈົ້າຢາກໃຫ້ທຸກຄົນເຫັນວ່າ “ສິ່ງເສດເຫຼືອ” ເປັນພຽງແນວຄວາມຄິດທີ່ມະນຸດສ້າງຂຶ້ນ. ດ້ວຍມຸມມອງທີ່ສ້າງສັນ, ທຸກສິ່ງທຸກຢ່າງສາມາດກາຍເປັນສິ່ງທີ່ມີຄຸນຄ່າໄດ້”.
ຂະບວນການສ້າງສັນຂອງ Fuji Hiroshi ເລີ່ມຕົ້ນຈາກການເກັບກຳເຄື່ອງຫຼິ້ນເກົ່າ ຜ່ານຂະບວນການຕ່າງໆ ຕາມໂຮງຮຽນ ແລະຊຸມຊົນໃນ ຍີ່ປຸ່ນ. ເຄື່ອງຫຼິ້ນແຕ່ລະອັນ ໄດ້ຮັບການເຮັດຄວາມສະອາດຢ່າງລະມັດລະວັງ ກ່ອນຈະຖືກຈັດປະເພດຕາມສີ, ຂະໜາດ ແລະ ວັດສະດຸ. ຫຼັງຈາກນັ້ນ, ນັກສິລະປິນ ຈະອອກແບບໂຄງສ້າງຫຼັກຂອງຜົນງານ ແລະ ເລີ່ມຕົ້ນຂັ້ນຕອນການຕິດເຄື່ອງຫຼິ້ນແຕ່ລະອັນເຂົ້າໃສ່ຕຳແໜ່ງທີ່ເໝາະສົມ. ຂັ້ນຕອນນີ້ຮຽກຮ້ອງໃຫ້ມີຄວາມອົດທົນ ແລະ ຄວາມລະອຽດອ່ອນຢ່າງຍິ່ງ, ບາງຄັ້ງໃຊ້ເວລາ ຫຼາຍເດືອນ ສຳລັບຜົນງານໜຶ່ງ. ຜ່ານຜົນງານຂອງນັກສິລະປິນ Fuji Hiroshi, ຊາວ ຫວຽດນາມ ມີໂອກາດເຂົ້າໃຈຍິ່ງຂຶ້ນ ກ່ຽວກັບຈິດໃຈ “Mottainai” - ປັດຊະຍາ ວ່າດ້ວຍການເຫັນຄຸນຄ່າ ແລະ ບໍ່ຟຸ່ມເຟືອຍຊັບພະຍາ ກອນ ໃນວັດທະນະທຳ ຍີ່ປຸ່ນ.
ຜົນງານທີ່ໂດດເດັ່ນໃນງານວາງສະແດງແມ່ນຊຸດສະສົມ “Jurassic Plastic” - ຮູບ ໄດໂນເສົາ ຂະໜາດເທົ່າຕົວຈິງ ທີ່ສ້າງຂຶ້ນຈາກເຄື່ອງຫຼິ້ນ ພລາສຕິກ ຫຼາຍພັນອັນ ທີ່ມີສີສັນຕ່າງໆ. ເມື່ອຢືນຢູ່ຕໍ່ໜ້າ ໄດໂນເສົາ ສູງ 3 ມ, ເຊິ່ງສ້າງຂຶ້ນຈາກເຄື່ອງຫຼິ້ນເກົ່າກວ່າ 5.000 ອັນ, ມີຜູ້ຊົມບໍ່ໜ້ອຍ ຕ້ອງອອກປາກດ້ວຍຄວາມຕື່ນຕາຕື່ນໃຈ. ລົດ ຂອງ ຫຼິ້ນ, ຕຸກກະຕາ, ຕົວຕໍ່ ແລະ ເຄື່ອງຫຼິ້ນ ອື່ນໆ ອີກນັບບໍ່ຖ້ວນ ໄດ້ຖືກຈັດລຽງຢ່າງສະຫຼາດ ເພື່ອສ້າງເປັນສັດ ຍຸກດຶກດຳບັນ ທີ່ມີຊີວິດຊີວາ ໃນທຸກລາຍລະອຽດ.
ເຂດ “ການກະທຳນ້ອຍໆ, ການປ່ຽນແປງທ່ີໃຫຍ່ຫຼວງ” ຂອງງານວາງສະແດງ ອະນຸຍາດ ໃຫ້ເດັກນ້ອຍ ສ້າງຜົນງານສິລະປະ ນ້ອຍໆ ດ້ວຍຕົນເອງ ຈາກເຄື່ອງຫຼິ້ນເກົ່າ ແລະ ສິ່ງເສດເຫຼືອ ພລາສຕິກ ທີ່ນຳມາໃຊ້ໃໝ່. ພາຍໃຕ້ການຊີ້ແນະ ຂອງ ອາສາສະໝັກ, ເດັກນ້ອຍບໍ່ພຽງແຕ່ໄດ້ພັດທະນາ ຄວາມຄິດສ້າງສັນເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ບົດຮຽນກ່ຽວກັບການນຳກັບມາໃຊ້ໃໝ່ ແລະ ການປົກປ້ອງສິ່ງແວດ ລ້ອມອີກດ້ວຍ.
ບໍ່ພຽງແຕ່ສົ່ງຜົນ ຕໍ່ນັກຮຽນເທົ່ານັ້ນ, ງານວາງສະແດງຍັງໄດ້ຮັບຄວາມສົນໃຈຈາກຜູ້ວາງແຜນນະໂຍບາຍ ແລະ ວິສາຫະກິດ. ບໍລິ ສັດ ຜະລິດເຄື່ອງຫຼິ້ນບາງແຫ່ງໃນ ຫວຽດນາມ ໄດ້ເລີ່ມສຶກສາຄົ້ນ ຄວ້າ ກ່ຽວກັບວັດສະດຸ ທີ່ເປັນມິດ ກັບສິ່ງແວດລ້ອມ ຫຼັງຈາກເຂົ້າຊົມ ງານວາງສະແດງ.
ງານວາງສະແດງໄດ້ປະສົບຜົນສຳເລັດ ໃນການຖ່າຍທອດຂໍ້ຄວາມທີ່ວ່າ “ເມື່ອສິ່ງເສດເຫຼືອ ກາຍເປັນສິລະປະ, ພວກເຮົາສາມາດປ່ຽນ ແປງ ວິທີການເບິ່ງຄຸນຄ່າຂອງວັດຖຸ ແລະ ຄວາມຮັບຜິດຊອບຂອງແຕ່ລະຄົນຕໍ່ສິ່ງແວດລ້ອມໄດ້”. ຜູ້ຕາງໜ້າກະຊວງຊັບພະຍາ ກອນ ແລະ ສິ່ງແວດລ້ອມ ກໍໄດ້ເດີນທາງມາຢ້ຽມຊົມ ແລະ ສະແດງການສະໜັບສະໜູນ ຂໍ້ຄວາມທີ່ງານວາງສະແດງ ນຳມາ.
ບົດ: ທົງທ້ຽນ/VNP - ພາບ: ຫງວຽນຖັ໋ງ, ເລມິນ ແລະ ຂໍ້ມູນໂດຍ Sun Group ສະໜອງໃຫ້ - ແປໂດຍ: ຢືຟຽນ