• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຄື່ອງຟໍນີເຈີ ດຶກແທ່ງ-30 ປີແຫ່ງການເດີນທາງພິຊິດ ຕະຫຼາດໂລກ

ຄົບຮອບ 30ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາດສາມາດເວົ້າໄດ້ວ່າ ບໍລິສັດ ໄມ້ ດຶກແທ່ງ ເປັນໜຶ່ງໃນບັນດາແບບຢ່າງ ດີເດັ່ນໃຫ້ແກ່ວິສາຫະກິດ ຫວຽດ “ບືນຕົວອອກສູ່ທະເລຫຼວງ”. ຈຸດພິເສດຂອງເຄື່ອງໝາຍການຄ້າ ເຄື່ອງໃຊ້ສອຍ ພາຍໃນຄົວເຮືອນ, ເຄື່ອງຫຼິ້ນເດັກນ້ອຍ ອັນດັບໜຶ່ງ ຂອງ ຫວຽດນາມ ພວມມີໜ້າ ຢູ່ກວ່າ 50 ປະເທດ ໃນ 5 ທະວີບ, ເມື່ອໂຄວິດ-19 ລະບາດຂຶ້ນໃນ ທົ່ວໂລກ ເຮັດໃຫ້ຫຼາຍຄົນຕ້ອງການຊອກຫາຄໍາຕອບ. 
ຕະຫຼອດເວລາ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ແຕ່ ພາຍຫຼັງເກີດວິກິດການໃດໜຶ່ງ, ບໍລິສັດໄມ້ ດຶກແທ່ງ ໄດ້ເຕີບໃຫຍ່ ເຂັ້ມແຂງຂຶ້ນກວ່າເກົ່າ, ຄື ເຮືອລຳໜຶ່ງ ຂ້າມຄື້ນພາຍຸລົມແດງ ບືນຕົວໄປທາງໜ້າ. ກັບຕັນເຮືອ ຂອງ ບໍລິສັດໄມ້ ດຶກແທ່ງ ເປັນຜູ້ຍິງ ຄົນໜຶ່ງ. ທ່ານນາງ ເລຫາຍຫຼຽວ, ປະທານຄະນະກໍາມາທິການບໍລິຫານ ເຄື່ອງຟໍນີເຈີ ດຶກແທ່ງ ປຽບສະເໝືອນເປັນ “ແມ່ທັບຍິງ ຂອງ ອຸດສາຫະກໍາໄມ້” ເພາະວ່າ ເພິ່ນເປັນຜູ້ຍິງ ທີ່ຫາຍາກ ໃນການນຳພາບໍລິສັດ ເຄື່ອນໄຫວ ໃນຂະແໜງການທີ່ລຳບາກ, ເຕັມໄປດ້ວຍຝຸ່ນ ແລະ ມີຄວາມແກ່ງແຍ້ງສູງ. 

ປີ 1994, ເພື່ອສະກັດກັ້ນ ຄວາມຟຸ່ມເຟືອຍ ຊັບພະຍາກອນໄມ້, ລັດຖະບານ ກຳນົດໃຫ້ບັນດາບໍລິສັດໄມ້ ຕ້ອງສົ່ງອອກ​ຜະລິດຕະພັນສຳເລັດຮູບ. ບໍລິສັດຫຼາຍແຫ່ງ, ໃນນັ້ນ ມີບໍລິສັດໄມ້ ດຶກແທ່ງ ຮູ້ສຶກຕົກໃຈຢ່າງແຮງ. ເວລານັ້ນ ທ່ານນາງ ຫຼຽວ ຈຶ່ງຕັດສິນໃຈ ທັງຊອກຫາຕະຫຼາດໃໝ່, ທັງຫັນສູ່ຕະຫຼາດພາຍໃນ. ປະເພດຜະລິດຕະພັນເຄື່ອງໃຊ້ພາຍໃນຄົວເຮືອນ ທີ່ເຮັດດ້ວຍໄມ້ ໄດ້ປະດິດສ້າງຂຶ້ນ. ທາງບໍລິສັດ ໄດ້ຈຳແນກວ່າ ນີ້ເປັນປະເພດຜະລິດຕະພັນ ທີ່ມີຈຸດພິເສດ ສະເພາະ ຂອງຕົນ ເພື່ອການ ພັດທະນາ.  

ທ່ານນາງ ເລຫາຍຫຼຽວ (ຜູ້ທີສອງຈາກຂວາ) ປະທານ ຄະນະກໍາມາທິການບໍລິຫານ ເຄື່ອງຟໍນີເຈີ ດຶກແທ່ງ ປຽບ ສະເໝືອນເປັນ “ແມ່ທັບຍິງ ຂອງອຸດສາຫະກໍາໄມ້” ພວມ ກວດກາຄຸນນະພາບຜະລິດຕະພັນ. ພາບ: ທົງຫາຍ/VNP


ປີ 2020, ເຖິງວ່າ ຈະໄດ້ຮັບຜົນສະທ້ອນຈາກໂຄວິດ-19 ເຮັດໃຫ້ ວິສາຫະກິດ ຫຼາຍແຫ່ງ ປະສົບຄວາມຫຍຸ້ງຍາກ, ແຕ່ບໍລິສັດໄມ້ ດຶກແທ່ງ ໄດ້ບັນລຸລາຍຮັບ 400 ຕື້ດົ່ງ, ເພີ່ມຂຶ້ນ 17% ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ພາບ: ທົງຫາຍ/VNP


ຕ່ອງໂສ້ຜະລິດຂອງບໍລິສັດ ໄມ້ ດຶກແທ່ງ. ພາບ: ທົງຫາຍ/VNP


ຕ່ອງໂສ້ຜະລິດຂຽງຂອງບໍລິສັດ ໄມ້ ດຶກແທ່ງ. ພາບ: ທົງຫາຍ/VNP


ໃນກອງປະຊຸມໃຫຍ່ບັນດາຜູ້ຖືຫຸ້ນ ເຊິ່ງໄດ້ຈັດຂຶ້ນ ເມື່ອເດືອນ​ພຶດສະພາ 2021, ບໍລິສັດ ໄດ້ເປັນເອກະສັນ ໃນການຈຳໜ່າຍໃບຫຸ້ນ ESOP ໃຫ້ຜູ້ອອກແຮງງານ. ພາບ: ທົງຫາຍ/VNP


ບໍລິສັດ ໄມ້ ດຶກແທ່ງ ນຳໃຊ້ລະບົບການຄຸ້ມຄອງ ຄຸນນະພາບ ຕາມມາດຕະຖານສາກົນ ISO 9001: 2015. ພາບ: ທົງຫາຍ/VNP


ຜະລິດຕະພັນຂອງບໍລິສັດ ໄມ້ ດຶກແທ່ງ ໄດ້ສົ່ງອອກໄປສູ່ຫຼາຍປະເທດໃນໂລກ ຄື: ເອີຣົບ, ສ ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ... ພາບ: ທົງຫາຍ/VNP


ເຄື່ອງຫຼິ້ນສຳລັບເດັກນ້ອຍ ໄດ້ຜະລິດຈາກໄມ້ທີ່ໄດ້ປູກຢູ່ໃນປ່າ ຖືຍີ່ຫໍ້ Winwintoys. ພາບ: ທົງຫາຍ/VNP


ຕ່ອງໂສ້ຫຸ້ມຫໍຜະລິດຕະພັນ ຂອງ ບໍລິສັດ ໄມ້ ດຶກແທ່ງ. ພາບ: ທົງຫາຍ/VNP

ດ້ວຍຄວາມຕັ້ງໝັ້ນພັດທະນາປະເພດ ຜະລິດຕະພັນທີ່ມີ ຈຸດພິ ເສດສະເພາະ ຂອງຕົນ ແທນທີ່ເປີດກວ້າງ ການເຄື່ອນໄຫວ ເຮັດ ທຸລະກິດ ຄືກັບບັນດາບໍລິສັດອື່ນໆ, ບໍລິສັດໄມ້ ດຶກແທ່ງ ໄດ້ປະສົບຜົນສຳເລັດ ເມື່ອກາຍເປັນ ຜູ້ນຳໜ້າ ໃນຕະຫຼາດ ດັ່ງກ່າວ. 

ເມື່ອເວົ້າເຖິງເຫດຜົນ ບໍລິສັດໄມ້ ດຶກແທ່ງ ເລືອກເອົາຕົ້ນຢາງພາລາ ທີ່ຖືກປະຖິ້ມ ຫຼັງຈາກໄດ້ຂຸດເອົາຢາງໝົດແລ້ວ ເພື່ອ ທຳການຜະລິດ, ທ່ານນາງ ຫຼຽວ ໃຫ້ຮູ້ວ່າ “ຫວຽດນາມ ນອນໃນ ຈຳນວນປະເທດມີການສົ່ງອອກຢາງພາລາ ຫຼາຍທີ່ສຸດໃນໂລກ. ຈະເປັນຄວາມຟຸມເຟືອຍຫຼາຍ ຖ້າເຫັນຕົ້ນຢາງພາລາ ຖືກປະຖິ້ມລ້າໆ”. 

ວິທີການສ້າງຄວາມໄວ້ວາງໃຈ ຕໍ່ລູກຄ້າ ຂອງເຄື່ອງ ຟໍນີເຈີ ດຶກ ແທ່ງ ກໍ່ມີຈຸດພິເສດ. ທ່ານນາງ ຫຼຽວ ໃຫ້ຮູ້ວ່າ “ຕະຫຼອດເວລາ 30 ປີ ເຄື່ອນໄຫວເຮັດທຸລະກິດ, ຂ້າພະເຈົ້າ ຍັງບໍ່ໄດ້ ຂໍໂທດ ກັບຄູ່ຮ່ວມມືໃດໜຶ່ງຈັກເທື່ອ”. ເພາະວ່າ ຕາມທ່ານນາງ ຫຼຽວ ແລ້ວ, ຖ້າເຮັດຜິດເທື່ອໜຶ່ງ ຈະບໍ່ມີໂອກາດແກ້ຕົວອີກ. 


ຮ້ານວາງສະແດງເຄື່ອງ ຟໍນີເຈີ ດຶກແທ່ງ. ພາບ: ທົງຫາຍ/VNP


ທຽບກັບເຄື່ອງໃຊ້ຂອງສອຍໃນເຮືອນຄົວ, ການຜະລິດເຄື່ອງຫຼິ້ນສຳລັບເດັກນ້ອຍ ຕ້ອງໃຊ້ເວລາຫຼາຍກວ່າ. ພາບ: ທົງຫາຍ/VNP


ນີ້ກໍ່ເປັນ ໂລໂກ ຂອງບໍລິສັດ ໄມ້ ດຶກແທ່ງ. ພາບ: ທົງຫາຍ/VNP


ໃນສະພາບການທຳລາຍສິ່ງແວດລ້ອມ, ບໍ່ຄິດເຖິງຜົນຢ້ອນຫຼັງເພື່ອຫາກຳໄລຄື ປັດຈຸບັນ, ບໍລິສັດໄມ້ ດຶກແທ່ງ ພົ້ນຂຶ້ນຄື ຈຸດແສງສະຫວ່າງໜຶ່ງທີ່ເຕັມໄປດ້ວຍສີຂຽວ. ພາບ: ທົງຫາຍ/VNP


ຖັນແຖວນັກອອກແບບມືອາຊີບຂອງເຄື່ອງ ຟໍນີເຈີ ດຶກແທ່ງ ໄດ້ຄົ້ນຄວ້າ ແລະ ຜະລິດອອກມາ ເຄື່ອງຫຼິ້ນ Winwintoys ດ້ວຍຫຼາຍຮູບແບບແຕກຕ່າງກັນ ແລະ ເໝາະສົມກັບເດັກນ້ອຍ ຫວຽດນາມ. ພາບ: ທົງຫາຍ/VNP


ສ່ວນຫຼາຍເຄື່ອງຫຼິ້ນແບບໃໝ່ຂອງ Winwintoys ຈະໄດ້ລູກຂອງທ່ານນາງ ເລຫາຍຫຼຽວ ຫຼິ້ນທົດລອງກ່ອນ. ພາບ: ທົງຫາຍ/VNP

... ຈາກການຫຼິ້ນທົດລອງຂອງລູກ, ທ່ານນາງ ເລຫາຍຫຼຽວ ຈຶ່ງຊອກຫາວິທີສຳເລັດການກໍ່ສ້າງເຄື່ອງຫຼິ້ນສຳລັບເດັກນ້ອຍຫຼາຍຊຸດ ທີ່ເໝາະສົມກັບເດັກນ້ອຍ ຫວຽດນາມ. ພາບ: ທົງຫາຍ/VNP


ທ່ານນາງ ເລຫາຍຫຼຽວ ໃຫ້ພັດທະນາປະເພດເຄື່ອງຫຼິ້ນສຳລັບເດັກນ້ອຍເມື່ອປີ 2004. ພາບ: ທົງຫາຍ/VNP

ດ້ວຍຄວາມໄວ້ວາງໃຈດັ່ງກ່າວ, ເຄື່ອງຟໍນີເຈີ ດຶກແທ່ງ ເປັນໜຶ່ງໃນຈຳນວນວິສາຫະກິດ ທີ່ຫາຍາກ ໄດ້ລູກຄ້າຈ່າຍລ່ວງໜ້າ 90% ມູນຄ່າຂອງໃບສັ່ງຊື້ສິນຄ້າ. ເພາະສະນັ້ນ ບໍລິສັດຈຶ່ງມີທຶນຮັບໃຊ້ເຂົ້າການຜະລິດ ໃນຊຸມປີສ້າງຕັ້ງໃໝ່ ເມື່ອປະສົບຄວາມຫຍຸ້ງຍາກຫຼາຍປະການ. 

ສຳລັບຜູ້ອອກແຮງງານ, ເລື່ອງຢູ່ ບໍລິສັດໄມ້ ດຶກແທ່ງ ເປັນໜ້າ ຄິດຫງຳ. 

ເມື່ອເກີດວິກິດການຂຶ້ນ, ແທນທີ່ຈະເຮັດຄືບໍລິສັດແຫ່ງຕ່າງໆ ຄື ຫຼຸດ ຜ່ອນແຮງງານ, ຢຸດເຊົາການຜະລິດຊົ່ວຄາວ, ທ່ານນາງ ຫຼຽວ ໄດ້ຝາກຈົດໝາຍສະບັບໜ່ຶງທີ່ເຕັມໄປ ດ້ວຍຄວາມຈິງໃຈ, ແຈ້ງໃຫ້ຮູ້ເຖິງສະພາບການຕົວຈິງຂອງ ບໍລິສັດ ແລະ ຮຽກຮ້ອງ ໃຫ້ຜູ້ອອກແຮງງານ ທຸກຄົນ ພ້ອມກັບ ຄະນະບໍລິຫານ ຊອກຫາ ວິທີແກ້ໄຂ. ຈາກທ່າທີເຄົາລົບນັບຖືດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ ບໍລິສັດໄມ້ ດຶກແທ່ງ ຊອກໄດ້ວິທີແກ້ໄຂທີ່ດີ ຈາກພະນັກງານ ແລະ ຜູ້ອອກແຮງງານ.   

ໃນກອງປະຊຸມໃຫຍ່ບັນດາຜູ້ຖືຫຸ້ນ ເຊິ່ງໄດ້ຈັດຂຶ້ນ ເມື່ອເດືອນ​ພຶດສະພາ 2021, ບໍລິສັດ ໄດ້ເປັນເອກະສັນ ໃນການຈຳໜ່າຍໃບຫຸ້ນ ESOP ໃຫ້ຜູ້ອອກແຮງງານ. ຕາມນັ້ນ, ຜູ້ອອກແຮງງານ ຈະມີກຳໄລສູງຫຼາຍເທົ່າຕົວ ເມື່ອທຽບກັບກຳໄລ ຂອງ ທະນາຄານ. “ຜູ້ຄົນຕ້ອງມີຄຸນສົມບັດ ຈຶ່ງສາມາດຜະລິດອອກມາ ຜະລິດຕະພັນທີ່ມີຄຸນນະພາບສູງ”, ນີ້ເປັນຄຳຕັກເຕືອນ ຂອງ ທ່ານ ເລບາ-ຜູ້ສ້າງຕັ້ງ ເຄື່ອງໝາຍການຄ້າ ເຄື່ອງຟໍນີເຈີ ດຶກແທ່ງ ໄດ້ ເວົ້າກັບທ່ານນາງ ຫຼຽວ ຜູ້ຕາມຮອຍພໍ່. 

ເພາະສະນັ້ນ, ເມື່ອພັດທະນາປະເພດຜະລິດຕະພັນໃໝ່ ແມ່ນ ເຄື່ອງຫຼິ້ນສຳລັບເດັກນ້ອຍ, ທ່ານນາງ ຫຼຽວ ໄຂຄວາມໃນໃຈ ອອກມາວ່າ: “ຂ້າພະເຈົ້າ ຮັກ ລູກຂອງຕົນຄືແນວໃດ, ແນ່ນອນວ່າ ບັນດາຜູ້ເປັນແມ່ ກໍ່ຈະ ຮັກ ລູກຂອງເຂົາຄືດຽວກັນ”. 

ໃນສະພາບການທຳລາຍສິ່ງແວດລ້ອມ, ບໍ່ຄິດເຖິງຜົນຢ້ອນຫຼັງເພື່ອຫາກຳໄລຄື ປັດຈຸບັນ, ບໍລິສັດໄມ້ ດຶກແທ່ງ ພົ້ນຂຶ້ນຄື ຈຸດແສງສະຫວ່າງໜຶ່ງທີ່ເຕັມໄປດ້ວຍສີຂຽວ ແລະ ຈຸດແສງສະຫວ່າງດັ່ງກ່າວ ພວມປະກອບສ່ວນ ເຂົ້າໃນຄວາມຈະເລີນຮັ່ງມີ ຂອງປະເທດຊາດ ເໝືອນກັບຄຳເວົ້າຂອງ ທ່ານ ອະດີດ ລັດຖະມົນຕີກະຊວງການຄ້າ ສ ອາເມລິກາ Norman Y.Mineta.
ບົດ: ຖາວວີ - ພາບ: ທົງຫາຍ - ແປໂດຍ: ຢືຟຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top