• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເຄື່ອງປັ້ນດິນເຜົາ ບິ່ງເຢືອງ - ຄວາມຍອດຍິ່ງ ຂອງ ເຄື່ອງປັ້ນດິນເຜົາ ຫວຽດ

ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ມີຕົ້ນກຳເນີດ ມາຈາກແຂວງ ບິ່ງເຢືອງ ມີຄວາມຕິດພັນ ກັບຫຼາຍເຫດການ ທີ່ສຳຄັນ ທັງຢູ່ ພາຍໃນ ແລະ ຕ່າງປະເທດ,ໂດຍສະເພາະ ໄດ້ຮັບເລືອກເປັນ ຜະລິດຕະພັນແຫ່ງຊາດ ໃນລະຫວ່າງການເດີນທາງຂອງຜູ້ນຳພັກ ແລະ ລັດ ມອບໃຫ້ແກ່ບັນດາປະມຸກລັດ ໃນໂລກ.


ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ມີຕົ້ນກຳເນີດ ມາຈາກແຂວງ ບິ່ງເຢືອງ ໃນຊຸມປີ ຜ່ານມາ ໄດ້ມີຄວາມຕິດພັນ ກັບຫຼາຍເຫດການ ທີ່ສຳຄັນ ທັງຢູ່ ພາຍໃນ ແລະ ຕ່າງປະເທດເຊັ່ນ: ເປັນຂອງຂວັນ ໃນໄລຍະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງ ພັກ, ເອເປັກ 2006 ແລະ 2017 ຊຶ່ງໄດ້ຈັດຂຶ້ນຢູ່ ຫວຽດນາມ, ສະເຫຼີມສະຫຼອງ 1000 ປີ ເມືອງຫຼວງ ທັງລອງ - ຮ່າໂນ້ຍ, ກອງປະຊຸມ ອາຊຽນ 17 ແລະ ອື່ນໆ... ໂດຍສະເພາະ, ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ຊັ້ນ ສູງ ບິ່ງເຢືອງ ມີເຄື່ອງໝາຍການຄ້າ ມິງລອງ I ໄດ້ຮັບເລືອກເປັນ ຜະລິດຕະພັນແຫ່ງຊາດ ໃນລະຫວ່າງການເດີນທາງຂອງຜູ້ນຳພັກ ແລະ ລັດ ມອບໃຫ້ແກ່ບັນດາປະມຸກລັດ ໃນໂລກ ກວ່າ 40 ທ່ານ. ພວກຂ້າພະເຈົ້າ ໄດ້ໄປຍັງແຂວງ ບິ່ງເຢືອງ ຫຼັງຈາກ ການແຜ່ລະ ບາດ ຂອງ ເຊື້ອພະຍາດໂຄວິດ-19 ຄັ້ງທີ 4 ເພື່ອຊອກຮູ້ ກ່ຽວກັບ ອາຊີບ ເຄື່ອງປັ້ນດິນເຜົາ ທີ່ມີຊື່ສຽງ ເທິງ “ແຜນທີ່ ເຄື່ອງປັ້ນດິນ ເຜົາໂລກ” ຢູ່ ແຖບດິນແຫ່ງນີ້.

ດິນແດນ ບິ່ງເຢືອງ ມີສະເໜ່ ກັບ ອາຊີບ ເຮັດເຄື່ອງປັ້ນດິນເຜົາ

ເປັນທີ່ຮູ້ຈັກວ່າ ການຜະລິດ ເຄື່ອງປັ້ນດິນເຜົາ ຢູ່ ບິ່ງເຢືອງ ໄດ້ ປະ ກົດຂຶ້ນໃນທ້າຍສະຕະວັດທີ XVIII ແລະ ຕົ້ນສະຕະວັດທີ XIX ເນື່ອງຈາກຊາວ ຈີນ ອົບພະຍົບເຂົ້າມາຕັ້ງຖິ່ນຖານ ຢູ່ໃນດິນແດນ ແຫ່ງນີ້. ຢູ່ ບິ່ງເຢືອງ, ມີໝູູ່່ບ້ານເຮັດເຄື່ອງປັ້ນດິນເຜົາ ທີ່ເກົ່າແກ່ ແລະ ມີຊື່ສຽງ ສາມແຫ່ງຄື: ເຕິນເຟືອກແຄ໋ງ, ລ໋າຍທຽວ ແລະ ແຈ໋ງ ເຫງ້ຍ. ຈຸດລວມຂອງເຄື່ອງປັ້ນດິນເຜົາ ບິ່ງເຢືອງ ແມ່ນການ ນຳໃຊ້ ວັດຖຸດິບ ຈາກດິນດາກ ທີ່ມີຄວາມໜຽວ ແລະ ມີຄວາມຕິດສູງ ມີຢູ່ ລຽບຕາມແມ່ນໍ້າ ຂອງ ທ້ອງຖິ່ນ ດ້ວຍການນວດ, ພ້ອມກັບ ເຕັກ ນິກ ການເຮັດເຄື່ອງປັ້ນດິນເຜົາ ທີ່ໄດ້ຮັບການສືບທອດພາຍໃນ ວົງຕະກຸນ ຂອງນາຍຊ່າງສີມືດີຊາວ ຫວຽດ ເຊື້ອສາຍ ຈີນ ແລະ ເຄັດລັບ ເຜົາເຄື່ອງປັ້ນດິນເຜົາສຸກ ດ້ວຍຟືນ ເພື່ອຜະລິດອອກ ເຄື່ອງປັ້ນດິນເຜົາ ເປັນຊຸດທີ່ດີເລີດ.

ໃນໄລຍະປີ 1910-1930, ຢູ່ ບິ່ງເຢືອງ, ມີເຕົາເຜົາ ເຄື່ອງປັ້ນດິນ ເຜົາ ປະມານ 40 ແຫ່ງ, ມີແຮງງານ ປະມານ 1.000 ຄົນ, ຮອດປີ 1985 ມີ 273 ພື້ນຖານຜະລິດ ເຄື່ອງປັ້ນດິນເຜົາ ດຶງດູດແຮງງານ ໄດ້ 6.700 ຄົນ. ປັດຈຸບັນ ມີສະຖານທີ່ ຜະລິດ ເຄື່ອງປັ້ນດິນເຜົາ ເກືອບ 300 ແຫ່ງ ກັບເຕົາເຜົາ ເຄື່ອງປັ້ນດິນເຜົາ ປະມານ 500 ແຫ່ງ,  ມີແຮງງານກວ່າ 15.000 ຄົນ, ຕອບສະໜອງ ໃຫ້ກັບຕະ ຫຼາດ 130-150 ລ້ານ ຜະລິດຕະພັນ/ປີ.
ທ່ານ ແກັ໋ວກຫື໊ວ, ຊ່າງເຄື່ອງປັ້ນດິນເຜົາ ຜູ້ມີປະສົບການ ກວ່າ 40 ປີ ຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ເຕິນເຟືອກແຄ໋ງ ໃຫ້ຮູ້ວ່າ: “ອາຊີບ ຜະລິດເຄື່ອງປັ້ນດິນເຜົາ ແມ່ນອາຊີບສືບທອດຈາກຮຸ່ນສູ່ຮຸ່ນ, ຂ້າ ພະເຈົ້າແມ່ນຮຸ່ນທີສາມ ທີ່ຢຶດໝັ້ນກັບອາຊີບນີ້. ອາຊີບນີ້ ມັກຖືກ ປຽບທຽບກັບ ວຽກປະຈໍາວັນແມ່ນ “ຫຼິ້ນ” ກັບດິນດາກ, ນັບແຕ່ ຂັ້ນ ຕອນ ເອົາດິນ, ການຄັດເລືອກ, ການປະສົມ ແລະ ການປັ້ນ..., ມື ຍາມໃດ ກໍເຕັມແຕ່ດິນດາກ”.

ປັດຈຸບັນ, ພື້ນຖານການຜະລິດ ຂອງ ທ່ານ ແກັ໋ວກຫື໊ວ ຜະລິດສະ ເພາະ ແຕ່ໂຖ ເພື່ອຂາຍຢູ່ພາຍໃນ ແລະ ບາງບໍລິສັດ ສັ່ງສິນຄ້າ ເພື່ອສົ່ງອອກ. ທ່ານ ໃຫ້ຮູ້ຕື່ມອີກວ່າ: ສຳລັບອາຊີບ ເຮັດເຄື່ອງປັ້ນ ດິນເຜົາ ດ້ວຍມື ຮຽກຮ້ອງ ໃຫ້ນາຍຊ່າງ ຕ້ອງມີຄວາມລະອຽດ, ຮອບຄອບ ແລະ ຄ່ອງແຄ້ວ. ໃນຂັ້ນຕອນ ສ້າງຮູບ ແລະ ເຄືອບສີ ຕ້ອງການຄວາມລະມັດລະວັງຢ່າງຍິ່ງ. ໂດຍສະເພາະ ຂັ້ນຕອນ ການເຜົາ ຜະລິດຕະພັນດ້ວຍຟືນ ປະມານ 200 ຜະລິດຕະພັນ ໃຊ້ເວລາ 3 ວັນ, ຕ້ອງການຄົນງານ ທີ່ມີປະສົບການຫຼາຍ ຈຶ່ງສາ ມາດເຝົ້າລະວັງໄຟ ໄດ້ຢ່າງຖືກຕ້ອງ, ເຄື່ອງປັ້ນດິນເຜົາ ຈຶ່ງສຸກ ສະ ເໝີ ແລະ ງາມຄືກັນ.



ນາຍຊ່າງສີມືດີ ໂຮ່ວັນເລີ໋ນ ເອົາດິນໃສ່ເບົ້າຫຼໍ່ ຢູ່ເຕົາເຜົາ ດ້າຍ ຮຶງ. ພາບ: ເລມິງ/VNP


ມີແຕ່ນາຍຊ່າງ ສີມືດີ ເທົ່ານັ້ນ ຈຶ່ງສ້າງໄດ້ ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ມີຄວາມງາມສະດຸດຕາ ຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ເຕິນເຟືອກແຄ໋ງ. ພາບ: ທົງຫາຍ/VNP


ຖອກວັດຖຸດິບ ໃສ່ເບົ້າຫຼໍ່ ເພື່ອສ້າງຮູບຮ່າງເບື້ອງຕົ້ນ ໃຫ້ແກ່ ເຄື່ອງປັ້ນດິນເຜົາ ຢູ່ໝູ່ບ້ານ ເຄື່ອງປັ້ນດິນເຜົາ ເຕິນເຟືອງແຄ໋ງ. ພາບ: ທົງຫາຍ/VNP


ເອົາຜະລິດຕະພັນ ອອກຈາກເບົ້າຫຼໍ່ ແລ້ວນຳໄປຕາກໃຫ້ແຫ້ງ ຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ເຕິນເຟືອງແຄ໋ງ. ພາບ: ທົງຫາຍ/VNP


ຕາກຜະລິດຕະພັນ ໃຫ້ແຫ້ງ ກ່ອນຈະເຜົາ ຢູ່ໝູ່ບ້ານ ເຄື່ອງປັ້ນ ດິນເຜົາ ເຕິນເຟືອງແຄ໋ງ. ພາບ: ທົງຫາຍ/VNP


ໃນເຕົາເຜົາ ເຄື່ອງປັ້ນດິນເຜົາຫັດຖະກຳ ຢູ່ເຕົາເຜົາ ດ້າຍຮຶງ. ພາບ: ເລມິງ/VNP


ສ້າງຮູບເຄື່ອງປັ້ນດິນເຜົາສິລະປະ ຢູ່ໂຮງງານຜະລິດຢູ່ ຕາແສງ ລ໋າຍທຽວ. ພາບ: ທົງຫາຍ/VNP




ບັນດາຜະລິດຕະພັນ ທີ່ເປັນເອກະລັກ ກັບລວດລາຍ ທີ່ມີ ຄວາມງາມສະດຸດຕາ ຊຶ່ງໄດ້ຜະລິດຈາກນາຍຊ່າງສີມືດີ ຂອງ ຕາ ແສງ ລ໋າຍທຽວ. ພາບ: ທົງຫາຍ/VNP

ຖ້າກ່ອນນີ້, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບິ່ງເຢືອງ ສ່ວນຫຼາຍ ແມ່ນຜະລິດຕະພັນ ເປັນເຄື່ອງໃຊ້ຂອງສອຍໃນຄອບຄົວເຊັ່ນ: ໂຖ, ຖ້ວຍ, ຈານ, ຕັ່ງນັ່ງ, ຮູບປັ້ນ, ໂຖດອກໄມ້ ແລະ ອື່ນໆ... ມາຮອດ ປັດຈຸບັນ ເນື່ອງຈາກ ກຳໄດ້ລົດນິຍົມຂອງລູກຄ້າ ກໍຄື ດັດແປງ ຂັ້ນ ຕອນການຜະລິດ ໄດ້ຜະລິດອອກ ຜະລິດຕະພັນ ແຕ່ທຳມະດາ ເຖິງ ຂັ້ນສູງ ດ້ວຍຈຳນວນຫຼາຍ ຕອບສະໜອງ ຄວາມຕ້ອງການທີ່ ຫຼາກຫຼາຍໃນຊີວິດ...

ປີ 2021, ແຂວງ ບິ່ງເຢືອງ ໄດ້ຮັບກຽດ ມີມໍລະດົກ ທາງດ້ານ ວັດ ທະນະທຳ ທີ່ເປັນນາມມະທໍາ ລະດັບຊາດ ອີກສອງຢ່າງປະກອບ ມີ “ອາຊີບ ຫັດຖະກຳມູນເຊື້ອ ຜະລິດ ເຄື່ອງປັ້ນດິນເຜົາ ບິ່ງເຢືອງ” ແລະ “ຄວາມຮູ້ພື້ນເມືອງ, ສິລະປະການສະແດງສິລະປະພື້ນເມືອງ ການຕໍ່ສູ້ມວຍ ເຕິນແຄ໋ງບ່າຈ່າ”, ຄາດວ່າ ພິທີປະກາດ ແລະ ມອບ ໃບຢັ້ງຢືນ ຮັບຮອງ ຈະໄດ້ຈັດຂຶ້ນ ຢູ່ ຫໍພິພິທະພັນ ແຂວງ ບິ່ງເຢືອງ ເນື່ອງໃນໂອກາດ ວັນມໍລະດົກ ວັດທະນະທໍາ ຫວຽດນາມ ທີ່ ຈະ ມາເຖິງ (23 ພະຈິກ).
ນອກຈາກນັ້ນ, ການເຮັດໝູູດິນເຜົາ ຢູ່ເມືອງ ລ໋າຍທຽວ ດ້ວຍບັນດາ ຜະລິດຕະພັນ ໝູດິນເຜົາ ເຮັດດ້ວຍມື ແລະ ອາຊີບ ເຮັດໄຫ, ໂອ່ງ ຢູ່ເຕົາເຜົາ ດ້າຍຮຶງ (ນະຄອນ ຖູເຢົ່າມົດ) ແມ່ນ ທິດທາງການ ພັດ ທະນາ ທີ່ເປັນເອກະລັກ ສະເພາະ ຂອງ ອາຊີບ ເຄື່ອງປັ້ນດິນເຜົາ ຫັດຖະກຳ ຢູ່ ບິ່ງເຢືອງ, ໄດ້ຢືນຢັນ ຊື່ຍີ່ຫໍ້ ແລະ ເປັນທີ່ຮູ້ຈັກ ຂອງຜູ້ ບໍລິໂພກທັງໃກ້ ແລະ ໄກ.

ຄຸນລັກສະນະ ຂອງເຄື່ອງປັ້ນດິນເຜົາ ບິ່ງເຢືອງ ແມ່ນຄວາມທົນ ທານ ຂອງ ຜະລິດຕະພັນ, ສີເຄືອບ ແລະ ການຕົກແຕ່ງທີ່ ຫຼາກ ຫຼາຍ ແຕ່ໃກ້ຊິດເຊັ່ນ: ທິວທັດທຳມະຊາດ ຂອງ ຊົນນະບົດ ທາງ ພາກໃຕ້ ແລະ ບັນດາຮ່ອງຮອຍ ປະຫວັດສາດ, ປູສະນີຍະສະຖານ ທີ່ມີຊື່ສຽງຂອງປະເທດ. ຍິ່ງໄປກວ່ານັ້ນ, ປັດຈຸບັນ ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ບິ່ງເຢືອງ ຍັງມີການ ປະສົມປະສານລະຫວ່າງ ປະເພນີ ຫວຽດນາມ ແລະ ລັກສະນະທັນສະໄໝ ຂອງ ຕາເວັນຕົກ, ສະນັ້ນ ໄດ້ຮັບຄວາມນິຍົມຊົມຊອບ ຢູ່ໃນຕະຫຼາດ ເອີຣົບ, ນໍາມາ ແຫຼ່ງລາຍຮັບ ທີ່ໝັ້ນຄົງ ແລະ ກໍາລັງພັດທະນາໄປ ໃນທາງບວກ ຕໍ່ການ ຜະລິດເຄື່ອງປັ້ນດິນເຜົາ. ໃນນັ້ນ, ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ມິງລອງ I ໄດ້ຖືວ່າ ເປັນຜູ້ບຸກເບີກ ນຳເອົາຜະ ລິດຕະພັນ ເຄື່ອງປັ້ນດິນເຜົາ ບິ່ງເຢືອງ ທີ່ມີຄຸນນະພາບສູງ ອອກ ສູ່ໂລກ.


ຜະລິດຕະພັນເຄື່ອງປັ້ນດິນເຜົາ ມິງລອງ I

ການສ້າງເຄື່ອງໝາຍການຄ້າ ເຄືື່ອງປັ້ນດິນເຜົາ ບິ່ງເຢືອງ ໃຫ້ມີຈຸດ ຢືນ ທີ່ໝັ້ນຄົງ ໃນໝູ່ບ້ານ ເຄື່ອງປັ້ນດິນເຜົາ ປັດຈຸບັນ ແມ່ນຂະ ບວນການຮຽນຮູ້ ແລະ ປັບປຸງ, ໃນນັ້ນມີການປະກອບສ່ວນ ຂອງ ບັນດາຊ່າງຫັດຖະກໍາ ທີ່ມີພອນສະຫວັນ ຫຼາຍຮຸ່ນຄົນ ໄດ້ອຸທິດ ຕະ ຫຼອດຊີວິດ ເພື່ອການເຜີຍແຜ່ ອາຊີບ ເຄື່ອງປັ້ນດິນເຜົາມູນເຊື້ອ ຂອງ ບ້ານເກີດເມືອງນອນຂອງຕົນ ຢ່າງທົ່ວເຖິງ, ຊຶ່ງພົ້ນເດ່ັນສຸດ ໃນນັ້ນຄືມີ ນາຍຊ່າງສີມືດີ ຫຼີຫງອກມິງ, ຜູ້ອຳນວຍການໃຫຍ່ ບໍລິ ສັດ ມິງລອງ I ຈໍາກັດ ກັບເຄື່ອງໝາຍການຄ້າ ເຄື່ອງປັ້ນດິນເຜົາ ມິງລອງ I ທີ່ມີຊື່ສຽງ ຢູ່ພາຍໃນ ແລະ ຕ່າງປະເທດ.

ນາຍຊ່າງ ສີມືດີ ຫຼີຫງອກມິງ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຈາກລັດຖະບານ ໃນປີ 2007.
ສືບທອດປະເພນີ ເຮັດເຄື່ອງປັ້ນດິນເຜົາ ດ້ວຍມື ທີ່ມີມາແຕ່ດົນ ນານ ຂອງ ຄອບຄົວ ຢຶດໝັ້ນກັບອາຊີບ ຜະລິດເຄື່ອງປັ້ນດິນເຜົາ ມາ 4 ຮຸ້ນຄົນ ຢູ່ໃນດິນແດນ ເຕິນເຟືອກແຄ໋ງ-ບິ່ງເຢືອງ, ທ່ານ ຫຼີ ຫງອກມິງ ໄດ້ສືບທອດ ເຕັກນິກ ເຮັດເຄື່ອງປັ້ນດິນເຜົາ ທີ່ຊໍານານ ແລະ “ເຄັດລັບ” ເຮັດເຄື່ອງປັ້ນດິນເຜົາ ທີ່ເປັນເອກະລັກສະເພາະ, ແຕ່ສິ່ງທີ່ສຳຄັນກວ່າໝູ່ ແມ່ນຄວາມປາຖະໜາ ທີ່ຈະສ້າງເຄື່ອງ ໝາຍການຄ້າ ເຄື່ອງປັ້ນດິນເຜົາ ຫວຽດນາມ ທີ່ຊົງອິດທິພົນກັບ ຄຸນ ນະພາບສູງ, ຢືນຢັນທີ່ຕັ້ງ ຂອງ ເຄື່ອງປັ້ນດິນເຜົາ ຫວຽດນາມ ຢູ່ ໃນຕະຫຼາດສາກົນ.


ບໍລິສັດ ມິງລອງ I ຈໍາກັດ ໄດ້ນໍາໃຊ້ເຕັກໂນໂລຊີ ທັນສະໄໝ ເຂົ້າໃນການຜະລິດ ເຄື່ອງປັ້ນດິນເຜົາ. ພາບ:  ເອກະສານ ມິງລອງ I
 

ນາຍຊ່າງ ສີມືດີ ຫຼີຫງອກມິງ ພວມໃຫ້ຄຳແນະນຳ ລາຍລະ ອຽດ ໃຫ້ບັນດາຊ່າງຫັດຖະກຳ ເຮັດສຳເລັດຜະລິດຕະພັນເຄື່ອງປັ້ນດິນເຜົາ. ເອະກະສານ ມິງລອງ I


ຂັ້ນຕອນການແຕ້ມຮູບ ເພື່ອເຮັດສໍາເລັດ ຜະລິດຕະພັນ ເຄື່ອງ ປັ້ນດິນເຜົາ ມິງລອງ I. ເອະກະສານ ມິງລອງ I


ສ່ວນໜຶ່ງຂອງ “ຈອກແກ້ວ” ອາເປັກ ຊຶ່ງເປັນຂອງຂວັນ ເປັນທາງການ ໃຫ້ຜູ້ນໍາ ຂອງ 21 ພື້ນຖານ ເສດຖະ ກິດ ໃນ ເຫດການ ອາເປັກ 2017 ໂດຍ ຫວຽດນາມເປັນຜູ້ຈັດ. ພາບ: ເອກະສານ ມິງລອງ I


ຊຸດສຳລັບ ດື່ມນໍ້າຊາ ທີ່ມີລວດລາຍຄຳ ຖືກນຳໃຊ້ໃນງານລ້ຽງ ບັນດາຜູ້ນຳ 21 ພື້ນຖານເສດຖະກິດ ໃນເຫດການ ອາເປັກ 2017 ທີ່ໄດ້ຈັດຂຶ້ນຢູ່ ຫວຽດນາມ. ເອະກະສານ ມິງລອງ I 


ຊຸດໂຖດອກໄມ້ໄດ້ຮັບການຕົບແຕ່ງຢ່າງປານີດແນບນຽນ ຂອງເຄື່ອງໝາຍການຄ້າ ເຄື່ອງປັ້ນດິນເຜົາ ມິງລອງ I. ເອະກະສານ ມິງລອງ I 
 

ຊຸດສຳລັບ ດື່ມນໍ້າຊາ ຂອງ ລາຊະວົງ ແມ່ນຜະລິດຕະພັນລະດັບສູງ ຂອງ ນາຍຊ່າງສີມືດີ ເຄື່ອງປັ້ນດິນເຜົາ ມິງລອງ I. ເອະກະສານ ມິງລອງ I
 
ມິງລອງ I ໂດຍທ່ານເປັນຜູ້ສ້າງຂຶ້ນ ແມ່ນເປັນບາດກ້າວ ບຸກທະລຸ ໃນອຸດສາຫະກໍາເຄື່ອງປັ້ນດິນເຜົາ ຫວຽດ. ດ້ວຍລະບົບ ໂຮງງານ ຜະລິດຂະໜາດໃຫຍ່ ພ້ອມກັບ ອຸປະກອນເຄື່ອງຈັກ ທີ່ ທັນສະໄໝ ແລະ ທີມງານທີ່ມີລະດັບວິຊາສະເພາະ ດ້ານເຕັກນິກສູງ, ມິງລອງ I ຍາມໃດກໍຮັກສາມາດຖານສູງສຸດ ກ່ຽວກັບມາດຕະຖານຄຸນນະ ພາບ ສຳລັບຜະລິດຕະພັນ ທັງໝົດ ຢູ່ໃນອັນດັບຕົ້ນໆ. ຜະລິດຕະ ພັນທັງໝົດ ແມ່ນໄດ້ຜະລິດ ດ້ວຍຕ່ອງໂສ້ ທີ່ບັນລຸມາດຕະຖານ ຂອງ ເອີຣົບ, ພ້ອມກັບເຕັກໂນໂລຊີ ການເຜົາໃນ ອຸ່ນຫະພູມສູງ, ເຕັກໂນໂລຊີ ການແຕ້ມສີ ໃສ່ເຄື່ອງດິນເຜົາ, ການ ນຳໃຊ້ເຕັກໂນ ໂລຊີ ນາໂນ ເຂົ້າໃນການ ຜະລິດ ພ້ອມກັບ ຂັ້ນຕອນ ການກວດກາ ຢ່າງລະອຽດ ຂອງ ຜູ້ຊ່ຽວຊານ ສຳລັບຜະລິດຕະພັນ ແຕ່ລະຢ່າງ.

ໃນຖານະເປັນຜູ້ອຸປະຖຳ ພິເສດຂອງເຫດການ ອາເປັກ ຫວຽດ ນາມ 2017, ຊຸດຜະລິດຕະພັນ ຮວ່າງລຽນ ຂອງ ມິງລອງ ໄດ້ຮັບ ກຽດ ເລືອກໃຊ້ ໃນງານລ້ຽງ ຂອງ ລັດ ແລະ ຊຸດຜະລິດຕະພັນ “ຈອກ ແກ້ວ” ແມ່ນຂອງຂວັນໃຫ້ຜູ້ນໍາ ຂອງ 21 ພື້ນຖານ ເສດຖະ ກິດ ທີ່ເຂົ້າຮ່ວມ.
ມິງລອງ I ມີຄວາມປະດິດສ້າງທີ່ຫຼາກຫຼາຍ ໃນດ້ານຕົວແບບ, ຮູບ ຊົງ, ລວດລາຍ ກັບ ບັນດາປະເພດຜະລິດຕະພັນເຊ່ັນ: ດິນເຜົາ ເຄືອບ ສໍາລັບການໃຊ້ໃນບ້ານ, ໃຊ້ສໍາລັບຮ້ານອາຫານ, ໂຮງແຮມ, ຜະລິດຕະພັນດູແລສຸຂະພາບ, ເຄື່ອງທີ່ລະນຶກ, ສິລະປະກຳ, ການ ຕົບແຕ່ງ, ຊຸດສະສົມ ສັດມົງຄຸນ... ເຄື່ອງປັ້ນດິນເຜົາ ມິງລອງ I ບໍ່ ພຽງແຕ່ ນໍາມາ ບັນດາຜະລິດຕະພັນ ທີ່ມີຄວາມງາມທາງ ທໍາມະ ຊາດ ແລະ ຄຸນນະພາບສູງເທົ່ານັ້ນ, ແຕ່ຍັງສ້າງບາດກ້າວໃໝ່ ໃນ ຂົງເຂດ ການຜະລິດ ເຄື່ອງປັ້ນດິນເຜົາອຸດສາຫະກໍາ ທັນສະໄໝ ຢູ່ ຫວຽດນາມ ອີກດ້ວຍ. ປັດຈຸບັນ, ບັນດາຜະລິດຕະພັນ ທີ່ມີຄຸນນະ ພາບສູງ ຂອງ ມິງລອງ I ໄດ້ມີໜ້າຢູ່ຕະຫຼາດສາກົນ ຫຼາຍແຫ່ງ  ທີ່ມີ ລົດນິຍົມສູງເຊັ່ນ: ເຢຍລະມັນ, ຝຣັ່ງ, ໂຮນລັງ, ສ ອາເມລິກາ, ຍີ່ປຸ່ນ ແລະ ອື່ນໆ. ຢູ່ ຫວຽດນາມ ມິງລອງ I ເປັນທີ່ຮູ້ຈັກວ່າ ເປັນເຄື່ອງ ໝາຍການຄ້າ ເຄື່ອງປັ້ນດິນເຜົາ ຂັ້ນສູງ ແຖວໜ້າ ຫວຽດນາມ ດ້ວຍຊື່ສຽງ ແລະ ຄຸນນະພາບຜະລິດຕະພັນ ທີ່ເປັນເອກະລັກ, ພ້ອມກັບ ລະບົບຮ້ານຄ້າ, ລະບົບຈຳໜ່າຍ ແລະ ສາຂາ ໃນທົ່ວປະເທດ.

ໂດຍສະເພາະ, ໃນຫຼາຍປີຜ່ານມາ, ເຄື່ອງໝາຍການຄ້າ ມິງລອງ I ດ້ວຍຊື່ສຽງ, ຄຸນລັກສະນະຈຳເພາະ ກ່ຽວກັບຄຸນະພາບ ແລະ ຜະ ລິດຕະພັນ, ໄດ້ຮັບຄວາມໄວ້ວາງໃຈ ໃຫ້ເປັນຕົວແທນ ຂອງ ຜະ ລິດຕະພັນ ຊັ້ນນໍາ ຂອງ ຫວຽດນາມ, ຕິດພັນກັບຫຼາຍເຫດການ ທີ່ສຳຄັນ ແລະ ການຕ່າງປະເທດ ເຊັ່ນ: ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດຂອງພັກ, ອາເປັກ 2006-2017, 1000 ປີເມືອງຫຼວງ ທັງລອງ - ຮ່າໂນ້ຍ, ກອງປະຊຸມ ອາຊຽນ ຄັ້ງທີ 17... ພິເສດ, ຜະ ລິດຕະພັນເຄື່ອງປັ້ນດິນເຜົາຊັ້ນສູງ ມິງລອງ I ໄດ້ຖືກຮັບເລືອກເປັນ ຜະລິດຕະພັນແຫ່ງຊາດ ໃນລະຫວ່າງ ການຢ້ຽມຢາມ ຂອງ ຜູ້ນໍາ ຂອງປະເທດ, ປະມຸກລັດ ແລະ ໄດ້ມອບໃຫ້ແກ່ຜູ້ນຳກວ່າ 40 ປະ ເທດໃນທົ່ວໂລກ.

ບົດ: ເຊີນເງ້ຍ - ພາບ: ເລມິງ ແລະ ເອກະສານ - ແປໂດຍ: ບິກລຽນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top