• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜຶ້ງ ຫໍ່ໃບບົວ

ໃນວັດທະນະທຳ ຂອງ ຄົນຫວຽດ, ດອກບົວ ເປັນດອກໄມ້ ທີ່ມີບົດ ບາດພິເສດ, ໃນອາຫານການກິນ, ເມັດບົວ ກໍເປັນວັດຖຸດິບ ທີ່ໄດ້ ມັກໃຊ້ຫຼາຍ ຍ້ອນມີລົດຊາດ ທີ່ຫອມ ແລະ ລົດເຢັນ ຊ່ວຍບຳລຸງ ປະສາດ, ພິເສດແມ່ນ ເຂົ້າໜຶ້ງ ຫໍ່ໃບບົວ ຊຶ່ງແມ່ນລາຍການອາ ຫານ ທີ່ມີມາແຕ່ດົນນານ, ແມ່ນການປະສົມ ປະສານ ລະຫວ່າງ ເຂົ້າສານ ແລະ ເມັດບົວ. 
ໃນສະໄໝລາຊະວົງ ຫງວຽນ, ລາຍການອາຫານ ເຂົ້າເມັດບົວ ໄດ້ ຈັດເຂົ້າໃນບັນຊີ ລາຍການອາຫານ ທີ່ສະຫງວນ ໃຫ້ແກ່ອົງ ກະສັດ ເນື່ອງຈາກມີລົດຊາດ ທີ່ຫອມເປັນພິເສດ ແລະ ຄວາມປານີດ ແນບນຽນ ໃນການປຸງແຕ່ງ.

ເຂົ້າໜຶ້ງ ຫໍ່ໃບບົວ ມີສອງປະເພດຄື: ເຂົ້າເມັດບົວເຈ ແລະ ເຂົ້າ ເມັດບົວເຄັມ. ຢ່າງໃດກໍ່ຕາມ, ການເລືອກເຟັ້ນ ວັດຖຸດິບຕົ້ນຕໍ ແມ່ນ ເມັດບົວ ກໍສຸດທີ່ສຳຄັນ. ເມັດບົວ ຖືວ່າດີທີ່ສຸດ ແມ່ນເມັດບົວ ສົດ ຍ້ອນຍັງຮັກສາ ທາດບຳລຸງໄວ້ໄດ້ຄືເກົ່າ. ສ່ວນເຂົ້າຈາ້ວ ຄວນ ເລືອກປະເພດເຂົ້າຈ້າວໜຽວ. ບັນດາວັດຖຸດິບສາມາດປະກອບ ເພີ່ມເຕີມ ລວມມີ ຊີ້ນ, ກຸ້ງ, ຢໍ່, ຊີ້ນ “ຊ໋າຊິ໋ວ”... ແລະ ບັນດາ ປະ ເພດຜັກເຊັ່ນ: ໝາກຖົ່ວໂຮນລັງ, ຫົວກາຣົດ, ເມັດສາລີ...








ພິວິການປຸງແຕ່ງເຂົ້າໜຶ້ງ ຫໍ່ໃບບົວ ຂອງ ຄົນຫວຽດນາມ ສຸດທີ່ ພິຖີ ພິຖັນ ເຊັ່ນ: ໃຊ້ນຳ້ລວກເມັດບົວ ເພື່ອຕົ້ມກັບເຂົ້າ. ຫຼັງຈາກນັ້ນ ເອົາ ເມັດບົວ ປົນກັບເຂົ້າສຸກ ແລະ ໃຊ້ໃບບົວຫໍ່ເຂົ້າ ແລ້ວນຳ ໄປ ໜຶ້ງ. ເມື່ອຈັດວາງ ກໍ່ສຸດທີ່ສຳຄັນ ເຮັດແບບໃດ ໃຫ້ເຂົ້າກັບເມັດ ບົວ ເບິ່ງຄືດອກບົວ ກຳລັງບານ ກັບ ບັນດາ ກີບດອກບົວ ຫຼື ໃບບົວ ທີ່ຖືກປົກຢູ່ອ້ອມຂ້າງ.

ຈຸດພິເສດຂອງເຂົ້າໜຶ້ງ ຫໍ່ໃບບົວ ແມ່ນ ເມື່ອຮັບປະທານ ຈະຮູ້ສຶກ ໄດ້ເຖິງລົດຊາດ ທີ່ຫອມແຊບ ຂອງ ເມັດບົວ. ໃນລະດູຮ້ອນ ໄດ້ ກິນເຂົ້າໜຶ້ງ ຫໍ່ໃບບົວ, ດື່ມຊາບົວ ພາຍໃຕ້ທ້ອງຟ້າທີ່ປອດໂປ່ງ ຫຼື ນັ່ງຢູ່ໜອງບົວ ທີ່ກຳລັງບານ ແມ່ນສິ່ງທີ່ໜ້າ ຈັບໃຈ ຫາອັນປຽບ ບໍ່ໄດ້ .


ບັນດາຮູບພາບເຫຼົ່ານີ້ໄດ້ປະຕິບັດ ທີ່ຮ້ານອາຫານ ງີຊວນ, ເຮືອນ ເລກທີ 5/9
ຖະໜົນ ຫງວຽນຊຽວ, ບ້ານ ເບັ໋ນແງ໋, ເມືອງ 1, ນະ ຄອນໂຮ່ຈີມິນ. 
 
ປະຕິບັດ: ຫງວຽນລວນ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.

Top